ວັດສີມຸງຄຸນໄຊຍານາຣາມ ບ້ານພັດທະນາໂນນສະຫວ່າງ (ບັງເຢາະ) ຍິນດີຕ້ອນຮັບທຸກທ່ານ
Powered By Blogger

ບົດສູດມົນຕ່າງໆ


ໄຫວ້ພຣະສູຕມົນເຊົ້າແປ


ຄຳບູຊາພຣະຣັຕຕະນະໄຕຣ



ໂຍ ໂສ ພະຄະວາ ອະຣະຫັງສັມມາສັມພຸທໂທ,
ພຣະຜູ້ມີພຣະພາກເຈົ້ານັ້ນ ພຣະອົງໃດ, ເປັນພຣະອໍຣະຫັນ, ດັບໄຟກິເລດໄຟທຸກສີ້ນເຊີງ ຕັດສະຮູ້ຊອບໄດ້ໂດຍພຣະອົງເອງ
ສວາກຂາໂຕ ເຍນະ ພະຄະວະຕາ ທັມໂມ,
ພຣະທັມເປັນທັມທີ່ພຣະຜູ້ມີພຣະພາກເຈົ້າ ພຣະອົງໃດຕັດໄວ້ດີແລ້ວ
ສຸປະຕິປັນໂນ ຍັສສະ ພະຄະວະໂຕ ສາວະກະສັງໂຄ,
ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດ, ປະຕິບັດດີແລ້ວ
ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ, ອິເມຫິ ສັກກາເຣຫິ
ຢະຖາຣະຫັງ
ອາໂຣປິເຕຫິ ອະພິປູຊະຍາມະ,
ຂ້າພະເຈົ້າທັງຫຼາຍ, ຂໍບູຊາຢ່າງຍິ່ງ, ເຊິ່ງພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ, ພ້ອມທັງພຣະທັມແລະພຣະສົງ, ດ້ວຍເຄື່ອງສັກກາລະທັງຫຼາຍເຫຼົ່ານີ້, ອັນຍົກຂຶ້ນຕາມສົມຄວນແລ້ວຢ່າງໄຣ
ສາທຸ ໂນ ພັນເຕ ພະຄະວາ ສຸຈິຣະປະຣິນິພພຸໂຕປິ,
ຂ້າແຕ່ພຣະອົງຜູ້ຈະເລີນ, ພຣະຜູ້ມີພຣະພາກເຈົ້າແມ້ປະຣິນິພານນານແລ້ວຊົງສ້າງຄຸນອັນສຳເລັດປະໂຫຍດໄວ້ແກ່ຂ້າພະເຈົ້າ
ປັຈສິມາຊະນະຕານຸກັມປະມານະສາ,
ຊົງມີພຣະຫະຣຶໄທອະນຸເຄາະແກ່ພວກຂ້າພະເຈົ້າອັນເປັນຊົນລຸ້ນຫຼັງ
ອິເມ ສັກກາເຣ ທຸກຄະຕະປັນນາກາຣະພູເຕ ປະຕິຄຄັນຫັນຕຸ,
ຂໍພຣະຜູ້ມີພຣະພາກເຈົ້າ ຈົ່ງຮັບເຄື່ອງສັກກາລະ ອັນເປັນບັນນາການຂອງຄົນຢາກທັງຫຼາຍເຫຼົ່ານີ້
ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ,
ເພື່ອປະໂຫຍດແລະຄວາມສຸກແກ່ຂ້າພະເຈົ້າທັງຫຼາຍຕະລອດກາລະນານເທີ້ນ
ອະຣະຫັງ ສັມມາສັມພຸທໂທ ພະຄະວາ
ພຣະຜູ້ມີພຣະພາກເຈົ້າ ເປັນພຣະອໍຣະຫັນ, ດັບໄຟກິເລດໄຟທຸກໂດຍສິ້ນເຊີງຕັດສະຮູ້ຊອບໄດ້ໂດຍພຣະອົງເອງ
ພຸທທັງ ພະຄະວັນຕັງ ອະພິວາເທມິ
ຂ້າພະເຈົ້າອະພິວາດ ພຣະຜູ້ມີພຣະພາກເຈົ້າ, ຜູ້ຮູ້ຜູ້ຕື່ນຜູ້ເບີກບານ;

(ຂາບລົງ 1 ເທື່ອ)

ສວາກຂາໂຕ ພະຄະວະຕາ ທັມໂມ
ພຣະທັມ ເປັນທັມ ທີ່ພຣະຜູ້ມີພຣະພາກເຈົ້າ, ຕັດໄວ້ດີແລ້ວ;
ທັມມັງ ນະມັສສາມິ
ຂ້າພະເຈົ້າ ນະມັດສະການ ພຣະທັມ;

(ຂາບລົງ 1 ເທື່ອ)

ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ
ພຣະສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ, ຕັດໄວ້ດີແລ້ວ
ສັງຄັງ ນະມາມິ              ຂ້າພະເຈົ້າ ນອບນ້ອມ ພຣະສົງ

(ຂາບລົງ 1






ປຸພພະພາຄະະມະການ
ຄຳນອບນ້ອມພຣະພຸດທະເຈົ້າເບື້ອງຕົ້ນ


ຫັວໜ້າວ່າ: ຫັນທະມະຍັງ ພຸທທັສສະ ພະຄະວະໂຕ ປຸພພະພາຄະນະມະກາຣັງ
ກະໂຣມະ ເສ
ເຊີນເຖີດ ເຣົາທັງຫຼາຍ ຈົ່ງກ່າວຄຳນອບນ້ອມ ອັນເປັນສ່ວນເບື້ອງຕົ້ນ   ພຣະຜູ້ມີພຣະພາກເຈົ້າ ຜູ້ຮູ້ຜູ້ຕື່ນ ຜູ້ເບີກບານ;

ນະໂມ ຕັສສະ ພະຄະວະໂຕ,         ຂໍນອບນ້ອມແດ່ ພຣະຜູ້ມີພຣະພາກເຈົ້າ
ພຣະອົງນັ້ນ;
ອະຣະຫະໂຕ,                        ເຊິ່ງເປັນຜູ້ໄກຈາກກິເລດ
ສັມມາສັມພຸທທັສສະ,               ຕັດສະຮູ້ຊອບໄດ້ ໂດຍພຣະອົງເອງ;
(ວ່າ 3 ເທື່ອ)

ພຸທທາພິຖຸຸຸຸຸຸຕິ

ຫັວໜ້າວ່າ:  ຫັນທະມະຍັງ ພຸທທາພິຖຸຕິງ ກະໂຣມະ ເ
ເຊີນເຖີດ ເຣົາທັງຫຼາຍຈົ່ງກ່າວຄຳ ສະດຸດີ ພຣະພຸດທະເຈົ້າເຖີດ.

ໂຍ ໂສ ຕະຖາຄະໂຕ,          ພຣະຕະຖາຄົດເຈົ້າ ນັ້ນພຣະອົງໃດ;
ອະຣະຫັງ,                     ເປັນຜູ້ໄກຈາກກິເລດ;
ສັມມາສັມພຸທໂທ,            ເປັນຜູ້ຕັດສະຮູ້ ຊອບໄດ້ ໂດຍພຣະອົງເອງ;
ວິຊຊາ ຈະຣະນະ ສັມປັນໂນ,   ເປັນຜູ້ເຖິງພ້ອມດ້ວຍວິຊາ ແລະ ຈະຣະນະ;
ສຸຄະໂຕ,                      ເປັນຜູ້ໄປແລ້ວ ດ້ວຍດີ;
ໂລກະວິທູ,                    ເປັນຜູ້ຮູ້ໂລກ, ຢ່າງແຈ່ມແຈ້ງ;
ອະນຸຕຕະໂຣ ປຸຣິສະທັມມະ ສາຣະ ຖິ,
ເປັນຜູ້ສາມາດຝຶກບຸຣຸດທີ່ສົມຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ;
ສັຕຖາ ເທວະ ມະນຸສສານັງ, ເປັນຄູ ຜູ້ສອນຂອງເທວະດາ ແລະ ມະນຸດທັງຫຼາຍ;

ພຸທໂທ,                       ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ;
ພະຄະວາ,              ເປັນຜູ້ມີຄວາມຈະເລີນ ຈຳແນກທັມ ສັ່ງສອນສັດ,
ໂຍ ອິມັງ ໂລກັງ ສະເທວະກັງ ສະມາຣະກັງ ສະພຣັຫມະກັງ ສັສສະມະນະພຣາຫມະນິງ ປະຊັງ ສະເທວະມະນຸສສັງ ສະຍັງ ອະພິນຍາ ສັຈສິກັຕຕະວາ ປະເວເທສິ,
ພຣະຜູ້ມີພຣະພາກເຈົ້າພຣະອົງໃດ ໄດ້ຊົງຄວາມດັບທຸກໃຫ້ແຈ້ງດ້ວຍ
ພະປັນຍາ ອັນຍິ່ງເອງແລ້ວ ຊົງສອນໂລກນີ້ ພ້ອມທັງເທວະດາ ມານ ພົມ ແລະ ໝູ່ສັດ ພ້ອມທັງສະມະນະ ພາມ ພ້ອມທັງເທວະດາ ແລະ ມະນຸດທັງຫຼາຍໃຫ້ຮູ້ຕາມ;
ໂຍ ທັມມັງ ເທເສສິ,          ພຣະຜູ້ມີພຣະພາກເຈົ້າ ພຣະອົງໃດ
ຊົງສະແດງທັມແລ້ວ;
ອາທິກັລຍານັງ,                ມ່ວນ ໃນເບື້ອງຕົ້ນ;
ມັຊເຊກັລຍານັງ,              ມ່ວນ ໃນຖ້າມກາງ;
ປະຣິໂຍສານະກັລຍານັງ,       ມ່ວນ ໃນທີ່ສຸດ;
ສາຕຖັງ ສະພະຍັນສະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ ພຣັຫມະຈະຣິຍັງ ປະກາເສສິ,
ຊົງປະກາດພົມມະຈັນຄືແບບແຫ່ງການປະຕິບັດ ອັນປະເສີດ ບໍຣິສຸດ ບໍຣິບູນສິ້ນເຊີງ ພ້ອມທັງອັດຖະ ພ້ອມທັງພະຍັນຊະນະ;
ຕະມະຫັງ ພະຄະວັນຕັງ ອະພິປູຊະຍາມິ
ຂ້າພະເຈົ້າບູຊາຢ່າງຍິ່ງ ສະເພາະພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ
ຕະມະຫັງ ພະຄະວັນຕັງ ສິຣະສາ ນະມາມິ,
ຂ້າພະເຈົ້ານອບນ້ອມພຣະຜູ້ມີພຣະພາກເຈົ້າ ພຣະອົງນັ້ນ ດ້ວຍຫົວແຫ່ງຂ້າ;

(ຂາບລົງ 1 ເທື່ອ)





ທັມມາພິຖຸຕິ

ຫົວໜ້າວ່າ: ຫັນທະມະຍັງ ທັມມາພິຖຸຕິງ ກະໂຣມະ ເສ
ເຊີນເຖີດ ເຣົາທັງຫຼາຍ ຈົ່ງກ່າວຄຳສະດຸດີ ພຣະທັມເຖີດ.

ໂຍ ໂສ ສວາກຂາໂຕ ພະຄະວະຕາ ທັມໂມ,
ພຣະທັມອັນໃດ ເປັນທັມທີ່ພຣະຜູ້ມີ ພຣະພາກເຈົ້າ ຕັດໄວ້ດີແລ້ວ
ສັນທິຕຖິໂກ,
ເປັນທັມທີ່ຜູ້ສຶກສາ ແລະປະຕິບັດ ເພີງເຫັນໄດ້ດ້ວຍເອງ;
ອະກາຣິໂກ,
ເປັນທັມທີ່ປະຕິບັດໄດ້ ແລະໃຫ້ຜົນໄດ້ ບໍ່ຈຳກັດການເວລາ;
ເອຫິປັຈສິໂກ,
ເປັນທັມທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີດ;
ໂອປະນະຍິໂກ,
ເປັນທັມທີ່ຄວນ ນ້ອມເຂົ້າມາໃສ່ຕົວ;
ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ,
ເປັນທັມທີ່ຜູ້ຮູ້ກໍ່ຮູ້ໄດ້ ສະເພາະຕົນ;
ຕະມະຫັງ ທັມມັງ ອະພິປູຊະຍາມິ
ຂ້າພະເຈົ້າບູຊາຢ່າງຍິ່ງ ສະເພາະພຣະທັມນັ້ນ
ຕະມະຫັງ ທັມມັງ ສິຣະສາ ນະມາມິ,
ຂ້າພະເຈົ້າ ນອບນ້ອມພຣະທັມນັ້ນ ດ້ວຍຫົວແຫ່ງຂ້າ;

(ຂາບລົງ 1 ເທື່ອ)






ສັງຄາພິຖຸຕິ

ຫົວໜ້າວ່າ: ຫັນທະມະຍັງ ສັງຄາພິຖຸຕິງ ກະໂຣມະ ເສ
ເຊີນ ເຖີດ ເຮົາທັງຫຼາຍ ຈົ່ງກ່າວຄຳສະດຸດີພຣະສົງເຖີດ.
ໂຍ ໂສ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ໝູ່ໃດ ປະຕິບັດດີແລ້ວ;
ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ໝູ່ໃດ ປະຕິບັດຕົງແລ້ວ;
ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,            ສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ ໝູ່ໃດ ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກແລ້ວ;
ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ສົງສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ໝູ່ໃດ ປະຕິບັດສົມຄວນແລ້ວ;
ຍະທິທັງ,       
ໄດ້ແກ່ບຸກຄົນເຫຼົ່ານີ້ຄື;
ຈັຕຕາຣີ ປຸຣິສະຍຸຄານິ ອັຕຖະ ປຸຣິສະປຸຄຄະລາ,
ຄູ່ແຫ່ງບູຣຸດ 4 ຄູ່ ນັບຮຽງຕົວບຸຣຸດໄດ້ 8 ບຸຣຸດ;
ເອສະ ພະຄະວະໂຕ ສາວະກະສັງໂຄ,
ນັ້ນແຫລະຄື ສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ;
ອາຫຸນັຍໂຍ,                   ເປັນສົງຄວນແກ່ສັກກາຣະ ທີ່ເຂົານຳມາບູຊາ;
ປາຫຸຸນັຍໂຍ,                   ເປັນສົງຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ;
ທັກຂິນັຍໂຍ,                  ເປັນຜູ້ຄວນຮັບທັກຂິນາທານ;
ອັນຊະລິກະຣະນີໂຍ,           ເປັນຜູ້ທີ່ບຸກຄົນທົ່ວໄປ ຄວນທຳອັນຊະລີ;
ອະນຸຕຕະຣັງ ປຸນຢັກເຂຕຕັງ ໂລກັສສະ,
ເປັນເນື້ອນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ;
ຕະມະຫັງ ສັງຄັງ ອະພິປູຊະຍາມິ
ຂ້າພະເຈົ້າບູຊາຢ່າງຍິ່ງ ສະເພາະພຣະສົງໝູ່ນັ້ນ
ຕະມະຫັງ ສັງຄັງ ສິຣະສາ ນະມາມິ,
ຂ້າພຣະເຈົ້ານອບນ້ອມພຣະສົງໝູ່ນັ້ນ ດ້ວຍຫົວແຫ່ງຂ້າ;
(ຂາບລົງ 1 ເທື່ອ)
ຣະຕະນັຕຕະຍັບປະນາມະຄາຖາ


ຫົວໜ້າວ່າ: ຫັນທະ ມະຍັງ ຣະຕະນັຕຕະຍັປປະນາມະຄາຖາໂຍ ເຈວະ ສັງເວຄະປະຣິ
ກິຕຕະນະປາຖັນຈະ ພະນາມະ ເສ
ເຊີນເຖີດ ເຮົາທັງຫຼາຍຈົ່ງກ່າວຄາຖານອບນ້ອມ ພຣະຣັດຕະນະຕັຍ ເຖີດ

ພຸທໂທ ສຸສຸທໂທ ກະຣຸນາມະຫັນນະໂວ,
ພຣະພຸດທະເຈົ້າຜູ້ບໍຣິສຸດ ມີພຣະກາຣຸນາ ເໜືອນວັງນ້ຳໃຫຽ່;
ໂຍຈຈັນຕະສຸທທັພພະຣະຍານະໂລຈະໂນ,
ພຣະອົງໃດ ມີຕາຄືຍານອັນປະເສີດ ໝົດຈົດເຖິງທີ່ສຸດ;
ໂລກັສສະ ປາປູປະກິເລສະຄາຕະໂກ,
ເປັນຜູ້ລະເສັຽເຊິ່ງບາບແລະອຸປະກິເລດຂອງໂລກ;
ວັນທາມິ ພຸທທັງ ອະຫະມາທະເຣນະຕັງ,
ຂ້າພະເຈົ້າ ໄຫວ້ພຣະພຸດທະເຈົ້າພຣະອົງນັ້ນ ໂດຍໃຈເຄົາຣົບ ເອື້ອເຟື້ອ;
ທັມໂມ ປະທີໂປ ວິຍະ ຕັສສະ ສັຕຖຸໂນ,
ພຣະທັມຂອງພຣະສາສດາ ສວ່າງຮຸ່ງເຮືອງປຽບດວງປະທີບ;
ໂຍ ມັຄຄະປາກາມະຕະເພທະພິນນະໂກ,
ຈຳແນກປະເພດ ຄື ມັກ ຜົນ ນິພານ ສ່ວນໃດ;
ໂລກຸຕຕະໂຣ ໂຍ ຈະ ຕະທັຕຖະທີປະໂນ,
ເຊິ່ງເປັນຕັວໂລກຸດຕະຣະ ແລະສ່ວນໃດທີ່ຊີ້ແນວທາງແຫ່ງໂລກຸດຕະຣະນັ້ນ;
ວັນທາມິ ທັມມັງ ອະຫະມາເຣນະ ຕັງ,
ຂ້າພະເຈົ້າ ໄຫວ້ພຣະທັມນັ້ນ ໂດຍ ໃຈເຄົຣົບເອື້ອເຟື້ອ;
ສັງໂຄ ສຸເຂຕຕາພະຍະເຂຕຕະສັນຍິໂຕ,
ພຣະສົງເປັນນາບຸນອັນຍິ່ງໃຫຽ່ກວ່ານາບຸນອັນດີທັງຫຼາຍ;
ໂຍ ທິຕຖະສັນໂຕ ສຸຄະຕານຸໂພທະໂກ,
ເປັນຜູູ້ເຫັນພຣະນິພານ ຕັດສະຮູ້ຕາມພຣະສຸຄົດ ໝູ່ໃດ;
ໂລ ລັປປະຫີໂນ ອະຣິໂຍ ສຸເມທະໂສ,
ເປັນຜູ້ລະກິເລດເຄື່ອງໂລເລ ເປັນພຣະອະຣິຍະເຈົ້າ ມີປັນຍາດີ;

ວັນທາມິ ສັງຄັງ ອະຫະມາເຣນະ ຕັງ,
ຂ້າພຣະເຈົ້າ ໄຫວ້ພຣະສົງໝູ່ນັ້ນ ໂດຍໃຈເຄົາຣົບເອື້ອເຟື້ອ;
ອິຈເຈວະເມກັນຕະພິປູຊະເນຍຍະກັງ ວັຕຖຸຕຕະຍັງ ວັນທະຍະຕາພິສັງຂະຕັງ
ປຸນຍັງ
ມະຍາ ຍັງ ມະມະ ສັພພຸປັທທະວາ ມາ ໂຫນຕຸ ເວ ຕັສສະ ປະພາວະສິທທິຍາ.
ບຸນໃດ ທີ່ຂ້າພະເຈົ້າຜູ້ໄຫວ້ຢູ່ເຊິ່ງວັຕຖຸສາມ ຄື ພຣະຣັດຕະນະໄຕຣອັນຄວນ
ບູຊາຢ່າງຍິ່ງໂດຍສ່ວນດຽວ
ໄດ້ກະທຳແລ້ວເປັນຢ່າງຍິ່ງເຊັ່ນນີ້ນີ້ ຂໍອຸປັດທະວະທັງຫຼາຍຈົ່ງຢ່າໄດ້ມີແກ່ຂ້າພະເຈົ້າເລີຍ ດ້ວຍອຳນາດຄວາມສຳເລັດ
ອັນເກີດຈາກບຸນນັ້ນ
.

ສັງເວຄະປະຣິກິຕຕະນະປາຖະ

ອິທະ ຕະຖາຄະໂຕ ໂລເກ ອຸປປັນໂນ,
ພຣະຕະຖາຄົດເຈົ້າ ເກີດຂື້ນແລ້ວໃນໂລກນີ້;
ອະຣະຫັງ ສັມມາສັມພຸທໂທ,
ເປັນຜູ້ໄກຈາກກິເລດ ຕັດສະຮູ້ຊອບໄດ້ໂດຍພຣະອົງເອງ,
ທັມໂມ ຈະ ເທສິໂຕ ນິຍຍານິໂກ,
ແລະພຣະທັມທີ່ຊົງສະແດງ ເປັນທັມເຄື່ອງອອກຈາກທຸກ;
ອຸປະສະມິໂກ ປະຣິນິພພານິໂກ,
ເປັນເຄື່ອງສະງົບກິເລດ ເປັນໄປເພື່ອປະຣິນິບພານ;
ສັມໂພທະຄາມີ ສຸຄະຕັປປະເວທິໂຕ,
ເປັນໄປເພື່ອຄວາມຮູ້ພ້ອມ ເປັນທັມທີ່ພຣະສຸຄົດປະກາດ
ມະຢັນຕັງ ທັມມັງ ສຸຕຕະວາ ເອວັງ ຊານາມະ,
ພວກເຮົາ ເມື່ອໄດ້ຟັງທັມນັ້ນແລ້ວ ຈຶ່ງໄດ້ຮູ້ຢ່າງນີ້ວ່າ.
ຊາຕິປິ ທຸກຂາ,                       ແມ່ນຄວາມເກີດ ກໍ່ເປັນທຸກ;
ຊະຣາປິ ທຸກຂາ,                      ແມ່ນຄວາມແກ່ ກໍ່ເປັນທຸກ;
ມະຣະນັມປິ ທຸກຂັງ,                 ແມ່ນຄວາມຕາຍ ກໍ່ເປັນທຸກ;

ໂສກະປະຣິເທວະທຸກຂະ ໂທມະນັສສຸປາຍາສາປິ ທຸກຂາ,
ແມ່ນຄວາມໂສກ ຄວາມຮ້ອງໄຫ້ລຳພັນ ຄວາມບໍ່ສະບາຍກາຍ ຄວາມບໍ່
ສະບາຍໃຈ
ຄວາມຄັບແຄ້ນໃຈ ກໍ່ເປັນທຸກ;
ອັບປິເຍຫິ ສັມປະໂຍໂຄ ທຸກໂຂ,
ຄວາມປະສົບກັບສິ່ງທີ່ເປັນ ທີ່ຮັກ ທີ່ພໍໃຈ ກໍ່ເປັນທຸກ;
ປິເຍຫິ ວິປປະໂຍໂຄ ທຸກໂຂ,
ຄວາມພັດພາກຈາກສິ່ງທີ່ເປັນ ທີ່ຮັກ ທີ່ພໍໃຈ ກໍ່ເປັນທຸກ;
ຍັມປິຈສັງ ນະ ລະພະຕິ ຕັມປິ ທຸກຂັງ,
ມີຄວາມປາຖະໜາສິ່ງໃດ ບໍ່ໄດ້ສິ່ງນັ້ນໆ ກໍ່ເປັນທຸກ;
ສັງຂິຕເຕນະ ປັນຈຸປາທານັກຂັນທາ ທຸກຂາ,
ວ່າໂດຍຫຍໍ້ ອຸປະທານຂັນທັ້ງ 5 ເປັນຕົວທຸກ;
ເສຍຍະຖີທັງ,                  ໄດ້ແກ່ສິ່ງເຫຼົ່ານີ້ຄື;
ຣູປູປາທານັກຂັນໂທ,          ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນ ຄື ຮູບ;
ເວທະນູປາທານັກຂັນໂທ,      ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນ ຄື ເວທະນາ;
ສັນຍູປາທານັກຂັນໂທ,          ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຶດໝັ້ນ ຄື ສັນຍາ;
ສັງຂາຣູປາທານັກຂັນໂທ,      ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຸດໝັ້ນ ຄື ສັງຂານ;
ວິນຍານູປາທານັກຂັນໂທ,      ຂັນ ອັນເປັນທີ່ຕັ້ງແຫ່ງຄວາມຍຸດໝັ້ນ ຄື ວິນຍານ;
ເຍສັງ ປະຣິນຍາຍະ,           ເພື່ອໃຫ້ສາວົກກຳນົດຮອບຮູ້ ອຸປາທາຂັນເຫຼົ່ານີ້ເອງ,
ທະຣະມະໂນ ໂສ ພະຄະວາ,    ເຊິ່ງພຣະຜູ້ມີພຣະພາກເຈົ້ານັ້ນ ເມື່ອຍັງພຣະຊົນຢູ່;
ເອວັງ ພະຫຸລັງ ສາວະເກ ວິເນຕິ,
ຍ່ອມຊົງແນະນຳສາວົກທັງຫຼາຍ ເຊັ່ນນີ້ເປັນສ່ວນມາກ.
ເອວັງ ພາຄາ ຈະ ປະນັສສະ ພະຄະວະໂຕ ສາວະເກສຸ ອະນຸສາສະນີ ພະຫຸລາ ປະວັຕຕະຕິ,
ອັນນຶ່ງ ຄຳສັ່ງສອນຂອງພຣະຜູ້ມີພຣະພາກເຈົ້ານັ້ນ ຍ່ອມເປັນໄປໃນສາວົກທັງຫຼາຍສ່ວນມາກ ມີສ່ວນ ຄື ຈຳແນກຢ່າງນີ້ວ່າ;
ຣູປັງ ອະນິຈຈັງ,                  ຮູບ ບໍ່ທ່ຽງ;
ເວທະນາ ອະນິຈຈາ,        ເວທະນາ ບໍ່ທ່ຽງ;
ສັນຍາ ອະນິຈຈາ,                 ສັນຍາ ບໍ່ທ່ຽງ;
ສັງຂາຣາ ອະນິຈຈາ,        ສັງຂານ ບໍ່ທ່ຽງ;
ວິນຍານັງ ອະນິຈຈາ,              ວິນຍານ ບໍ່ທ່ຽງ;
ຣູປັງ ອະນັຕຕາ,                   ຮູບ ບໍ່ແມ່ນຕົວຕົນ;
ເວທະນາ ອະນັຕຕາ,        ເວທະນາ ບໍ່ແມ່ນຕົວຕົນ;
ສັນຍາ ອະນັຕຕາ,                 ສັນຍາ ບໍ່ແມ່ນຕົວຕົນ;
ສັງຂາຣາ ອະນັຕຕາ,        ສັງຂານ ບໍ່ແມ່ນຕົວຕົນ;
ວິນຍານັງ ອະນັຕຕາ,              ວິນຍານ ບໍ່ແມ່ນຕົວຕົນ;
ສັພເພ ສັງຂາຣາ ອະນິຈຈາ, ສັງຂານທັງຫຼາຍ ທັງປວງ ບໍ່ທ່ຽງ;
ສັພເພ  ທັມມາ ອະນັຕຕາຕິ,      ທັມທັງຫຼາຍ ທັງປວງ ບໍ່ແມ່ນຕົວຕົນດັ່ງນີ້;
ເຕ (ຜູ້ຍິງວ່າ ຕາ) ມະຍັງ ໂອຕິນນາມະຫະ,
ພວກເຮົາທັງຫຼາຍ ເປັນຜູ້ຖືກຄອບງຳແລ້ວ;
ຊາຕິ ຍາ,                         ໂດຍຄວາມເກີດ;
ຊະຣາ ມະຣະເນນະ,        ໂດຍຄວາມ ແກ່ ແລະ ຄວາມ ຕາຍ;
ໂສເກຫິ ປະຣິເທເວຫິ ທຸກເຂຫິ ໂທມະນັສເສຫິ ອຸປາຍາເສຫິ,
ໂດຍຄວາມໂສກ ຄວາມຮ້ອງໄຫ້ລຳພັນ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ ຄວາມຄັບແຄ້ນໃຈ ທັງຫຼາຍ;
ທຸກໂຂ ຕິນນາ,            ເປັນຜູ້ຖືກຄວາມທຸກຢັ່ງເອົາແລ້ວ;
ທຸກຂະປະເຣຕາ,           ເປັນຜູ້ມີຄວາມທຸກເປັນເບື້ອງໜ້າແລ້ວ;
ອັປເປວະນາມິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາ ປັນຍາເຍຖາຕິ,
ທຳຢ່າງໃດ ການທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ຈະເພີງປາກົດແຈ້ງແກ່ເຮົາໄດ້;

ສຳຫລັບພຣະພິກຂຸ - ສາມະເນນ

ຈິຣະປະຣິນິພພຸຕັມປິ ຕັງ ພະຄະວັນຕັງ ອຸທິສສະ ອະຣະຫັນຕັງ ສັມມາສັມພຸທທັງ,
ເຮົາທັງຫຼາຍ ອຸທິດສະເພາະພຣະຜູ້ມີພຣະພາກເຈົ້າ ຜູ້ໄກຈາກກິເລດຕັດສະຮູ້ ຊອບໄດ້ໂດຽພຣະອົງເອງ ແມ່ນປະຣິນິພານນານແລ້ວພຣະອົງນັ້ນ;
ສັທທາ ອະຄາຣັສສະມາ ອະນະຄາຣິຍັງ ປັພພະຊິຕາ,
ເປັນຜູ້ມີສັດທາ ອອກບວຊຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຣືອນແລ້ວ;

ຕັສສະມິງ ພະຄະວະຕິ ພຣັຫມະຈະຣິຍັງ ຈະຣາມະ,
ປະພຶດຢູ່ເຊິ່ງພົມມະຈັນ ໃນພຣະຜູ້ມີພຣະພາເຈົ້າ ພຣະອົງນັ້ນ;
ພິກຂູນັງ (ສາມະເນຣານັງ)[1] ສິກຂາສາຊີວະສະມາປັນນາ,
ເຖິງພ້ອມດ້ວຍສິກຂາ ແລະ ທັມເປັນເຄື່ອງລ້ຽງຊີວິດຂອງພິກສຸທັງຫຼາຍ;
ຕັງ ໂນ ພຣັຫມະຈະຣິຍັງ ອິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາຍະ ສັງວັຕຕະຕຸ,
ຂໍໃຫ້ພົມມະຈັນຂອງເຮົາທັງຫຼາຍນັ້ນ ຈົ່ງເປັນໄປເພື່ອການທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ເທີ້ນ;


ສຳຫລັບແມ່ຊີ-ພໍ່ຂາວ-ແມ່ຂາວ-ພໍ່ອອກແມ່ອອກໃຫ້ສູດດັ່ງນີ້

ຈິຣະປະຣິນິພພຸຕັມປິ ຕັງ ພະຄະວັນຕັງ ສະຣະນັງ ຄະຕາ[2],
ເຮົາທັງຫຼາຍຜູ້ເຖິງແລ້ວເຊິ່ງພຣະຜູ້ມີພຣະພາກເຈົ້າ ແມ່ນປະຣິນິພານນານມາແລ້ວ ພຣະອົງນັ້ນ ເປັນສະຣະນະ;
ທັມມັນຈະ ສັງຄັນຈະ,
ເຖິງພຣະທັມດ້ວຍ ເຖິງພຣະສົງດ້ວຍ;
ຕັສສະ ພະຄະວະໂຕ ສາສະນັງ ຍະຖາສະຕິ ຍະຖາພະລັງມະນະສິກະໂຣມະອະນຸປະຕິປັຊຊາມະ[3],
ຈັກທຳໃນໃຈຢູ່ເຊິ່ງຄຳສັ່ງສອນຂອງພຣະຜູ້ມີພຣະພາກເຈົ້ານັ້ນ
ຕາມສະຕິກຳລັງ;
ສາ ສາ ໂນ ປະຕິປັຕຕິ,
ຂໍໃຫ້ການປະຕິບັດນັ້ນ ຂອງເຮົາທັງຫຼາຍ;
ອິມິສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາຍະ ສັງວັຕຕະຕຸ
ຈົ່ງເປັນໄປເພື່ອການທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ເທີ້ນຯ

ຕັງຂະນິກະປັຈຈະເວກຂະນະປາຖະ



Description: 28-aLpຫົວໜ້າວ່າ: ຫັນທະ ມະຍັງ ຕັງຂະນິກະປັຈຈະເວກຂະນະປາຖັງ ພະນາມະ ເສ
ເຊີນເຖີດ ເຮົາທັງຫຼາຍ ຈົ່ງ ພິຈາລະນາປັດຈັຍ 4 ທີ່ກຳລັງໃຊ້ໃນວັນນີ້
(ຂະນະໃຊ້ສອຍຈີວອນ)

ປະຕິສັງ ຂາໂຍ ນິໂສ ຈິວະຣັງ ປະຕິເສວາມິ,
ເຮົາຍ່ອມພິຈາຣະນາ ໂດຽລະອຽດແລ້ວ ນຸ່ງຫົ່ມຈີວອນ;
ຍາວະ ເທວະ ສີຕັສສະ ປະຕິຄາຕາຍະ, ພຽງເພື່ອບຳບັດ ຄວາມໜາວ;
ອຸນຫັສສະ ປະຕິຄາຕາຍະ,                   ເພື່ອບຳບັດ ຄວາມຮ້ອນ;
ດັງສະມະກະສະວາຕາ ຕະປະສິຣິງ ສະປະສັມຜັສສານັງ ປະຕິຄາຕາຍະ,
ເພື່ອບຳບັດສຳຜັດອັນເກີດຈາກເຫລືອກ ຍຸງ ລົມ ແດດ ແລະສັດເລືອຄານທັງຫຼາຍ;
ຍາວະ ເທວະ ຫິຣິໂກ ປິນະ ປະຕິຈສາທະນັຕຖັງ,
ແລະພຽງເພື່ອປົກປິດ ອະວັຍຍະວະ ອັນໃຫ້ເກີດຄວາມລະອາຍ;

(ຂະນະບໍຣິໂພກບິນດະບາດ)
ປະຕິສັງ ຂາໂຍ ນິໂສ ບິນດະປາຕັງ ປະຕິເສວາມິ,
ເຮົາຍ່ອມພິຈາຣະນາ ໂດຽຣະອຽດແລ້ວ ສັນບິນດະບາດ;
ເນວະ ທະວາຍະ, ບໍ່ແມ່ນ ເປັນໄປເພື່ອຄວາມເພີດເພີນ ສະນຸກສະນານ;
ນະ ມະທາຍະ,     ບໍ່ແມ່ນ ເປັນໄປເພື່ອຄວາມເມົາມັນ ເກີດກຳລັງພະລັງທາງກາຍ;
ນະ ມັນດະນາຍະ,       ບໍ່ແມ່ນ ເປັນໄປເພື່ອປະດັບ;
ນະ ວິພູສະນາຍະ,       ບໍ່ແມ່ນ ເປັນໄປເພື່ອຕົບແຕ່ງ;
ວິຫິງ ສຸປະຣະຕິຍາ,     ເພື່ອຄວາມສິ້ນໄປ ແຫ່ງຄວາມລຳບາກທາງກາຍ.
ພຣັຫມະຈະຣິຍາ ນຸຄຄະຫາຍະ,       ເພື່ອອະນຸເຄາະ ແກ່ການປະພຶດ ພົມມະຈັນ
ອິຕິ ປຸຣານັນຈະ ເວທະນັງ ປະຕິຫັງຂາມິ,
ດ້ວຍການທຳຢ່າງນີ້ ເຮົາຍ່ອມຣະງັບເສັຽໄດ້ ເຊິ່ງທຸກຂະເວທະນາເກົ່າ ຄື ຄວາມຫິວ.
ນະ ວັນຈະ ເວທະນັງ ນະ ອຸປາເທສສາມິ,
ແລະບໍ່ທຳທຸກຂະເວທະນາໃໝ່ ໃຫ້ເກີດຂຶ້ນ;
ຍາຕະຣາ ຈະ ເມ ພະວິສສະຕິ ອະນະວັຊຊະຕາ ຈະຜາສຸ ວິຫາໂຣ ຈາຕິ
ອັນໜຶ່ງ,ເພື່ອຄວາມເປັນໄປໂດຍສະດວກ ແຫ່ງອັດຕະພາບນີ້ດ້ວຍຄວານເປັນຜູ້ຫາໂທດບໍ່ໄດ້ດ້ວຍ ແລະຄວາມເປັນຢູ່ໂດຍຜາສຸກດ້ວຍ ຈັກມີແກ່ເຮົາດົ່ງນີ້;

(ຂະນະໃຊ້ສອຍເສນາສະນະ)
ປະຕິສັງ ຂາໂຍ ນິໂສ ເສນາສະນັງ ປະຕິເສວາມິ,
ເຮົາຍ່ອມພິຈາຣະນາ ໂດຽລະອຽດແລ້ວ ໃຊ້ສອຍເສນາສະນະ;
ຍາວະ ເທວະ ສີຕັສສະ ປະຕິຄາຕາຍະ, ພຽງເພື່ອບຳບັດ ຄວາມໜາວ;
ອຸນຫັສສະ ປະຕິຄາຕາຍະ,                   ເພື່ອບຳບັດ ຄວາມຮ້ອນ;
ດັງສະມະກະສະວາຕາ ຕະປະສິຣິງ ສະປະສັມຜັສສານັງ ປະຕິຄາຕາຍະ,
ເພື່ອບຳບັດສຳຜັດອັນເກີດຈາກເຫລືອກ ຍຸງ ລົມ ແດດ ແລະສັດເລືອຄານທັງຫຼາຍ;
ຍາວະເທວະ ອຸຕຸປະຣິສສະຍະວິໂນທະນັງ ປະຕິສັລລານາຣານມັຕຖັງ,
ພຽງເພື່ອບັນເທົາອັນຕະລາຍ ອັນຈະເພີງມີຈາກດິນຟ້າອາກາດ ແລະເພື່ອເປັນຜູ້ຍິນດີຢູ່ໄດ້ ໃນທີ່ຫລີກເວັ້ນສຳລັບພາວະນາ;

(ຂະນະບໍຣິໂພກຄິລານະເພສັຊ)
ປະຕິສັງ ຂາໂຍ ນິໂສ ຄີລານະປັຈຈະຍະ ເພສັຊຊະ ປະຣິກຂາລັງ ປະຕິເສວາມິ,
ເຮົາຍ່ອມພິຈາຣະນາ ໂດຽຣະອຽດແລ້ວ ບໍຣິໂພກເພສັດບໍຣິຂານອັນເກື້ອກຸນແກ່ຄົນໄຂ້;
ຍາວະ ເທວະ ອຸປັນນານັງ ເວຍຍາພາທິການັງ ເວທະນານັງ ປະຕິຄາຕາຍະ,
ພຽງເພື່ອບຳບັດ ທຸກຂະເວທະນາ ອັນບັງເກີດຂຶ້ນແລ້ວ ມີອາພາດຕ່າງໆເປັນມູນ;
ອັພພະຍາປັຊຊະ ປະຣະມະຕາຍາຕິ,
ເພື່ອຄວາມເປັນຜູ້ບໍ່ມີໂຣກບຽດບຽນ ດັ່ງນີ້;



ທາຕຸປະຕິກຸລາປັຈຈະເວກຂະນະ


Description: 28-aLpຫົວໜ້າວ່າ: ຫັນທະມະຍັງ ທາຕຸປະຕິກຸລາ ປັຈຈະເວກຂະນະ ປາຖັງພະນາມະເສ
ເຊີນເຖີດ ເຮົາທັງຫຼາຍ ຈົ່ງກ່າວບາລີເປັນເຄື່ອງພິຈາລະນາປັດຈັຍ 4 ໂດຍຄວາມເປັນທາດປະຕິກຸນ ເທີ້ນ

(ຂໍ້ວ່າດ້ວຍໃຊ້ສອຍຈີວອນ)
ຢະຖາ ປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມ ເວຕັງ,
ສິ່ງເຫຼົ່ານີ້ ເປັນແຕ່ພຽງທາດຕາມທັມມະຊາດເຫຼົ່ານັ້ນ ກຳລັງເປັນໄປຕາມເຫດ ຕາມປັດຈັຍຢູ່ເນື່ອງນິດ;
ຍະທິທັງ ຈີວະລັງ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ,
ສິ່ງເຫຼົ່ານີ້ຄື ຈີວອນ ແລະ ບຸກຄົນຜູ້ໃຊ້ສອຍຈີວອນນັ້ນ;
ທາຕຸ ມັຕຕະໂກ,       ເປັນພຽງແຕ່ທາດ ຕາມທັມມະຊາດ;
ນິສສັຕໂຕ,             ບໍ່ໄດ້ເປັນ ສັດຕະວະ ອັນຢັ້ງຍືນ;
ນິຊຊີໂວ,               ບໍ່ໄດ້ເປັນ ຊີວະ ອັນເປັນບຸຣຸດ ບຸກຄົນ;
ສູນໂຍ,                 ຫວ່າງເປົ່າ ຈາກຄວາມໝາຍ ແຫ່ງຄວາມເປັນຕົວຕົນ;
ສັພພານິ ປະນະ ອິມານິ ຈີວະຣານິ ອະຊິຄຸຈສະນີຍານິ,
ກໍ່ຈີວອນທັງໝົດນີ້ ບໍ່ເປັນຂອງໜ້າກຽດມາແຕ່ເດີມ
ອິມັງ ປູຕິກາຍັງ ປັຕຕະວາ,    ຄັນມາຖືກເຂົ້າກັບກາຍ ອັນເນົ່າເໝັນນີ້ແລ້ວ;
ອະຕິວິຍະ ຊິຄຸຈສະນິຍາ ນິ ຊາຍັນຕິ,
ຍ່ອມກາຍເປັນຂອງໜ້າກຽດ ຢ່າງຍິ່ງໄປດ້ວຍກັນ.

(ຂໍ້ວ່າດ້ວຍບໍຣິໂພກບິນດະບາດ)
ຢະຖາ ປັຈຈະຢັງ ປະວັຕຕະມານັງ ທາຕຸມັຕຕະເມ ເວຕັງ,
ສິ່ງເຫຼົ່ານີ້ ເປັນແຕ່ພຽງທາດຕາມທັມມະຊາດເຫຼົ່ານັ້ນ ກຳລັງເປັນໄປຕາມເຫດ ຕາມປັດຈັຍຢູ່ເນື່ອງນິດ;
ຍະທິທັງ ບິນດະປາໂຕ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ,
ສິ່ງເຫຼົ່ານີ້ຄື ບິນດະບາດ ແລະ ບຸກຄົນທີ່ບໍຣິໂພກບິນດະບາດນັ້ນ;
ທາຕຸ ມັຕຕະໂກ,       ເປັນພຽງແຕ່ທາດ ຕາມທັມມະຊາດ;
ນິສສັຕໂຕ,             ບໍ່ໄດ້ເປັນ ສັດຕະວະ ອັນຢັ້ງຍືນ;
ນິຊຊີໂວ,               ບໍ່ໄດ້ເປັນ ຊີວະ ອັນເປັນບຸຣຸດ ບຸກຄົນ;
ສູນໂຍ,                 ຫວ່າງເປົ່າຈາກຄວາມໝາຍ ແຫ່ງຄວາມເປັນຕົວຕົນ;
ສັພໂພ ປະນາຍັງ ບິນດະປາໂຕ ອະຊິຄຸຈສະນິໂຍ,
ກໍ່ບິນດະບາດທັງໝົດນີ້ ບໍ່ເປັນຂອງໜ້າກຽດມາແຕ່ເດີມ;
ອິມັງ ປູຕິກາຍັງ ປັຕຕະວາ,    ຄັນມາຖືກເຂົ້າກັບກາຍ ອັນເນົ່າເໝັນນີ້ແລ້ວ;
ອະຕິວິຍະ ຊິຄຸຈສະນິຍາ ນິ ຊາຍັນຕິ, 
ຍ່ອມກາຍເປັນຂອງໜ້າກຽດ ຢ່າງຍິ່ງໄປດ້ວຍກັນ;

(ຂໍ້ວ່າດ້ວຍໃຊ້ສອຍເສນາສະນະ)
ຢະຖາ ປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມ ເວຕັງ,
ສິ່ງເຫຼົ່ານີ້ ເປັນແຕ່ພຽງທາດຕາມທັມມະຊາດເຫຼົ່ານັ້ນ ກຳລັງເປັນໄປຕາມເຫດຕາມປັດຈັຍຢູ່ເນື່ອງນິດ
ຍະທິທັງ ເສນາສະນັງ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ,
ສິ່ງເຫຼົ່ານີ້ຄື ເສນາສະນະ ແລະ ບຸກຄົນຜູ້ໃຊ້ສອຍເສນາສະນະນັ້ນ;
ທາຕຸ ມັຕຕະໂກ,       ເປັນພຽງແຕ່ທາດ ຕາມທັມມະຊາດ;
ນິສສັຕໂຕ,             ບໍ່ໄດ້ເປັນ ສັດຕະວະ ອັນຢັ້ງຍືນ.
ນິຊຊີໂວ,               ບໍ່ໄດ້ເປັນ ຊີວະ ອັນເປັນບຸຣຸດ ບຸກຄົນ.
ສູນໂຍ,                 ຫວ່າງເປົ່າ ຈາກຄວາມໝາຍ ແຫ່ງຄວາມເປັນຕົວຕົນ;
ສັພພານິ ປະນະ ອິມານິ ເສນາສະນານິ ອະຊິຄຸຈສະນິຍານິ,
ກໍ່ເສນາສະນະທັງໝົດນີ້ ບໍ່ເປັນຂອງໜ້າກຽດມາແຕ່ເດີມ;
ອິມັງ ປູຕິກາຍັງ ປັຕຕະວາ,
ຄັນມາຖືກເຂົ້າກັບກາຍອັນເນົ່າເໝັນນີ້ແລ້ວ;
ອະຕິວິຍະ ຊິຄຸຈສະນິຍາ ນິ ຊາຍັນຕິ,
ຍ່ອມກາຍເປັນຂອງໜ້າກຽດ ຢ່າງຍິ່ງໄປດ້ວຍກັນ.



(ຂໍ້ວ່າດ້ວຍບໍຣິໂພກຄິລານະເພສັຊ)
ຢະຖາ ປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມ ເວຕັງ,
ສິ່ງເຫຼົ່ານີ້ເປັນແຕ່ພຽງທາດຕາມທັມມະຊາດເຫຼົ່ານັ້ນ ກຳລັງເປັນໄປຕາມເຫດ ຕາມປັດຈັຍຢູ່ເນື່ອງນິດ;
ຍະທິທັງ ຄີລານະປັຈຈະຍະເພສັຊຊະ ປະຣິຂາໂຣ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ,
ສິ່ງເຫຼົ່ານີ້ຄື ຄີລານະເພສັດຊະບໍຣິຂານ ອັນເກື້ອກຸນແກ່ຄົນໄຂ້ແລະບຸກຄົນທີ່ບໍຣິໂພກເພສັດຊະບໍຣິຂານນັ້ນ;
ທາຕຸ ມັຕຕະໂກ,       ເປັນພຽງແຕ່ທາດ ຕາມທັມມະຊາດ;
ນິສສັຕໂຕ,             ບໍ່ໄດ້ເປັນ ສັດຕະວະ ອັນຢັ້ງຍືນ;
ນິຊຊີໂວ,               ບໍ່ໄດ້ເປັນ ຊີວະ ອັນເປັນບຸຣຸດ ບຸກຄົນ;
ສູນໂຍ,                 ຫວ່າງເປົ່າ ຈາກຄວາມໝາຍ ແຫ່ງຄວາມເປັນຕົວຕົນ;
ສັພໂພ ປະນາຍັງ ຄີລານະປັຈຈະຍະເພສັຊຊະ ປະຣິຂາໂຣ ອະຊິຄຸຈສະນິຍານິ,
ກໍ່ຄີລານະເພສັດບໍຣິຂານທັງໝົດນີ້ ບໍ່ເປັນຂອງໜ້າກຽດມາແຕ່ເດີມ;
ອິມັງ ປູຕິກາຍັງ ປັຕຕະວາ,    ຄັນມາຖືກເຂົ້າກັບກາຍອັນເນົ່າເໝັນນີ້ແລ້ວ;
ອະຕິວິຍະ ຊິຄຸຈສະນິຍາ ນິ ຊາຍະຕິ,
ຍ່ອມກາຍເປັນຂອງໜ້າກຽດ ຢ່າງຍິ່ງໄປດ້ວຍກັນ;

ຄຳໃຫ້ພອນແປ

        ຢະຖາ ວາຣິວະຫາ ປູຣາ ປະຣິປູເຣນຕິ ສາຄະຣັງ,
ແມ່ນ້ຳທີ່ເຕັມ ຍ່ອມຍັງສະມຸດສາຄອນໃຫ້ບໍຣິບູນໄດ້ ສັນໃດ;
        ເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັປປະຕິ,
ທານ ທີ່ທ່ານອຸທິດໃຫ້ແລ້ວໃນໂລກນີ້ ຍ່ອມສຳເລັດປະໂຫຍດແກ່ຍາດທັງຫຼາຍ ຜູ້ຕາຍໄປແລ້ວກໍ່ເໝືອນກັນ ສັນນັ້ນ;
        ອິຈສິຕັງ ປັຕຖິຕັງ ຕຸມຫັງ,    ຂໍອິດຖະຜົນ ທີ່ທ່ານປາຖະນາແລ້ວ ຕັ້ງໃຈແລ້ວ;
        ຂິປປະເມວະ ສະມິຊຊະຕຸ,     ຈົ່ງສຳເລັດແກ່ທ່ານ ໂດຽໄວ ເທີ້ນ;
        ສັພເພ ປູເຣນຕຸ ສັງກັປປາ,    ຂໍຄວາມຄຶດຄະນຶງທັງປວງຂອງທ່ານ
ຈົ່ງເຕັມບໍຣິບູນດີ;
        ຈັນໂທ ປັນນະຣະໂສ ຢະຖາ,      ເໝືອນພຣະຈັນ ໃນວັນເພັງ ສັນນັ້ນ;
        ມະນີ ໂຊຕິຣະໂສ ຢະຖາ,          ເໝືອນແກ້ວມະນີ ອັນສະຫວ່າງ ສະໄຫວ
ຄວນຍິນດີ ສັນນັ້ນ;
        ສັພພີຕິໂຍ ວິວັຊຊັນຕຸ,            ຂໍສັບພະສະນຽດຈັງໄຣ ຈົ່ງເຫຶອດຫາຍໄປ;
        ສັພພະໂຣໂຄ ວິນັສສະຕຸ,          ຂໍສັບພະໂຣກພັຍ ຈົ່ງພິນາດ;
        ມາ ເຕ ພະວັຕວັນຕະຣາໂຍ,       ຂໍອຸບາດອັນຕະຣາຍ ຈ່ງຢ່າມີແກ່ທ່ານ;
        ສຸຂີ ທີຄາຍຸໂກ ພະວະ,            ຂໍທ່ານຈົ່ງມີຄວາມສຸກ ມີອາຍຸຍືນຍາວ ເທີ້ນ;
ອະພິວາທະນະສີລິສສະ ນິຈຈັງ ວຸທທາປະຈາຍິໂນ ຈັຕຕາໂຣ ທັມມາ ວັທທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ,      
ພອນ 4 ປະການ ຄື ອາຍຸ ວັນນະ ສຸຂະ ພະລະ  ຍ່ອມຈະເລີນແກ່ບຸກຄົນຜູ້ມີປົກກະຕິຂາບໄຫວ້ ມີປົກກະຕິອ່ອນນ້ອມຕໍ່ຜູ້ໃຫຽ່ເປັນນິດນິຣັນ ແລຯ

ໂພສະນານຸໂມທະນາຄາຖາ
        ອາຍຸໂທ ພາລະໂທ ທີໂຣ,         ຜູ້ ມີປັນຍາ ໃຫ້ອາຍຸ ໃຫ້ກຳລັງ;
        ວັນນະໂທ ປະຕິພານະໂທ,         ໃຫ້ວັນນະ ໃຫ້ປະຕິພານ;
        ສຸຂັສສະ ທາຕາ ເມທາວີ,         ຜູ້ມີປັນຍາ ໃຫ້ຄວາມສຸກ;
        ສຸຂັງ ໂສ ອະທິຄັຈສະຕິ,           ທ່ານຍ່ອມປະສົບ ສຸກ;
        ອາຍຸງ ທັຕຕະວາ ພະລັງ ວັນນັງ,   ບຸກຄົນໃຫ້ອາຍຸ ພາລະ ວັນນະ;
        ສຸຂັນຈະ ປະຕິພານະໂທ,          ສຸຂະ ແລະ ປະຕິພານ;
        ທີຄາຍຸ ຢະສະວາ ໂຫຕິ ຍັຕຖະ ຍັຕຖູປະປັຊຊະຕີຕິ,
ບັງເກີດໃນທີ່ໃດ ຍ່ອມເປັນຜູ້ມີອາຍຸຍືນ ມີຍົດໃນທີ່ນັ້ນ ດັ່ງນີ້ແລຯ

ພະວະຕຸສັພພະມັງຄະລັງ

ພະວະຕຸ ສັພພະມັງຄະລັງ,         ຂໍມົງຄຸນທັງປວງ ຈົ່ງມີແກ່ທ່ານທັງຫຼາຍ;
        ຣັກຂັນຕຸ ສັພພະເທວະຕາ,         ຂໍເທບພະເຈົ້າທັງປວງຈົ່ງຮັກສາທ່ານທັງຫຼາຍ;
        ສັພພະພຸທທານຸພາເວນະ,          ດ້ວຍອານຸພາບແຫ່ງພຣະພຸດທະເຈົ້າທັງປວງ;
        ສັພພະທັມມານຸພາເວນະ,          ດ້ວຍອານຸພາບແຫ່ງພຣະທັມມະເຈົ້າທັງປວງ;
ສັພພະສັງຄານຸພາເວນະ,           ດ້ວຍອານຸພາບແຫ່ງພຣະສັງຄະເຈົ້າທັງປວງ;
ສະທາ ໂສຕຖີ ພະວັນຕຸ ເຕ,       ຂໍຄວາມສະວັດດີ ຈົ່ງມີແກ່ທ່ານທັງຫຼາຍ
ໃນການທຸກເມື່ອ ເທີ້ນ;

ສັຈຈະກິຣິຍາຄາຖາ

ນັຕຖິ ເມ ສະຣະນັງ ອັນຍັງ    ພຸທໂທ ເມ ສະຣະນັງ ວະຣັງ
ເອເຕນະ ສັຈຈະວັຊເຊນະ      ໂສຕຖິ ເມ ໂຫຕຸ ສັພພະທາ
ນັຕຖິ ເມ ສະຣະນັງ ອັນຍັງ    ທັມໂມ ເມ ສະຣະນັງ ວະຣັງ
ເອເຕນະ ສັຈຈະວັຊເຊນະ      ໂສຕຖິ ເມ ໂຫຕຸ ສັພພະທາ:
ນັຕຖິ ເມ ສະຣະນັງ ອັນຍັງ    ສັງໂຄ ເມ ສະຣະນັງ ວະຣັງ
ເອເຕນະ ສັຈຈະວັຊເຊນະ      ໂສຕຖິ ເມ ໂຫຕຸ ສັພພະທາ:

ປັຈສິມະຄາຖາ

ໂຫຕຸ ສັພພັງ ສຸມັງຄະລັງ  ຣັກຂັນຕຸ ສັພພະເທວະຕາ
ສັພພະພຸທທານຸພາເວນະ           ໂສຕຖີ ໂຫຕຸ ນິຣັນຕະຣັງ
ໂຫຕຸ ສັພພັງ ສຸມັງຄະລັງ  ຣັກຂັນຕຸ ສັພພະເທວະຕາ
ສັພພະທັມມານຸພາເວນະ           ໂສຕຖີ ໂຫຕຸ ນິຣັນຕະຣັງ
ໂຫຕຸ ສັພພັງ ສຸມັງຄະລັງ  ຣັກຂັນຕຸ ສັພພະເທວະຕາ
ສັພພະສັງຄານຸພາເວນະ                    ໂສຕຖີ ໂຫຕຸ ນິຣັນຕະຣັງ

ປັຕຕິທານະຄາຖາ

ຫັນທະ ມະຍັງ ເທວະຕາ ປັຕຕິທານະ ຄາຖາໂຍ ພະນາມະ ເສ

ຍາ ເທວະຕາ ສັນຕິ ວິຫາຣະວາສິນີ ຖູເປ ຄະເຣ ໂພທິຄະເຣ ຕະຫິງ ຕະຫິງ ຕາ ທັມມະທາເນນະ ພະວັນຕຸ ປູຊິຕາ ໂສຕຖິງ ກະໂຣນເຕທະ ວິຫາຣະມັນດະເລ ເຖຣາ ຈະ ມັຊຊາ ນະວະກາ ຈະ ພິກຂະໂວ ສາຣາມິກາ ທານະປະຕິ ອຸປະສະກາຄາມາ ຈະ ເທສາ ນິຄະມາ ຈະ ອິສສະຣາ ສັປປານະພູຕາ ສຸຂິຕາ ພະວັນຕຸ ເຕ ຊະລາພຸຊາ ເຍປິ ຈະ ອັນດະສັມພະວາ ສັງເສທະຊາຕາ ອະຖະ ໂວປະປາຕິກາ
ນິຍຍານິກັງ
ທັມມະວະຣັງ ປະຕິຈຈະ ເຕ ສັພເພປິ ທຸກຂັສສະ ກະໂຣນຕຸ ສັງຂະຍັງ
        ຖາຕຸ ຈິຣັງ ສະຕັງ ທັມໂມ             ທັມມັທທະຣາ ຈະ ປຸຄຄະລາ
ສັງໂຄ ໂຫຕຸ ສະມັຄໂຄວະ                     ອັຕຖາຍະ ຈະ ຫິຕາຍະ ຈະ
ອັມເຫ ຣັກຂະຕຸ ສັທທັມໂມ                  ສັພເພປິ ທັມມະຈາຣິໂນ
ວຸທທິງ ສັມປາປຸເນຍຍາມະ                    ທັມເມ ອະຣິຍັປປະເວທິ ເຕ.
        ປະສັນນາ ໂຫນຕຸ ສັພເພປິ             ປານິໂນ ພຸທທະສາສະເນ
ສັມມາ ທາຣັງ ປະເວຈສັນໂຕ          ກາເລ ເທໂວ ປະວັສສະຕຸ
ວຸທທິພາວາຍະ ສັຕຕານັງ                      ສະມິທທັງ ເນຕຸ ເມທະນິງ
ມາຕາ ປິຕາ ຈະ ອັຕລຣະຊັງ           ນິຈຈັງ ຣັກຂັນຕິ ປຸຕຕະກັງ
ເອວັງ ທັມເມນະ ຣາຊາໂນ                    ປະຊັງ ຣັກຂັນຕຸ ສັພພະທາ.

ບົດແຜ່ເມດຕາໃຫ້ກັບຕົນເອງ

ຫັນທະມະຍັງ ເມຕຕາຜະຣະນັງ ກະໂຣມະເສ

ອະຫັງ ສຸຂິໂຕ ໂຫມິ         ຂໍໃຫ້ຂ້າພະເຈົ້າ ຈົ່ງມີຄວາມສຸກ
ອະຫັງ ນິທທຸກໂຂ ໂຫມິ            ຂໍໃຫ້ຂ້າພະເຈົ້າ ຈົ່ງປາສະຈາກທຸກ
ອະຫັງ ອະເວໂຣ ໂຫມິ              ຂໍໃຫ້ຂ້າພະເຈົ້າ ຈົ່ງປາສະຈາກເວນ
ອະຫັງ ອັບພະຍາປັຊໂຊ ໂຫມິ     ຂໍໃຫ້ຂ້າພະເຈົ້າ ຈົ່ງເປັນຜູ້ບໍ່ບຽດບຽນ
ເຊິ່ງກັນແລະກັນ
ອະຫັງ ອະນີໂຄ ໂຫມິ             ຂໍໃຫ້ຂ້າພະເຈົ້າ ຈົ່ງເປັນຜູ້ບໍ່ມີທຸກ
ອະຫັງ ສຸຂີ ອັຕຕານັງ ປະຣິຫະຣາມິ
ຂໍໃຫ້ຂ້າພະເຈົ້າ ຈົ່ງຮັກສາຕົນຢູ່ເປັນສຸກ ເທີ້ນ





ບົດແຜ່ເມດຕາໃຫ້ກັບສັບພະສັດ

ສັພເພ ສັຕຕາ,             ອັນວ່າສັດທັງຫຼາຍທັງປວງ ທີ່ເປັນເພື່ອນທຸກ
ເກີດແກ່ເຈັບ ຕາຍ ດ້ວຍກັນທັງໝົດທັງສີ້ນ;
ອະເວລາ ໂຫນຕຸ,          ຂໍຈົ່ງຢ່າໄດ້ມີເວນ ແກ່ກັນ ແລະ ກັນເລີຍ;
ອັພພະຍາປັຊຊາ ໂຫນຕຸ,   ຂໍຈົ່ງຢ່າໄດ້ບຽດບຽນ ເຊິ່ງກັນແລະ ກັນເທີ້ນ;
ອະນິຄາ ໂຫນຕຸ,           ຂໍຈົ່ງພາກັນ ຢູ່ເປັນສຸກ ຢ່າມີທຸກເທີ້ນ;
ສຸຂີ ອັຕຕານັງ ປະຣິຫະຣັນຕຸ,      ຂໍຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້
ພົ້ນຈາກທຸກໄພ ທັງສິ້ນເທີ້ນ
ສັພເພ ສັຕຕາ,                    ອັນວ່າສັດທັງຫຼາຍທັງປວງ ທີ່ເປັນເພື່ອນທຸກ
ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສີ້ນ.
ສັພພະ ທຸກຂາ ປະມຸນຈັນຕຸ,        ຂໍຈົ່ງພາກັນພົ້ນຈາກທຸກທັງປວງເທີ້ນ;
ສັພເພ ສັຕຕາ,                    ອັນວ່າສັດທັງຫຼາຍທັງປວງ ທີ່ເປັນເພື່ອນທຸກ
ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສີ້ນ.
ລັທທະສັມປັຕຕິໂຕ ມາ ວິຄຄັຈສັນຕຸ,
ຂໍຈົ່ງຢ່າໄດ້ ພັດພາກຈາກລາບຍົດ ສັນລະເສີນ ສຸກ ອັນ ຕົນໄດ້ແລ້ວເລີຍ;
ສັພເພ ສັຕຕາ,                    ອັນວ່າສັດທັງຫຼາຍທັງປວງ ທີ່ເປັນເພື່ອນທຸກ
ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສີ້ນ.
ກັມມັສສະກາ                        ມີກັມ ເປັນ ຂອງໆ ຕົນ
ກັມມະທາຍາທາ            ມີກັມ ເປັນ ມໍລະດົກ
ກັມມະໂຍນິ                  ມີກັມ ເປັນ ບໍເກີດ
ກັມມະພັນທຸ                 ມີກັມ ເປັນ ພວກພ້ອງ
ກັມມະປະຕິສະຣະນາ        ມີກັມ ເປັນ ທີ່ເພິ່ງອາສັຍ
ຍັງກັມມັງກະຣິສສັນຕິ       ສັດທັງຫຼາຍ ຈັກທຳກັມອັນໃດໄວ້
ກັລຍານັງວາ                  ດີກໍ່ຕາມ
ປາປະກັງວາ                  ຊົ່ວກໍ່ຕາມ
ຕັສສະ ທາຍາທາ ພະວິສສັນຕິ
ສັດທັງຫຼາຍ ຈະເປັນຜູ້ໄດ້ຮັບຜົນ ຂອງກັມນັ້ນໆ.


ບົດແຜ່ເມດຕາ ອຸທິດສ່ວນບຸນກຸສົນ

ອິທັງ ເມ ມາຕາປິຕຸນັງ ໂຫຕຸສຸຂິຕາ ໂຫນຕຸ ມາຕາ ປິຕະໂຣ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ມານດາບິດາຂອງຂ້າພະເຈົ້າ ຂໍໃຫ້ມານດາບິດາຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ
ອິທັງ ເມ ຍາຕີນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ຍາດທັງຫຼາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັງຫຼາຍຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ
ອິທັງ ເມ ຄຸຣູປັຊຊາຢາຈະຣິຢານັງ ໂຫຕຸ ສຸຂິຕາ ໂຫນຕຸ ຄຸຣູປັຊຊາຢາຈະຣິຢາ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ຄູອຸປັດຊາຂອງຂ້າພະເຈົ້າ ຂໍໃຫ້ຄູອຸປັດຊາຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ
ອິທັງ ສັພພະ ເທວະຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພ ເທວາ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ເທວະດາທັງຫຼາຍທັງປວງ ຂໍໃຫ້ເທວະດາທັງຫຼາຍທັງປວງ ຈົ່ງມີຄວາມສຸກ
ອິທັງ ສັພພະ ເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພ ເປຕາ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ເປດທັງຫຼາຍທັງປວງ ຂໍໃຫ້ເປດທັງຫຼາຍທັງປວງ ຈົ່ງມີຄວາມສຸກ
ອິທັງ ສັພພະ ເວຣີນັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພ ເວຣີ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ເຈົ້າກັມນາຍເວນທັງຫຼາຍທັງປວງ ຂໍໃຫ້ເຈົ້າກັມນາຍເວນທັງຫຼາຍທັງປວງ ຈົ່ງມີຄວາມສຸກ
ອິທັງ ສັພພະ ສັຕຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພ ສັຕຕາ
ຂໍສ່ວນບຸນນີ້ຈົ່ງສຳເລັດ ແກ່ສັດທັງຫຼາຍທັງປວງ ຂໍໃຫ້ສັດທັງຫຼາຍທັງປວງ ຈົ່ງມີຄວາມສຸກ






ຄຳຢາດນ້ຳ (ອຸທິດສ່ວນບຸນ ຍັງກິນຈິ)

ຍັງກິນຈິ ກຸສະລັງ ກັມມັງ               ກຸສົນກັມ ຢ່າງໃດ ຢ່າງໜຶ່ງ
ກັຕຕັພພັງ ກິຣິຍັງ ມະມະ               ເປັນກິດ ທີ່ຄວນຝັກໃຝ່
ກາເຍນະ ວາຈາ ມະນະສາ              ດ້ວຍ ກາຍ ວາຈາ ໃຈ.
ຕິທະເສ ສຸຄະຕັງ ກະຕັງ                 ເຮົາທຳແລ້ວ ເພື່ອໄປສະຫັວນ.
ເຍ ສັຕຕາ ສັນຍິໂນ ອັຕຖິ              ສັດໃດ ມີ ສັນຍາ.
ເຍ ຈະ ສັຕຕາ ອະສັນຍິໂນ              ຫຼຶບໍ່ມີ ສັນຍາ
ກະຕັງ ປຸນຍະຜະລັງ ມັຍຫັງ            ຜົນທີ່ຂ້າພະເຈົ້າທຳນັ້ນ.
ສັພເພ ພາຄິ ພະວັນຕຸ ເຕ               ທຸກໆ ສັດ ຈົ່ງມີສ່ວນ.
ເຍ ຕັງ ກະຕັງ ສຸວິທິຕັງ                 ສັດໃດ ຮູ້ ກໍ່ເປັນ ອັນວ່າ.
ທິນນັງ ປຸນຍະຜະລັງ ມະຍາ            ຂ້າພະເຈົ້າ ໃຫ້ແລ້ວ ຕາມສົມຄວນ.
ເຍ ຈະ ຕັຕຖະ ນະ ຊານັນຕິ            ສັດໃດຍັງບໍ່ຮູ້
ເທວາ ຄັນຕະວາ ນິເວທະຍຸງ            ຂໍເທບພະເຈົ້າຈົ່ງບອກຂ່າວ.
ສັພເພ ໂລກັມຫິ ເຍ ສັຕຕາ             ແກ່ປວງສັດ ໃນໂລກນີ້.
ຊີວັນຕາຫາຣະເຫຕຸກາ                   ຜູ້ມີຄວາມເປັນຢູ່ດ້ວຍອາຫານ.
ມະນຸນຍັງ ໂພຊະນັງ ສັພເພ             ຈົ່ງໄດ້ໂພຊະນະ ໂດຍສຳລານ.
ລະພັນຕຸ ມະມະ ເຈຕະສາຕິ             ຕາມເຈຕະນາຂອງຂ້າພະເຈົ້າ..ເທີ້ນ.

ປາຣະມີ 10 ທັຕ

ປະະມັງ   ທານະປາຣະມີ ທານະອຸປະປາຣະມີ ທານະປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ທຸຕິຢັ      ສີລະປາຣະມີ ສີລະອຸປະປາຣະມີ ສີຣະປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ຕະຕິຢັ     ເນກຂັມມະປາຣະມີ ເນກຂັມມະອຸປະປາຣະມີ ເນກຂັມມະປະຣະມັຕຖະ
ປາຣະມີ
 ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ 
ອິຕິປິໂສ
 ພະຄະວາ;
ຈະຕຸຕຖັ   ປັນຍາປາຣະມີ ປັນຍາອຸປະປາຣະມີ ປັນຍາປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ປັນຈະມັ   ວິຣິຍະປາຣະມີ ວິຣິຍະອຸປະປາຣະມີ ວິຣິຍະປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ສັຕຖະມັ   ຂັນຕິປາຣະມີ ຂັນຕິອຸປະປາຣະມີ ຂັນຕິປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ສັຕຕະມັ   ສັຈຈະປາຣະມີ ສັຈຈະອຸປະປາຣະມີ ສັຈຈະປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ອັຕຖະມັ   ອະທິຕຖານະປາຣະມີ ອະທິຕຖານະອຸປະປາຣະມີ ອະທິຕຖານະປະຣະ
ມັຕຖະປາຣະມີ
 ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ນະວະມັ   ເມຕຕາປາຣະມີ ເມຕຕາອຸປະປາຣະມີ ເມຕຕາປະຣະມັຕຖະປາຣະມີ 
ເມຕຕິງ
 ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
ທະສະມັ   ອຸເປກຂາປາຣະມີ ອຸເປກຂາອຸປະປາຣະມີ ອຸເປກຂາປະຣະມັຕຖະປາຣະມີ ເມຕຕິງ ກະຣຸນາ ມຸທິຕາ ອຸເປກຂາ ຄຸນະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ;
-        ທະສະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ທະສະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ທະສະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ປັນຈະ ມະຫາປະຣິຈາຄະ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ທະນະ ປະຣິຈາຄະ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ອັງຄະ ປະຣິຈາຄະ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ຊີວິຕະ ປະຣິຈາຄະ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ປຸຕຕະ ປະຣິຈາຄະ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
-        ພະຣິຍາ ປະຣິຈາຄະ ປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ


ປາຣະມີ 30 ທັຕ

ປັນຍາຍຸເປໂຕ ສຸຄະໂຕ ວີຕະຣາໂຄ ພາສາຍະເສໂກ ທະສະຍານະທະໂຣ ໂຍ ໂລກະນາໂຖ ຫິຕັຕຖາ ວະຣະຈິນເຕນະ ຫັນຕະວາ ນະປາປັງ ສຸຄະຕັງ ສິຣະສາ 
ນະມາມິ
 ອິຕິປິໂສ ພະຄະວາ
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ໂສ ພະຄະວາ
ອິຕິປິ;
ອະຣະຫັງ ອະຣະຫັງ ວະຕະໂສ ພະຄະວາ.
ອະຣະຫັນຕັງ ສາຣະນັງ ຄັຈສາມິ.
ອະຣະຫັນຕັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ.
        ທານະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ທານະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ທານະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ.
ສັມມາສັມພຸທໂທ ວະຕະໂສ ພະຄະວາ.
ສັມມາສັມພຸທທັງ ສະຣະນັງ ຄັຈສາມິ.
ສັມມາສັມພຸທທັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ.
        ສີລະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
        ສີລະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
        ສີລະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ໂສ
ອິປິຕິ ພະຄະວາ.
ວິຊຊາຈະຣະນະສັມປັນໂນ ວະຕະໂສ ພະຄະວາ.
ວິຊຊາຈະຣະນະສັມປັນນັງ ສະຣະນັງ ຄັຈສາມິ.
ວິຊຊາຈະຣະນະສັມປັນນັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ
        ເນກຂັມມະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
        ເນກຂັມມະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
        ເນກຂັມມະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.    
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ.
ສຸຄະໂຕ ວະຕະໂສ ພະຄະວາ
ສຸຄະຕັງ ສະຣະນັງ ຄັຈສາມິ
ສຸຄະຕັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ
ປັນຍາປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ປັນຍາອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ປັນຍາປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ.
ໂລກະວິທູ ວະຕະໂສ ພະຄະວາ.
ໂລກະວິທັງ ສະຣະນັງ ຄັຈສາມິ.
ໂລກະວິທັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ.
        ວິຣິຍະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
        ວິຣິຍະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
        ວິຣິຍະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.  
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ.
ອະນຸຕຕະໂຣ ວະຕະໂສ ພະຄະວາ.
ອະນຸຕຕະຣັງ ສະຣະນັງ ຄັຈສາມິ.
ອະນຸຕຕະຣັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ
ຂັນຕິປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ຂັນຕິອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ຂັນຕິປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ
ປຸຣິສະທັມມະສາຣະຖີ ວະຕະໂສ ພະຄະວາ.
ປຸຣິສະທັມມະສາຣະຖີ ສະຣະນັງ ຄັຈສາມິ.
ປຸຣິສະທັມມະສາຣະຖີ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ
ສັຈຈະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ສັຈຈະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ສັຈຈະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ.
ສັຕຖາເທວະມະນຸສສານັງ ວະຕະໂສ ພະຄະວາ
ສັຕຖາເທວະມະນຸສສານັງ ສະຣະນັງ ຄັຈສາມິ
ສັຕຖາເທວະມະນຸສສານັງ ສີຣະສາ ນະມາມິ ອິຕິປິໂສ ພະຄະວາ
ອະທິຕຖານະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ອະທິຕຖານະອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ອະທິຕຖານະປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ.
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ
ພຸທໂທ ວະຕະໂສ ພະຄະວາ
ພຸທທັງ ສະຣະນັງ ຄັຈສາມິ
ພຸທທັງ ສີຣະສາ ນະມາມິ ອິຕິປິໂສ ພະຄະວາ
ເມຕຕາປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ເມຕຕາອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ເມຕຕາປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ພຸທໂທ ສັພພັນຍູຕັນຍາໂນ ອະນັນຕາ ທິຄຸນະສະມັນນາຄະໂຕ ອິຕິປິໂສ
ພະຄະວາ
ພະຄະວາ ວະຕະໂສ ພະຄະວາ
ພະຄະວັນຕັງ ສະຣະນັງ ຄັຈສາມິ
ພະຄະວັນຕັງ ສິຣະສາ ນະມາມິ ອິຕິປິໂສ ພະຄະວາ.
ອຸເປກຂາປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ອຸເປກຂາອຸປະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ອຸເປກຂາປະຣະມັຕຖະປາຣະມີ ສັມປັນໂນ ອິຕິປິໂສ ພະຄະວາ
ພຸທໂທ ສັພພັນຍູຕັນຍາໂນ ທັມໂມ ໂລກຸຕຕະໂຣ ນະວະສັງໂຄ ມັຄຄະຜະລັຕໂຖ ວະ ອິຈເຈຕັງ ຣະຕະນັຕຕະຍັງ ເອເຕສັງ ນຸພາເວນະ ສັພພັນອັນຕະຣາຍາ ວິນັສສະຕຸ 
ສັພພະທາ
.
ທະສະຊາຕ

ພຣະເຈົ້າ 10 ຊາຕ

ເຕມີໂຍ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ 
ໂສຫັງ
 ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ
ມະຫາຊະນະໂກ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ
ຕຸວັງ
 ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິໂສ
 ພະຄະວາ.
ສຸວັນນະສະຍາໂນ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິໂສ
 ພະຄະວາ.
ເນມິນທະຣາາໂນ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິໂສ
 ພະຄະວາ
ມະໂຫສະ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ.
ພູຣິທັຕໂຕ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ.
ຈັນທະກຸມາໂຣ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ 
ຕຸວັງ
 ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິໂສ
 ພະຄະວາ.
ພຣັຫມະນາຣະໂທ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິ ໂສ
 ພະຄະວາ.
ວິທູຣະປັນດິໂຕ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ 
ຕຸວັງ
 ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິໂສ
 ພະຄະວາ.
ເວສສັນຕະໂຣ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ 
ຕຸວັງ
 ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິ ໂສ
 ພະຄະວາ.
ຈິຕຕະເທວະປຸຕໂຕ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິ ໂສ
 ພະຄະວາ.
ສິທທັຕໂຖ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ
ກະກຸສັນໂທ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ.
ໂກນາຄະມະໂນ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ 
ຕຸວັງ
 ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ 
ອິຕິປິໂສ
 ພະຄະວາ.
ກັສສະໂປ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ.
ໂຄຕະໂມ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ
ອະຣິຍະເມຕເຕຍໂຢ ໂພທິສັຕໂຕ ນາມະ ພະຄະວາ ຈິຕຕັງ ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ ທັມເມ ສັມມາສັມພຸທໂທ ອິຕິປິໂສ ພະຄະວາ.
ອຸຕຕະໂຣ ຣາໂມ ປັຈເສໂນ ໂກສະຣະພິພູ ທີຄະຊັງຄີຈະ ໂສໂນ ຈະ ສຸໂພໂຕ ເທຍຍະພຣຫາມມະໂນ ນາລາຄິລິງ ປາຣິເລຍໂຍ ໂພທິສັຕໂຕ ນາມະ ພະຄະວາ 
ຈິຕຕັງ
 ວັທທະກັງ ອາຣາມມະນັງ ຕຸວັງ ໂສຫັງ ພຸທໂທ ພະວິສສະຕິ ກຸສະຣະຕາ 
ທັມເມ
 ສັມມາສັມພຸທໂທ ອິຕິປິໂສ ພະຄະວາ.

ພຸທທະຊະຢະມັງຄະລະຄາຖາ

ຖວາຍພອນພຣະ ພາຫຸງ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະຯ (ວ່າ 3 ເທື່ອ)
        ອິຕິປິ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ວິຊາຈະຣະນະສັມປັນໂນ
ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສາຣະຖິ ສັຕຖາເທວະມະນຸສສານັງ ພຸທໂທ ພະຄະວາຕິຯ
        ສ໌ວາກຂາໂຕ ພະຄະວະຕາ ທັມໂມ ສັນທິຕຖິໂກ ອະກາຣິໂກ ເອຫິປັສສິໂກ
ໂອປະນະຍິໂກ ປັຈຈັຕຕັງ ເວຫິຕັມໂພ ວິນຍູຫີຕິຯ
        ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສາມີຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຍະທິທັງ ຈັຕຕາຣິ ປຸຣິສະຍຸຄານິ ອັຕຖະປຸຄຄະລາ
ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ
ອັນສະລີກະຣະນີໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສາຕິຯ
1.   ພາຫຸງ ສະຫັສສະມະພິນິມມິຕະສາວຸທັນຕັງຄະຣິເມຂະລັງ ອຸທິຕະໂຄຣະສະ
ເສນະມາຣັງ ທານາ ທິທັມມະວິທິນາ
 ຊິຕະວາ ມຸນິນໂທ ຕັນເຕຊະສາ 
ພະວະຕຸ
 ເຕ[4] ຊະຢະມັງຄະລານິ.ຯ
2.   ມາຣາຕິເຣກະມະພິຍຸຊຊິຕະສັພພະຣັຕຕິງໂຄຣັມປະນາລະວະກະມັກຂະມະຖັທທະຍັກຂັງ ຂັນຕີສຸທັນຕະວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
3.   ນາລາຄິລິງ ຄະຊະວະຣັງ ອະຕິມັຕຕະພູຕັງ ທາວັຄຄິຈັກກະມະສະນີວະ ສຸທາຣຸນັນຕັງ ເມຕຕັມພຸເສກະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
4.   ອຸກຂິຕຕະຂັຄຄະມະຕິຫັຕ«ະສຸທາຣຸນັນຕັງ ທາວັນຕິໂຢຊະນະປະຖັງ ຄຸຣິມາຣະວັນຕັງ ອິທທີພິສັງຂະຕະມະໂນ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
5.   ກັຕຕະວານະ ກັຕຖະມຸທະຣັງ ອິວະ ຄັພພິນີຍາ ຈິນຈາຍະ ທຸຕຖະວະຈະນັງ ຊະນະກາຍະມັຊເຊ ສັນເຕນະ ໂສມະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
6.   ສັຈຈັງ ວິຫາຍະ ມະຕິສັຈຈະກະວາທະເກຕຸງ ວາທາພິໂຣປິຕະມະມັງ ອະຕິອັນທະພູຕັງ ປັນຍາປະທີປະຊະລິໂຕ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
7.   ນັນໂທປະນັນທະພຸຊະຄັງ ວິພຸທັງ ມະຫິທທິງ ປຸຕເຕນະ ເຖຣະພຸຊະເຄນະ 
ທະມາປະຍັນໂຕ
 ອິທທູປະເທສະວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
8.   ທຸຄຄາຫະທິຕຖິພຸຊະເຄນະ ສຸທັຕຖະຫັຕຖັງ ພຣັຫມັງ ວິສຸທທິຊຸຕິມິທທິພະກາພິທານັງ ຍານາຄະເທນະ ວິທິນາ ຊິຕະວາ ມຸນິນໂທ ຕັນເຕຊະສາ ພະວະຕຸ ເຕ ຊະຢະມັງຄະລານິ.ຯ
9.   ເອຕາປິ ພຸທທະຊະຢະມັງຄະລະອັຕຖະຄາຖາ ໂຍ ວາຈະໂນ ທິນະທິເນ ສະຣະເຕ ມະຕັນທີ ຫິຕຕະວານະເນກະວິວິທານິ ຈຸປັທທະວານິ ໂມກຂັງ ສຸຂັງ 
ອະທິຄະເມຍຍະ
 ນະໂຣ ສະປັນໂຍ.ຯ
ມະຫາກາຣຸນິໂກ ນາໂຖ        ຫິຕາຍະ ສັພພະປານິນັງ
ປູເຣຕຕະວາ ປາຣະມີ ສັພພາ  ປັຕໂຕ ສັມໂພທິມຸຕຕະມັງ
ເອເຕນະ ສັຈຈະວັຊເຊນະ              ໂຫຕຸ ເຕ ຊະຢະມັງຄະລັງ.ຯ
        ຊະຢັນໂຕ ໂພທິຍາມູເລ        ສັກກະຍານັງ ນັນທິວັທທະໂນ
ເອວັງ ຕະວັງ ວິຊະໂຢ ໂຫຕິ   ຊະຢັສສຸ ຊະຢະມັງຄະລັງ
ອະປະຣາຊິຕະ ປັນລັງເກ               ສີເສ ປະຖະວິໂປກຂະເລ
ອະພິເສເກ ສັພພະພຸທທານັງ   ອັຄຄັປປັຕໂຕ ປະໂມທະຕິ.ຯ
        ສຸນັກຂັຕຕັງ ສຸມັງຄະລັງ       ສຸປະພາຕັງ ສຸຫຸຕຖິຕັງ
ສຸຂະໂນ ສຸມຸຫຸຕໂຕ ຈະ                ສຸຍິຕຖັງ ພຣັຫມະຈາຣິສຸ
ປະທັກຂິນັງ ກາຍະກັມມັງ             ວາຈາກັມມັງ ປະທັກຂິນັງ
ປະທັກຂິນັງ ມະໂນກັມມັງ            ປະນິທີ ເຕ ປະທັກຂິນາ
ປະທັກຂິນານິ ກັຕຕະວານະ    ລະພັນຕັຕເ ປະທັກຂິເນ.ຯ
        ເຕ ອັຕຖະລັທທາ ສຸຂິຕາ      ວິຣຸລລະຫາ ພຸທທະສາສະເນ
ອະໂຣຄາ ສຸຂິຕາ ໂຫຖະ               ສະຫະ ສັພເພຫິ ຍາຕີພິ.ຯ

ມຸງຄຸນຈັກກະວານນ້ອຍ

ສັພພະພຸທທານຸພາເວນະ ສັພພະທັມມານຸພາເວນະ ສັພພະສັງຄານຸພາເວນະ ພຸທທະຣະຕະນັງ ທັມມະຣະຕະນັງ ສັງຄະຣະຕະນັງ ຕິນນັງ ຣະຕະນານັງ ອານຸພາເວນະ ຈະຕຸຣາສີຕິສະຫັສສະທັມມັກຂັນທານຸພາເວນະ ປິຕະກັຕຕະຍານຸພາເວນະ ຊິນະສາວະການຸພາເວນະ ສັພເພ ເຕ ໂຣຄາ ສັພເພ ເຕ ພະຍາ ສັພເພ ເຕ ອັນຕະຣາຍາ ສັພເພ ເຕ ອຸປັທທະວາ ສັພເພ ເຕ ທຸນນິມິຕຕາ ສັພເພ ເຕ ອະວະມັງຄະລາ ວິນັສສັນຕຸ.ອາຍຸວັທທະໂກ ທະນະວັທທະໂກ ສິຣິວັທທະໂກ ຍະສະວັທທະໂກ ພະລະວັທທະໂກ ວັນນະວັທທະໂກ ສຸຂະວັທທະໂກ ໂຫຕຸສັພພະທາ.ຯ
ທຸກຂະໂຣຄະພະຍາ ເວຣາ             ໂສກາ ສັຕຕຸ ຈຸປັທທະວາ
ອະເນກາ ອັນຕະຣາຍາປິ               ວິນັສສັນຕຸ ຈະ ເຕຊະສາ
ຊະຍະສິທທິ ທະນັງ ລາພັງ             ໂສຕຖິງ ພາຄະຍັງ ສຸຂັງ ພະລັງ.ຯ
ສິຣິ ອາຍຸ ຈະ ວັນໂນ ຈະ      ໂພຄັງ ວຸທທິ ຈະ ຍະສະວາ
ສະຕະວັສສາ ຈະ ອາຍູ ຈະ     ຊີວະສິທທີ ພະວັນຕຸ ເຕ.ຯ
ພະວະຕຸ ສັພພະມັງຄະລັງ              ຣັກຂັນຕຸ ສັພພະເທວະຕາ
ສັພພະພຸທທານຸພາເວນະ               ສະທາ ໂສຕຖີ ພະວັນຕຸ ເຕ.
ພະວະຕຸ ສັພພະມັງຄະລັງ              ຣັກຂັນຕຸ ສັພພະເທວະຕາ
ສັພພະທັມມານຸພາເວນະ               ສະທາ ໂສຕຖີ ພະວັນຕຸ ເຕ.
ພະວະຕຸ ສັພພະມັງຄະລັງ              ຣັກຂັນຕຸ ສັພພະເທວະຕາ
ສັພພະສັງຄານຸພາເວນະ                ສະທາ ໂສຕຖີ ພະວັນຕຸ ເຕ

ທັມມະສັງຄິນີ (ມາຕິກາສູດ)

1. ກຸສະລາ ທັມມາ ອະກຸສະລາ ທັມມາ ອັພພະຍາກະຕາ ທັມມາ.ຯ
2. ສຸຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ ທຸກຂາຍະ ເວທະນາຍະ
ສັມປະຍຸຕຕາ
 ທັມມາ.ອະທຸກຂະມະສຸຂາຍະ
ເວທະນາຍະ ສັມປະຍຸຕຕາ ທັມມາ.ຯ
3. ວິປາກາ ທັມມາ ວິປາກະທັມມະທັມມາ
ເນວະວິປາກະນະວິປາກະທັມມະ ທັມມາ..ຯ
4. ອຸປາທິນນຸປາທານິຍາ ທັມມາ ອະນຸປາທິນນຸປາທານິຍາ ທັມມາ
ອະນຸປາທິນນານຸປາທານິຍາ ທັມມາ.ຯ
5. ສັງກິລິຕຖະສັງກິເລສິກາ ທັມມາ ອະສັງກິລິຕຖະສັງກິເລສິກາ
ທັມມາ ອະສັງກິລິຕຖາສັງກິເລສິກາ ທັມມາ.ຯ
6. ສະວິຕັກກະສະວິຈາຣາ ທັມມາ ອະວິຕັກກະວິຈາຣະມັຕຕາ ທັມມາ
ອະວິຕັກກະວິຈາຣາ ທັມມາ.ຯ
7. ປີຕິສະຫະຄະຕາ ທັມມາ ສຸຂະສະຫະຄະຕາ ທັມມາ
ອຸເປກຂາສະຫະຄະຕາ ທັມມາ.ຯ
8. ທັສສະເນນະ ປະຫາຕັພພາ ທັມມາ ພາວະນາຍະ ປະຫາຕັພພາ ທັມມາ
ເນວະທັສສະເນນະ ນະພາວະນາຍະ ປະຫາຕັພພາ ທັມມາ.ຯ
9. ທັສສະເນນະ ປະຫາຕັພພະເຫຕຸກາ ທັມມາ ພາວະນາຍະ ປະຫາຕັພພະ
ເຫຕຸກາ ທັມມາ ເນວະທັສສະເນນະນະພາວະນາຍະ ປະຫາຕັພພະເຫຕຸກາ ທັມມາ.
10. ອາຈະຍະຄາມິໂມ ທັມມາ ອະປະຈະຍະຄາມິໂນ ທັມມາ
ເນວາຈະຍະຄາມິໂນ ນາປະຈະຍະຄາມິໂນ ທັມມາ..ຯ
11. ເສກຂາ ທັມມາ ອະເສກຂາ ທັມມາ ເນວະເສກຂານາເສກຂາ ທັມມາ..ຯ
12. ປະຣິຕຕາ ທັມມາ ມະຫັຄຄະຕາ ທັມມາ ອັປປະມານາ ທັມມາ.ຯ
13. ປະຣິຕຕາຣັມມະນາ ທັມມາ ມະຫັຄຄະຕາຣັມມະນາ ທັມມາ
ອັປປະມານາຣັມມະນາ ທັມມາ.ຯ
14. ຫີນາ ທັມມາ ມັຊຊິມາ ທັມມາ ປະນີຕາ ທັມມາ ມິຈສັຕຕະນິຍະຕາ ທັມມາ ສັມມັຕຕະນິຍະຕາ ທັມມາ ອະນິຍະຕາ ທັມມາ.ຯ
15. ມັຄຄາຣັມມະນາ ທັມມາ ມັຄຄະເຫຕຸ ທັມມາ ມັຄຄາທິປະຕິໂນ ທັມມາ..ຯ
16. ອຸປປັນນາ ທັມມາ ອະອຸປປັນນາ ທັມມາ ອຸປປາທິໂນ ທັມມາ..ຯ
17. ອະຕີຕາ ທັມມາ ອະນາຄະຕາ ທັມມາ ປັຈຈຸປປັນນາ ທັມມາ..ຯ
18. ອະຕີຕາຣັມມະນາ  ທັມມາ ອະນາຄະຕາຣັມມະນາ ທັມມາ
ປັຈຈຸປປັນນາຣັມມະນາ ທັມມາ.ຯ
19. ອັຊຊັຕຕາ ທັມມາ ພະຫິທທາ ທັມມາ ອັຊຊັຕຕາພະຫິທທາ ທັມມາ..ຯ
20. ອັຊຊັຕຕາຣັມມະນາ ທັມມາ ພະຫິທທາຣັມມະນາ ທັມມາ
ອັຊຊັຕຕາພະຫິທທາຣັມມະນາ ທັມມາ..ຯ
21. ສະນິທັສສະນະສັປປະຕິຄາ ທັມມາ ອະສະນິທັສສະນະສັປປະຕິຄາ ທັມມາ ອະນິທັສສະນາປປະຕິຄາ ທັມມາ ພາວີສະຕິຕີກັງ.ຯ

ພຣະອະພິທັມມະ (ກຸສະລາຫຍໍ້)
ພຣະສັງຄິນີສູດ

          ກຸສະລາ ທັມມາ ອະກຸສະລາ ທັມມາ ອັພພະຢາກະຕາ ທັມມາ ກະຕະເມ ທັມມາ ກຸສະລາຍັສສະມິງ ສະມະເຍ ກາມາວະຈະຣັງ ກຸສະລັງ ຈິຕຕັງ ອຸປປັນນັງ ໂຫຕິ ໂສມະນັສສະສະຫະຄະຕັງ ຍານະສັມປະຍຸຕຕັງ.ຯ
ຣູປາຣັມມະນັງ ວາ ສັທທາຣັມມະນັງ ວາ ຄັນທາຣັມມະນັງ ວາ ຣະສາຣັມມະນັງ ວາ ໂຜຕຖັພພາຣັມມະນັງ ວາ ທັມມາຣັມມະນັງ ວາ ຍັງ ຍັງ ວາ ປະນະຣັພພະ ຕັສສະມິງ ສະມາເຍຜັສໂສ ໂຫຕິ ອະວິກເຂໂປ ໂຫຕິ ເຍວາ ປະນະ ຕັສສະມິງ 
ສະມະເຍ
 ອັນເຍປິ ອັຕຖິປະຕິຈຈະ ສະມຸປປັນນາ ອະຣູປິໂນ ທັມມາ ອິເມ ທັມມາ 
ກຸສະລາ
.ຯ





ພຣະວິພັງ ສູດ

          ປັນຈັກຂັນທາ ຣູປັກຂັນໂທ ເວທະນາຂັນໂທ ສັນຍາກະຂັນໂທ ສັງຂາຣັກຂັນໂທ ວິນຍານັກຂັນໂທ ຕັຕຖະ ກະຕະໂມ ຣູປັກຂັນໂທ ຍັງກິນຈິຣູປັງ ອະຕີຕານາຄະຕະປັຈຈຸປປັນນັງ ອັຊຊັຕຕັງ ວາ ພະຫິທທາ ວາ ໂອລາຣິກັງ ວາ ສຸຂຸມັງ ວາ ຫີນັງ ວາ ປະນີຕັງ ວາ ຍັງທູເຣວາ ສັນຕິເກ ວາ ຄະເທກັຊຊັງ ອະພິສັນຍູຫິຕຕະວາ 
ອະພິສັງຂິພິຕຕະວາ
 ອະຍັງ ວຸຈຈະຕິ ຣູປັກຂັນໂທ.ຯ


ພຣະທາຕຸກະຖາສູດ

                        ສັງຄະໂຫ             ອະສັງຄະໂຫ          
       ສັງຄະຫິເຕນະ        ອະສັງຄະຫິຕັງ
                        ອະສັງຄະຫິເຕນະ     ສັງຄະຫິຕັງ           
        ສັງຄະຫິເຕນະ        ສັງຄະຫິຕັງ
                        ອະສັງຄະຫິເຕນະ     ອະສັງຄະຫິຕັງ        
        ສັມປະໂຍໂຄ         ວິປປະໂຍໂຄ
                        ສັມປະຍຸຕເຕນະ      ວິປປະຍຸຕຕັງ         
        ວິປປະຍຸຕເຕນະ      ສັມປະຍຸຕຕັງ ອະສັງຄະຫິຕັງ.ຯ


ພຣະປຸຄຄະລະປັນຍັນຕິສູດ

        ສະ ປັນຍັຕຕິໂຍ ຂັນທະປັນຍັຕຕິ ອາຍະຕະນະປັນຍັຕຕິ ທາຕຸປັນຍັຕຕິ ສັຈຈະປັນຍັຕຕິ ອິນທະຣິຍະປັນຍັຕຕິ ປຸຄຄະລະປັນຍັຕຕິ ກິຕຕາວະຕາ ປຸຄຄະລານັງ 
ປຸຄຄະລະປັນຍັຕຕິ
 ສະມະຍະວິມຸຕໂຕ ອະສະມະຍະວິມຸຕໂຕ ກຸປປະທັມໂມ 
ອະກຸປປະທັມໂມ
 ປະຣິຫານະທັມໂມ ອະປະຣິຫານະທັມໂມ ເຈຕະນາພັພໂພ ອະນຸຣັກຂະນາພັພໂພ ປຸຖຸຊຊະໂນ ໂຄຕະຣະພູ ພະຍູປະຣະໂຕ ອະພະຍູປະຣະໂຕ ພັພພາຄະມະໂນ ອະພັພພາຄະມະໂນ ນິຍະໂຕ ອະນິຍະໂຕ ປະຕິປັນນະໂກ ຜະເລຕຖິໂຕ 
ອະຣະຫາ
 ອະຣະຫັຕຕາຍະ ປະຕິປັນໂນ.ຯ


ພຣະກະຖາວັດຖຸສູດ

        ປຸຄຄະໂລ ອຸປະລັພພະຕິ ສັຈສິກັຕຖະປະຣະມັຕເຖນາຕິ ອາມັນຕາໂຍ 
ສັຈສິກັຕໂ
 ປະຣະມັຕໂ ຕະໂຕ ໂສ.ຯ
ປຸຄຄະໂລ ອຸປະລັພພະຕິ ສັຈສິກັຕຖະປະຣະມັຕເຖນາຕິ ນະ ເຫວັງ ວັຕຕັພເພອາຊານາຫິ ນິຄຄະຫັງຫັນຈິ.ຯ
ປຸຄຄະໂລ ອຸປະລັພພະຕິ ສັຈສິກັຕຖະ ປະຣະມັຕເຖນະ ເຕນະ ວະຕະ ເຣ ວັຕຕັພເພ ໂຍ ສັຈສິກັຕໂຖ ປະຣະມັຕໂຖ ຕະໂຕ ໂສ.ຯ
ປຸຄຄະໂລ ອຸປະລັພພະຕິ ສັຈສິກັຕຖະປະຣະມັຕເຖນາຕິ ມິຈສາ.ຯ


ພຣະຍະກະສູດ

        ເຍ ເກຈິ ກຸສະລາ ທັມມາ ສັພເພ ເຕ ກຸສະລະມູລາ ເຍ ວາ ປະນະ ກຸສະລະມູລາ ສັພເພ ເຕ ທັມມາ ກຸສະລາ.ເຍ ເກຈິ ກຸສະລາ ທັມມາ ສັພເພ ເຕ ກຸສະລາມູເລ ນະເອກະມູລາ ເຍ ວາ ປະນະ ກຸສະລະມູເລນະ ເອກະມູລາ ສັພເພ ເຕ ທັມມາ 
ກຸສະລາ
.ຯ

ພຣະມະຫາປັດຖານ (ເຫຕຸປັດຈະໂຍ)

        ເຫຕຸປັຈຈະໂຍ ອາຣັມມະນະປັຈຈະໂຍ ອະທິປະຕິປັຈຈະໂຍ ອະນັນຕະຣະ 
ປັຈຈະໂຍ
 ສະມະນັນຕະຣະປັຈຈະໂຍ ສະຫະຊາຕະປັຈຈະໂຍ ອັນຍະມັນຍະປັຈຈະໂຍ ນິສສະຍະປັຈຈະໂຍ ອຸປະນິສສະຍະປັຈຈະໂຍ ປຸເຣຊາຕະປັຈຈະໂຍ ປັຈສາຊາຕະປັຈຈະໂຍ ອາເສວະນະປັຈຈະໂຍ ກັມມະປັຈຈະໂຍ ວິປາກະປັຈຈະໂຍ ອາຫາຣະປັຈຈະໂຍ ອິນທຣິຍະປັຈຈະໂຍ ຊານະປັຈຈະໂຍ ມັຄຄະປັຈຈະໂຍ ສັມປະຍຸຕຕະປັຈຈະໂຍ ວິປປະຍຸຕຕະປັຈຈະໂຍ ອັຕຖິປັຈຈະໂຍ ນັຕຖິປັຈຈະໂຍ ວິຄະຕະປັຈຈະໂຍ 
ອະວິຄະຕະປັຈຈະໂຍ
 ຕິ.






ບັງສະກຸນຕາຍ

        ອະນິຈຈາ ວະຕະ ສັງຂາຣາ ອຸປປາທະວະຍະທັມມິໂນ ອຸປປັຊຊິຕຕະວາ 
ນິຣຸຊຊັນຕິ
 ເຕສັງ ວູປາສະໂມ ສຸໂຂ    ວ່າ 3 ເທື່ອ )

        ສັພເພ ສັຕຕາ ມະຣັນຕິ ຈະ ມະຣິງສຸ ຈະ ມະຣິສສະເຣຕະເຖວາຫັງມະຣິສສາມິ ນັຕຖິ ເມ ເອຕຖະ ສັງສະໂຍ.ຯ
ບັງສະກຸນເປັນ

        ອະຈິຣັງ ວະຕະຍັງ ກາໂຍ ປະຖະວິງ ອະທິເສສສະຕິ ສຸທໂທ ອະເປຕະວິນຍາໂນ ນິຣັຕຖັງວະ ກະລິງຄະລັງ    ວ່າ 3 ເທື່ອ )

ອະທາສິເມ (ຕິໂຣກຸດດະກັນດະປັດສິມະພາກ)

          ອະທາສິ ເມ ອະກາສິ ເມ ຍາຕິມິຕຕາ ສະຂາ ຈະ ເມ ເປຕານັງ ທັກຂິນັງ 
ທັຊຊາ
 ປຸພເພ ກະຕະມະນຸສສະຣັງ ນະ ຫິ ຣຸນນັງ ວາ ໂສໂກ ວາ ຍາ ວັນຍາ 
ປະຣິເທວະນາ
 ນະ ຕັງ ເປຕະນະມັຕຖາຍະ ເອວັງ ຕິຕຖັນຕິ ຍາຕະໂຍ.ຯ
ອະຍັນຈະ ໂຂ  ທັກຂິນາ ທິນນາ ສັງຄັມຫິ ສຸປະຕິຕຖິຕາ ທິຄະຣັຕຕັງ ຫິຕາຍັສສະ ຖານະໂສ ອຸປະກັປປະຕິ ໂສ ຍາຕິທັມໂມ ຈະ ອະຍັງ ນິທັສສິໂຕ ເປຕານະ ປູຊາ ຈະ ກະຕາ ອຸລາຣາ ພະລັນຈະ ພິກຂູນະມະນຸປປະທິນນັງ ຕຸມເຫຫິ 
ປຸນຍັງ
 ປະສຸຕັງ ອະນັປປະກັນຕິ..ຯ

ໄຫວ້ຮອຍພຣະພຸທທະບາທແປ

        ວັນທາມິ ພຸທທັງ ພະວະປາຣະຕີນັງ,
ຂ້າພະເຈົ້າ ຂໍໄຫວ້ພຣະພຸດທະເຈົ້າ ຜູ້ຂ້າມຝັ່ງແຫ່ງພົບ
        ຕິໂລກະເກຕຸງ ຕິພະເວກະນາຖັງ,
ຜູ້ເປັນທຸງໄຊແຫ່ງໄຕຣໂລກ ຜູ້ເປັນທີ່ເພິ່ງອັນເອກຂອງໄຕຣພົບ;
ໂຍ ໂລກະເສຕໂຖ ສະກະລັງ ກິເລສັງ ເສຕຕະວານະ ໂພເທສິ ຊະນັງ ອະນັນຕັງ,  ຜູ້ປະເສີດຂອງໂລກ ຕັດກິເລດໄດ້ໝົດກ້ຽງ ຊ່ອຍບຸກຄົນຫາທີ່ສຸດບໍ່ໄດ້ໃຫ້
ຕັດສະຮູ້ ມັກ ຜົນ ແລະ ນິພານ;
        ຍັງ ນັມມະທາຍະ ນະທິຍາ ປຸລິເນ ຈະ ຕີເຣ,
ຮອຍພຣະບາດອັນໃດ ອັນພຣະພຸດທະອົງໄດ້ ຊົງສະແດງໄວ້ ໃນຫາດຊາຍແຄມຝັ່ງແມ່ນືນັມມະທາ;
        ຍັງ ສັຈຈະພັນທະຄິຣິເກ ສຸມະນາ ຈະ ລັຄເຄ,
ຮອຍພຣະບາດອັນໃດ ອັນພຣະພຸດທະອົງໄດ້ຊົງ ສະແດງໄວ້ທີ່ພູສັດຈະພັນ ແລະ ເໜືອຍອດພູເຂົາສຸມະນາ;
        ຍັງ ຕັຕຖະ ໂຍນະກະປຸເຣ ມຸນິໂນ ຈະ ປາທັງ,
ຮອຍພຣະບາດອັນໃດ ອັນພຣະພຸດທະອົງໄດ້ຊົງສະແດງໄວ້ ຢູ່ເມືອງໂຍນົກ.
        ຕັງ ປາທະວະລັນຊະມະຫັງ ສິຣະສາ ນະມາມ,
ຂະນ້ອຍຂໍໄຫວ້ພຣະພຸດທະບາດ ແລະ ຮອຍພຣະພຸດທະບາດນັ້ນໆ ຂອງ
ພຣະມຸນີເຈົ້າ
 ດ້ວຍຫົວແຫ່ງຂ້າ;
ສຸວັນນະມາລິກາ ສຸວັນນະປັພພະເຕ ສຸມະນະກູເຕ ໂຍນະກະປຸເຣ ນັມມະທາຍະ ນະທິຍາ ປັນຈະປາທະວະຣັງ ຖານັງ ອະຫັງ ວັນທາມິ ທຸຣະໂຕ,
ຂະນ້ອຍ ຂໍໄຫວ້ສະຖານທີ່ເປັນຮອຍພຣະບາດ ອັນປະເສີດ 5 ແຫ່ງ ແຕ່ທີ່ໄກ ຄື ທີ່ພູເຂົາສຸວັນນະມາລິກະ 1 ທີ່ພູເຂົາສຸວັນນະບັນພົດ 1 ທີ່ຍອດພູເຂົາສຸມະນະກູດ 1 ທີ່ໂຍນະກະບຸລີ 1 ທີ່ແມ່ນືນັມມະທາ 1
ອິຈເຈວະມັຈຈັນຕະ ນະມັສສະເນຍຍັງ ນະມັສສະມາໂນ ຣະຕະນັຕຕະຍັງ ຍັງ,
ຂະນ້ອຍນ້ອມໄຫວ້ຢູ່ເຊິ່ງພຣະຣັດຕະນະຕັຍໃດ ອັນບຸຄຄົນຄວນໄຫວ້ໂດຍຢ່າງຍິ່ງດົ່ງເຫຼົ່າງນີ້ ດ້ວຍອາການຢ່າງນີ້;
        ປຸນຍາພິສັນທັງ ວິປຸລັງ ອະລັຕຖັງ,
ໄດ້ຊົງກອງບຸນ ອັນໄພບູນ
        ຕັສສານຸພາເວນະ ຫະຕັນຕະຣາໂຍ,
ຂໍອຳນາດແຫ່ງພຣະຣັດຕະນະໄຕຣນັ້ນ ຈົ່ງກຳຈັດອັນຕະຣາຍໄປໝົດເຖີດ;
       ອານັນຕະຍາມິ ໂວ ພິກຂະເວ,
ດູຣາ ພິກສຸທັງຫຼາຍ ເຮົາຂໍເຕືອນທ່ານທັງຫລາຍ;

        ປະຕິເວທະຍາມິ ໂວ ພິກຂະເວ,
ດູຣາ ພິກສຸທັງຫຼາຍ ເຮົາຂໍໃຫ້ທ່ານຮັບຮູ້ໄວ້ວ່າ;
        ຂະຍະວະຍະທັມມາ ສັງຂາຣາ,
ສັງຂານທັງຫຼາຍ ມີຄວາມເສື່ອມສ້ຽງໄປເປັນທັມມະດາ.
        ອັປປະມາເທນະ ສັມປະເທຖາຕິ,
ຂໍໃຫ້ທ່ານທັງຫຼາຍ ຈົ່ງຍັງປະໂຫຍດຕົນປະໂຫຍດທ່ານໃຫ້ເຖິ່ງພ້ອມດ້ວຍ
ຄວາມບໍ່ປະມາດເຖີດ;



ຈົບການ
ໄຫວ້ພຣະສູດມົນເຊົ້າ



[1] ທີ່ຂີດເສັ້ນໃຕ້ ຖ້າພຣະກໍ່ວ່າ ພິກຂູນັງ ຖ້າສາມະເນນກໍ່ວ່າ (ສາມະເນຣານັງ)
[2] ຖ້າອຸບາສົກສູດຄົນດ່ຽວ ໃຫ້ໃຊ້ວ່າ ຄະໂຕ ຖ້າສູດຫຼາຍຄົນໃຫ້ໃຊ້ວ່າ ຄະຕາ (ສ່ວນອຸບາສິກາຈະສູດຫຼາຍຄົນຫຼືຄົນດ່ຽວກໍ່ໃຊ້ ຄະຕາ )
[3]  ຖ້າສູດຫຼາຍຄົນໃຫ້ໃຊ້ ມະ ແທນ ມິ
[4] Ï¾¨À¹ª: ¦½À²¾½®Èº­£¿ê†¸È¾ Àª ­˜­ «É¾À»ö¾¦øªÀºö¾Àº¤Ã¹É¯ú¼­À¯ñ­ À´ Áì½ À¸ì¾¦øªÃ¹É°øÉºˆ­ ¥‡¤¸È¾ Àª ª¾´®öê¦øª­˜­Å





ໄຫວ້ພຣະສູຕມົນແລງ
ຄຳບູຊາພຣະຣັຕຕະນະໄຕຣ

ไม่มีความคิดเห็น:

แสดงความคิดเห็น