1.
ເຄາະມື້ຜີປັນ ເຄາະວັນຜີແຕ່ງ.
2.
ຫລົມແຄ່ງຫາ ຫລົມຂາສອດ.
3.
ຜູ້ດີຕາຍ ຫ້າລາຍຍັງ.
4.
ຮ້າຍບໍ່ມີ ຫາດີບໍ່ໄດ້.
5.
ໄມ້ແກ່ກວ່າຫລົວ ຈົວແກ່ກວ່າພຣະ.
6.
ນ້ຳຍ້ອຍ ຫອຍໄຕ່.
7.
ອັດລີ້ນປີ່ ຫລິ້ນແຄນ.
8.
ແຮ້ງຄາບມາ ກາຄາບໜີ.
9.
ຜູ້ກິນໆພໍຮາກ ຜູ້ຢາກໆພໍຕາຍ.
10.
ໜີບໍ່ມົ້ມ ກົ້ມບໍ່ຫວິດ.
11.
ກິນເຂົ້າໂຕ ຢ່າໂສຄວາມເພິ່ນ.
12.
ກິນຫຼາຍທ້ອງແຕກ ແບກຫລາຍຫລັງຫັກ.
13.
ກິນສົມຢາກ ປາກສົມຄຽດ.
14.
ກິນມຳໆ ບໍ່ຄະລຳເບິ່ງທ້ອງ.
15.
ອຶດຈັ່ງຍອມ ຜອມຈັ່ງປົວ.
16.
ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າ ມັນຫລົງມັນລືມ.
17.
ງົວຄວາຍ ເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ຢູ່ແກ່ກິນ.
18.
ເຈົ້າເຮືອນພາເວົ້າ ເຈົ້າເຫລົ້າພາກິນ.
19.
ນ້ຳຂຶ້ນປາກິນມົດ ນ້ຳລົດ ມົດກິນປາ.
20.
ບໍ່ກິນຜັກ ບໍ່ມີເຫຍື່ອທ້ອງ ບໍ່ເອົາພີ່ນ້ອງເສຍໜໍ່ເສຍແນວກ
21.
ປາໃຫຍ່ກິນປານ້ອຍ ປາສ້ອຍກິນປາຊິວ.
22.
ໝາຫລາຍເຈົ້າກິນເຂົ້າຫລາຍເຮືອນ.
23.
ຍາມກິນບໍ່ຮຽກ ຍາມວຽກແລ້ວໃຊ້.
24.
ແລ່ນໄວໄດ້ສາມເລົ່າ ແລ່ນເຕົ່າໄດ້ສາມໜອງ.
25.
ສົມພໍກັນຈັງມັນພໍກິນ.
26.
ໜູກັດຫູກຈຶ່ງຮູ້ຄຸນແມວ ລູກແຂນແອວຈຶ່ງຮູ້ຄຸນແມ່.
27.
ເຫັນຂອງກິນຢາກບວດ ເຫັນຂອງສວດຢາກສິກ.
28.
ຢາກກິນຫຼາຍໄດ້ກິນທໍ່ກ້ອຍ ຢາກກິນໜ້ອຍ ໄດ້ກິນທໍ່ໂປ້ມື.
29.
ເອີ້ນກິນແລ່ນໃສ ເອີ້ນໃຊ້ແລ້ວໜີ.
30.
ຢູ່ໃຫ້ເກືອກິນດັ່ງ ຢູ່ໃກ້ຄັ່ງຍ້ອມຜ້າບໍ່ແດງ.
31.
ຢາກກິນເຂົ້າ ຢ່າຫຸງຫລາຍ ອຶດນອນນານຕາຍ.
32.
ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ.
33.
ເຮັດດີຜີປັນນາໃຫ້.
34.
ທຸກໃຫ້ລ້ຽງມ້າ ກຳພາໃຫ້ລ້ຽງໝູ.
35.
ມີເງິນເວົ້າໄດ້ ມີໄມ້ ເຮັດເຮືອນງາມ.
36.
ມີເງິນໃຫ້ເພິ່ນກູ້ ມີຊູ້ໃຫ້ເພິ່ນຫລອນ.
37.
ມີເປັນຄົນ ຈົນເປັນໝາ.
38.
ຢາກທຸກໃຫ້ເປັນນາຍຄົນ ຖ້າຢາກສົນລະວົນໃຫ້ເອົາເມັຍນ້ອຍ.
39.
ຢາກຈົນໃຫ້ຂີ້ຖີ່ ຢາກມີໃຫ້ທຳທານ.
40.
ຢາກທຸກໃຫ້ເປັນນາຍຄົນ ຢາກສະບາຍໃຫ້ເປັນແຫລ້ງ.
41.
ຢາກທຸກໃຫ້ຄ້າຄວາຍ ຢາກລ້ຳລວຍໃຫ້ຄ້າໃຫ້ຄ້າໂຄກຄ້າເບ້ຍ.
42.
ຢາກມີຫລາຍມັນໄຮ້ ຢາກໄດ້ຫລາຍມັນຕາຍ.
43.
ຢາກມີໃຫ້ຢືມເພິ່ນໄປຄ້າ ຢາກຂຶ້ນຊັ້ນຟ້າໃຫ້ຂ້າເຈົ້າເອົາຂອງ.
44.
ເພິ່ນຊັງໂຕຢາຊັງຕອບ.
45.
ວ່າໂຕກະດັກ ເພິ່ນພັດແຮງກະດໍ້ ວ່າໂຕນັ່ງກໍ້ຈໍ້
ເຂົາພັດຂຶ້ນນັ່ງຕໍ
46.
ຢຳກົກໃຫ້ຢຳເຫງົ້າ ຢຳເງົາໃຫ້ຢຳງ່າ.
47.
ຢ່າເຊື່ອໃຈທາງ ຢ່າວາງໃຈຄົນ ມັນຊິຈົນໃຈໂຕ.
48.
ຄົນຫລັກຄ້າໃກ້ ຄົນໃບຄ້າໄກ.
49.
ຄົນຕ່າງຄົນ ຂົນກົ້ນຕ່າງກັນ.
50.
ຄວາຍຕູ້ມັກຮານ ຄົນພານມັກຄວາມ.
51.
ຄວາຍຕູ້ມັກຊົນ ຄົນຈົນມັກເວົ້າ.
52.
ຄົນຕ່າງບ້ານ ຫວ້ານຕ່າງສວນ.
53.
ຄົນດີບ້ານນອກ ບໍ່ທໍ່ຂີ້ຄອກໃນເມືອງ.
54.
ງາມແຕ່ຮູບ ຈູບບໍ່ຫອມ.
55.
ໂງ່ຄົນຢູ່ໃຕ້ ໂງໄມ້ຢູ່ເທິງ.
56.
ຊົ່ວເຈັດທີ ດີເຈັດເທື່ອ.
57.
ບວດສາມທີ ຊີສາມເທື່ອ.
58.
ໄປບໍ່ດີແພ້ຮ່າງ ຍ່າງບໍ່ດີ ແພ້ຄີງ.
59.
ຜູ້ຕື່ນເດີກຂີ້ໃກ້ ຜູ້ຕື່ນສວາຍຂີ້ໄກ.
60.
ຜີທຽວທາງບົນ ຄົນທຽວທາງລ່າງ.
61.
ຜູ້ຕາຍຂາຍຜູ້ຍັງ.
62.
ຝົນຕົກຂີ້ໝາໄຫຼ ຄົນຈັ່ງໄຮພໍ້ກັນ.
63.
ເລື້ອກຜັກໄດ້ກິນບົ້ງ ເລືອກຂາຈົ່ງໄດ້ກິນຂາມະເຮັງ.
64.
ຫົວດຳໄປກ່ອນ ຫົວດ່ອນນຳຫລັງ.
65.
ຢ່າໃຫ້ເຂົາຕັດຕີນສິນມື.
66.
ເອົາເມຍສາວ ປານໄດ້ງົວຊາວແມ່-
ເອົາເມຍແກ່ປານໄດ້ແມ່ຊົວຄົນ.
67.
ຮ້າຍສາມທີດີສາມເທື່ອ.
68.
ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ.
69.
ກຳຂີ້ດີກວ່າກຳຕົດ.
70.
ງານຫຼວງຢ່າໃຫ້ຂາດ ງານລາດຢ່າໃຫ້ໄລ.
71.
ຊ່າງເຫຼັກຖືພ້າຂໍ ຊ່າງໝໍ້ໃຊ້ໝໍ້ແຕກ.
72.
ຊ່າງມືມັນຍາກ ຊ່າງປາກມັນງ່າຍ.
73.
ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ.
74.
ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າຂີ່ຂອນ.
75.
ຕາຊິບອດມັນແດງ ຂອງຊິແພງມັນຖືກ.
76.
ນັ່ງໃຫ້ເບິ່ງທີ່ ໜີໃຫ້ເບິ່ງບ່ອນ.
77.
ຢູ່ໃຫ້ປູກມອນ ໜີໃຫ້ຊອນຮົ້ວ.
78.
ນາແລ້ວຂ້າຄວາຍເຖິກ ເສິກແລ້ວຂ້າຄົນຫານ.
79.
ໜັກຢ່າເຊົາ ເບົາຢ່າແລ່ນ.
80.
ໜັກເອົາເບົາສູ້.
81.
ບ່ອນຕ່ຳໃຫ້ຄູນ ບ່ອນນູນໃຫ້ຖາກ
82.
ບ່ອນຍ້ອມບໍ່ແດງ ບ່ອນແປງບໍ່ໃຫມ່.
83.
ເບິ່ງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ.
84.
ໄປເສິກໄປຂ້າ ໄປຄ້າໄປຕົວະ.
85.
ໄປປ່າຢ່າມາດາຍ ຫາຟືນຕາຍມາແກ້ງກົ້ນໝໍ້.
86.
ເພິ່ນຂີ້ຈັ່ງຫາຂອນ ເພິ່ນນອນຈັ່ງຫາບ່່ອນ.
87.
ມື້ແລງກວດເຂົ້າ ມື້ເຊົ້າກວດອອກ.
88.
ໝັ່ນຫລັງດ້ານ ຂີ້ຄ້ານຫຼັງຫັກ.
89.
ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ.
90.
ຮັກຜູ້ແຮງໃຫ້ແພງຜູ້ໃຊ້.
91.
ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່.
92.
ຫາບດີກວ່າຄອນ ນອນດີກວ່ານັ່ງ.
93.
ຢ່າເອົາເສິກມາໃສ່ບ້ານ ຢ່າເອົາຫວ້ານມາໃສ່ສວນ.
94.
ຢູ່ບ້ານເພິ່ນຢ່ານັ່ງດູດາຍ ປັ້ນຮູບງົວຮູບຄວາຍ-
ໃຫ້ລູກເພິ່ນຫລິ້ນ
95.
ຢາກຮອດໄວໃຫ້ຄານ ຢາກຮອດນານໃຫ້ແລ່ນ.
96.
ເບິ່ງວັດໃຫ້ເບິ່ງຖານ ເບິ່ງສົມພານໃຫ້ເບິ່ງຈົວນ້ອຍ.
97.
ເຮັດນາວ່າປີໜ້າ ໄປຄ້າວ່າປີຮື.
98.
ຫາບຝຸ່ນໃສ່ນາຂຸມ
99.
ເຮັດໃຫ້ສົມຕົ້ມໃຫ້ສຸກ.
100.
ເຮັດນາບໍ່ເສຍໄຮ່ ລ້ຽງໄກ່ບໍ່ເສຍຮັງ.
101.
ເຮັດໃຫ້ເປັນ ເຂັນໃຫ້ຂາດ.
102.
ກາງຄືນເປັນນົກເຕັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ
103.
ໄດ້ໃຫມ່ລືມເກົ່າ ໄດ້ເຕົ່າລືມໝາ.
104.
ຕັກແຕນບໍ່ສົມພໍດີດກະດີດ ນົກປີກບໍ່ສົມພໍບິນກະບິນ.
105.
ໄຟໄໝ້ປ່າຈັ່ງເຫັນໜ້າໜູ ນ້ຳຖ້ວມຮູ ຈັ່ງເຫັນໜ້າຈີຫລໍ່.
106.
ໄມ້ອ່ອນບໍ່ຫ່ອນຫັກ.
107.
ຍາມຍາກຄິດເຫັນນາຍ ຍາມຕາຍຄິດຮອດພຣະ.
108.
ເຮືອຫລົ້ມບາດຈອດ ຕາບອດບາດເຖົ້າ.
109.
ໄວຫຼາຍຖືກມອງ ວອງຫຼາຍຖືກຂ່າຍ.
110.
ເວົ້າຈອດໆ ບໍ່ບອດກະຫ່ານ.
111.
ສະໜຸກຢ່ານອນ ເມຍວອນຢ່າຍິນ.
112.
ໃຫຍ່ຍ້ອນກິນເຂົ້າ ເຖົ້າຍອນເກີດຫຼາຍປີ.
113.
ຢູ່ປ່າຢ່າທ້າເສືອ ຂີ່ເຮືອຢ່າທ້າເງື້ອກ.
114.
ຕຶກແຫໄດ້ປາໄຂ່ ເອົາເມຍໃຫມ່ໄດ້ລູກພ້ອມ ບຸນສ້າງແຕ່ຫຼັງ.
115.
ບຸນຫລົ່ນທັບ ຊັບຫລົ່ນເຕັງ.
116.
ບຸນໃຫ້ຫາບ ບາບໃຫ້ຫິ້ວ.
117.
ໄປຫາພຣະເອົາຂອງໄປຖວາຍ ໄປຫານາຍເອົາຂອງໄປຕ້ອນ.
118.
ເຮັດບຸນເອົາຫນ້າ ພາວັນນາເອົາລາບ.
119.
ແກ້ວບໍ່ຜັດ ສາມປີເປັນແຮ່ ພີ່ນ້ອງບໍ່ແວ່ ສາມປີເປັນອື່ນ.
120.
ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ.
121.
ຄໍາທໍ່ຫົວໝາ ບໍ່ທໍ່ນານອກບ້ານ.
122.
ເງິນເຕັມພາບໍ່ທໍ່ຜະຫຍາເຕັມພຸງ.
123.
ເຖົ້າສາມຂາ ມີປັນຍາຫາໄວ້ໃຊ້.
124.
ເບິງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່.
125.
ບ່າວໃດດີໃຫ້ໄຫວ້ ນາຍໃດໃຊ້ໃຫ້ຕຶກຕອງ.
126.
ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ວຍ-
ຖ້າຢາກຊ່ວຍແທ້ໆ ໃຫ້ພິຈາລະນາ.
127.
ມີຜົວ-ເມຍໃຫ້ຊ່າງຍ້ອງ ມີນ້ອງໃຫ້ຊ່າງອອຍ.
128.
ສິບຮູ້ບໍ່ທໍ່ເຄີຍ ສິບລູກເຂີຍບໍ່ທໍ່ພໍ່ເຖົ້າ.
129.
ຢ່າຟັງຄວາມເບົາ ຢ່າເອົາຄວາມງ່າຍ.
130.
ຫມົກປາແດກຍັງມີຄູ ຈີປູຍັງມີວາດ.
131.
ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ.
132.
ຮຽນໃຫ້ສຸດ ຂຸດໃຫ້ເຖິງ ເບິ່ງໃຫ້ເປັນ.
133.
ໄກ່ສາມເດືອນພໍຂ້າ ມ້າສາມປີພໍຂີ່.
134.
ຂ້ອຍບໍ່ມີເຈົ້າ ບ່າວບໍ່ມີນາຍ.
135.
ເຂົ້າໜີນາ ປາໜີນ້ຳ.
136.
ຂອງດີມີຄ່າ ຢາດີມີຄຸນ.
137.
ຊ້າງດີຢູ່ງາ ປາດີຢູ່ເນື້ອ ເສືອດີຢູ່ຊື່.
138.
ຊ້າງຊິຕາຍທາວເຄືອ ເສືອຊິຕາຍທາວເລົ່າ.
139.
ຊື່ທໍ່ຊ້າງ ຮ່າງທໍ່ແມວ.
140.
ຊ້າເປັນການນານເປັນຄຸນ.
141.
ເຊື່ອໃຈປາກມັນຍາກພິ່ນ້ອງ ເຊື່ອໃຈທ້ອງມັນແກ່ມຖົງເງິນ.
142.
ຍິງງາມແພ້ຜົວ ງົວດີແພ້ປ່າ.
143.
ໄດ້ຢ່າຍ້າມ ບໍ່ໄດ້ຢ່າຫລາບ.
144.
ແດດອອກ ໝອກຫາຍ.
145.
ບໍ່ເສຍບໍ່ມີບ່ອນໄດ້ ກິ່ນບໍ່ໃຊ້ເປັນໜີ້ເທົ້າຕາຍ.
146.
ຕົ້ນໄມ້ໃບດົກນົກແກ່ນ.
147.
ຕາຍໃຫ້ຝັງ ຍັງໃຫ້ລ້ຽງ.
148.
ຕາຍເປັນຜີ ໜີເປັນເພິ່ນ.
149.
ຕັດຫວາຍຢ່າໄວ້ໜໍ່ ຕັດພໍ່ຢ່າໄວ້ລູກ.
150.
ຕົກໄມ້ ຕົກເສຍ ຕົກເມຍ ຕົກໄດ້.
151.
ຕາດີໄດ້ ຕາໃບ້ເສຍ.
152.
ຖີ່ລອດຕາຊ້າງ ຫ່າງລອດຕາເຂັມ.
153.
ທຸກໃຫ້ລ້ຽງ ປາກຖຽງໃຫ້ໄລ່ໜີ.
154.
ເຮັດອັນໃດ ໃສ່ໃຈອັນນັ້ນ.
155.
ນາດີຖາມຫາເຂົ້າປູກ ລູກດີ ຖາມຫາພໍ່ແມ່.
156.
ນອນບໍ່ຫຼັບໃຫ້ໄປທ່ຽວ ມີສ່ຽວໃຫ້ໄປຢາມ.
157.
ນອນຂວັມໃຫ້ເບິ່ງເຊືອກຄວາຍ ນອນຫງາຍໃຫ້ເບິ່ງໄພຫຍ້າ.
158.
ນ້ຳເຢັນປາຂ້ອນ ນ້ຳຮ້ອນປາຜ່າຍ.
159.
ນາສອງເໝືອງ ເມືອງສອງເຈົ້າ ຢ້າວສອງເຂີຍ (ຄະລຳ).
160.
ນຸ່ງຜ້າລາຍໝາເຫົ່າ ເວົ້າຄວາມເກົ່າມັນຜິດກັນ.
161.
ນ້ຳໄດ້ຮູ ປູໄດ້ຮອຍ.
162.
ແນວມັນມີໝາກເຂືອຫຳມ້າ ບໍ່ໄດ້ກ້າມັນຫາກເກີດມາເອງ.
163.
ນອນສູງໃຫ້ນອນຂວັມ ນອນຕ່ຳໃຫ້ນອນຫງາຍ.
164.
ນ້ຳຂຶ້ນບົວລອຍ ນ້ຳຍ້ອຍຫອຍໄຕ່.
165.
ນອນຫລັບບໍ່ຮູ້ ນອນຄູ້ບໍ່ຝັນ.
166.
ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ.
167.
ບ້ານໃກ້ບໍ່ອຶດເກືອ ໄປທາງເຮືອບໍ່ອຶດນ້ຳ.
168.
ບ້ານໃກ້ທ່າບໍ່ໄດ້ຢູ່ເຮືອນແພ ບ້ານໃກ້ເຊບໍ່ໄດ້ກິນປາແດກ.
169.
ບ່ອນເຂັດໃຫ້ຢຳ ບ່ອນຄະລຳໃຫ້ຢ້ານ.
170.
ບຸນສອນບໍ່ທໍ່ບຸນເກີດ.
171.
ບໍ່ມີຝອຍຫມາບໍ່ຫ່ອນຂີ້ ບໍ່ມີໜີ້ເຂົາບໍ່ຫ່ອນຖາມ.
172.
ບໍ່ມີເມຍບໍ່ອຶດລູກໃຊ້ ບໍ່ມີໄມ້ ບໍ່ອຶດເຮືອນນອນ.
173.
ບໍ່ມີຄວາມຮູ້ຢ່າເວົ້າການເມືອງ
ບໍ່ນຸ່ງຜ້າເຫຼືອງຢ່າເວົ້າການວັດ.
174.
ບ້ານສູນເສົ້າ ມີເຖົ້າຫລາຍຄົນ.
175.
ເປັນຂ້ອຍໃຫ້ເປັນຂ້ອຍພະຍາ ເປັນຫມາໃຫ້ເປັນໝາວັດ.
176.
ໄປໃຫ້ລາ ມາໃຫ້ຄອບ.
177.
ປາໂຕດຽວເໜົ່າໝົດຂ້ອງ.
178.
ປ່າເພິ່ງເສືອ ເຮືອເພິ່ງພາຍ ນາຍເພິ່ງບ່າວ ເຈົ້າເພິ່ງຂ້ອຍ.
179.
ປຸກເຮືອນຜິດ ຄິດຈົນເຮືອນວາຍ ເອົາເມຍຜິດຄິດຈົນຮອດວັນຕາຍ.
180.
ປຸກເຮືອນຕາມໃຈຜູ້ຢູ່ ຜູກອູ່ຕາມໃຈຜູ້ນອນ.
181.
ເປັນນາຍໃຫ້ຮັກໝູ່ ເປັນປູ່ໃຫ້ຮັກຫລານ.
182.
ປາກກ່ອນຄວາມ ຂານກ່ອນເຈົ້າ.
183.
ເປັນຄົນໃຫ້ເຂົາໃຊ້ ເປັນໄມ້ໃຫ້ເຂົາຟັນ.
184.
ປາອອກແຫປາໂຕໃຫຍ່ ໄມ້ຢູ່ໄຮ່ ໄມ້ລຳງາມ.
185.
ຜ້າຮ້າຍຫໍ່ຄຳແດງ.
186.
ຜູ້ຂາຫັກຈາໄລ່ຈັບຊ້າງ ຂີ້ແພ້ອ້າງຄຳຫານ.
187.
ຜີເຮືອນບໍ່ດີ ຜີປ່າແຊກ.
188.
ພາຍເໜືອເພື່ອຕົກໃຕ້ ໄຫລລົງໄປຖ້ຳພົງແມ່ນ.
189.
ຜົວເມຍຮ້າຍຍາມດຽວເປັນເພິ່ນ ພີ່ນ້ອງຮ້າຍຄືຂີ້ບໍ່ເໝັນ.
190.
ຜູກຄວາຍໃສ່ຫິນລາດ ເຄົາບ່າຂາດ ຄວາຍກະຕາຍ.
191.
ໂຜດເຕົ່າໃຫ້ເຖິງໜອງ.
192.
ຜົມບໍ່ຫຼາຍໃຫ້ຕື່ມຊ້ອງ ພີ່ນ້ອງບໍ່ຫຼາຍໃຫ້ຕື່ມສ່ຽວຕື່ມເກີ.
193.
ຝົນຊິຕົກຢ່າເຊື່ອດາວ ມີລູກສາວຢ່າເຊື່ອໃຈ.
194.
ຝົນຊິຕົກ ຟ້າຂາວດາວແຈ້ງ ຝົນຊິແລ້ງຟ້າມືດຟ້າມົວ.
195.
ຮັກສາສາມປາຍ ຈັງຫາຍສາມໂທດ.
196.
ສະໝຸກຢູ່ເຮືອນເພິ່ນ ບໍ່ທໍ່ທຸກຢູ່ເຮືອນໂຕ.
197.
ເຂົ້າປາຢ່າເສຍເໝືອງ ເຂົ້າເມືອງຢ່າເສຍຂຸມ.
198.
ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫວີ.
199.
ຂ້າລັກໜີ ຊີລັກບວດ.
200.
ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບແຜ່ນດິນ.
201.
ຄວາມບໍ່ມີຫາໃສ່ ໄມ້ບໍ່ໃຫຍ່ຫາອືບມາແຖມ.
202.
ຄວາຍຊົນກົ້ນແພ້ຫຍ້າແພດ ແດດອອກແພ້ພູເຂົາ.
203.
ຄວາມດີຝັງໄວ້ເທົ້າສອກ ຄວາມຊົ່ວຊັກອອກເທົ້າວາ.
204.
ເງິນຫົວຂວັນເຈົ້າ ເຂົ້າຫົວຂວັນໝາ.
205.
ງາມແຕ່ເຂົ້າ ເຮັດນາແຖມເມືອງ ງາມແຕ່ເມືອງ ມີເຈົ້າຜູ້ໜຶ່ງ.
206.
ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກ້ອຍຫົວໃຫຍ່.
207.
ຈັບໃຫ້ໝັ້ນ ຄັ້ນໃຫ້ຕາຍ.
208.
ເຈັດມື້ລ້ຽງລູກ ມື້ແປດປູກໂພ.
209.
ໃຈຮ້າຍເປັນຜີ ໃຈດີເປັນພຣະເຈົ້າ.
210.
ເຈົ້ານາຍດີບໍ່ເຫັນແກ່ເງິນແສນໄກ່ ເຫັນແກ່ໄຜ່ແສນເມືອງ.
211.
ຊິຖີ້ມກະເສຍດາຍ ຊິບາຍກະຂີ້ດຽດ.
212.
ມີຊື່ບໍ່ປະກົດ ມີຍົດບໍ່ລືຊາ.
213.
ຟັງຄວາມເມຍ ເສຍພີ່ນ້ອງ. ຟັງຄວາມທ້ອງ ແກ່ມຂອງເຮືອນ
214.
ມ້ອນນອນຢ່າເກືອ ເສືອນອນຢ່າປຸກ.
215.
ຄົບຄົນພານ ພາໄປຫາຜິດ. ຄົບບັນດິດ ບິດໄປຫາຜົນ.
216.
ຕິນຊ້າງຢຽບປາກນົກ.
217.
ນົກເຄົ້າທ້ວງຕາແມ່.
218.
ຫມາກັດໜັງຊິຍັງຄົນເທື່ອ ເບື່ອພີ່ນ້ອງຍັງຍ້ອງເພິ່ນດີ.
219.
ມັກງ່າຍໄດ້ຍາກ ມັກລຳບາກໄດ້ດີ.
220.
ຍາມດີບໍ່ໄດ້ເຫັນ ຍາມເໝັນຈັ່ງໄດ້ພໍ້.
221.
ຍາມຊື້ຢາກຊື້ພໍຕາຍ ຍາມຂາຍຢາກຂາຍພໍໃຫ້.
222.
ຍ່າງນຳກົ້ນຜູ້ເຖົ້າ ຜີເປົ້າບໍ່ກິນ.
223.
ລູກແທນພໍ່ ໜໍ່ແທນລຳ.
224.
ລູກເວົ້າຍາກພໍ່ແມ່ປາກປຽກ ລູກໂຄຍສຽກພໍ່ແມ່ຢາກອາຍ.
225.
ລັກເມື່ອນອນ ຫລອນເມື່ອຫລັບ.
226.
ເວົ້າໃຫ້ນົວ ຫົວໃຫ້ມ່ວນ.
227.
ເວົ້ານຳໝາໆເລຍປາກ ເວົ້ານຳສາກໆຕີຫົວ.
228.
ເຈົ້າແຫກບ້ານມັນບໍ່ມີເມືອງ ເຈົ້າແຫກເມືອງມັນເປັນສູນເສົ້າ
229.
ສາມປາກຄິ້ວກວ່າມໍ.
230.
ສິບພໍ່ຄ້າ ມາໄຫວ້ພໍ່ນາ ສິບພໍ່ນາບໍ່ທໍ່ອາດຍາລ້ຽງ.
231.
ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ.
232.
ເຫັນເຂົາທຸກຢ່າຖາມ ເຫັນເຂົ້າງາມຢ່າທ້ວງ.
233.
ໝົດໂຄດຍັງເຫລົ່າ ໝົດເຖົ້າເກົ່າຍັງລູກຍັງຫລານ.
234.
ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ.
235. ພິກແຜ່ນດິນ ປີ້ນແຜ່ນຜ້າ ຢາກເຫັນໝ້າໃຫ້ເບິ່ງຫຼັງ.
236. ບ່າວເສັ້ນເລັ້ນຖືກຕາແສ້ຕາສາວຄວາຍເຂົາຍາວຖືກຕາຂ້າ.
237. ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງ ເວົ້າໂກງກໍໄດ້.
238. ໝາຍໄຮ່ໃຫ້ສຸດຕາ ໝາຍນາໃຫ້ສຸດສຽງຮ້ອງ.
239. ຢາກຮອດໄວໃຫ້ຄານ ຢາກນານໃຫ້ແລ່ນ.
240. ບ່ອນເຄີຍກິນຢ່າມັກ ບ່ອນເຄີຍຮັກຢ່າເຮັດໃຫ້ເສຍໃຈ.
241. ຂອງຕ່ຳຢ່າເອົາໄວ້ສູງ ຂອງສູງຢ່າເອົາໄວ້ຕ່ຳ.
242. ຢ່າຄົ້ນຄວາມເກົ່າ ຢ່າເລົ່າຄວາມຫຼັງ ຢ່າຄົ້ນຜີລຸກ
ຢ່າປຸກຜີຕື່ນ.
243. ພະຍາຊ້າງ ເຖິງແມ່ນວ່າຢູ່ຕໍ່ໝ້າ ສົງຄາມ ກໍບໍ່ປະທ່າທາງ
ອັ້ນອົງອາດ.
244. ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ.
245. ຢ່າຜູກຄວາຍໄກ້ກ້າ ຢ່າຜູກມ້າໄກ້ເຂົ້າ
246. ສັງສາລະວັດກໍຍາວນານຫຼາຍ ສຳຫຼັບຄົນຜູ້ບໍ່ຮູ້ພຣະສັຈທັມ.
247. ລາຕີໝຶ່ງຍາວນານ ສຳລັບຄົນທີ່ຕື່ນຢູ່.
248. ເຮັດບໍ່ເຊົາ ຫາບ່ອນເອົາບໍ່ມີ
249. ຢ່າຕີເຫຼັກ ຕໍ່ໝ້າຊ່າງ,ຢ່າສອນແຂ້ລອຍນໍ້າ
250. ຕີນຊ້າງ ຢຽບປາກນົກ ຕີນຄົກ ຢຽບປາກສາກ.
251. ຢຳຜີເຖົ້າ ຢຳເຈົ້າຍືນ.
252. ຝາບັງໝ້າຢ່າ ເວົ້າຄວາມລັບ
253. ນາດີຖາມຫາເຂົ້າປູກ
ລູກດີຖາມຫາພໍ່ຫາແມ່.
254. ຜູ້ຊາຍນີ້ ຫາກທຽມໄປດັ່ງແມ່ຕໍ່ ຍິງໃດໄປລໍ້ໃກ້ ໄລຊິດັ້ນ
ບໍ່ປະສົງແທ້ດາຍ.
255. ຢ່າເຮັດ ຕໍ່ໝ້າແລ້ວສັນລະເສີນ ລັບຫຼັງແລ້ວນິນທາ.
256. ລາຍຄົນ ລາຍນອກ ລາຍເສືອ ລາຍໃນ.
257. ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ຜູ້ອື່ນ.
258. ພ້າກ້າຖືກຫີນຊາ ຄົນພາລາຖືກເຄາະຮ້າຍ.
259. ຢ່າສຸກ ກ່ອນເຫີ່ມ ຈົ່ງເຫີ່ມ ກ່ອນສຸກ
260. ຢ່າເວົ້າໂວ້ໆ ຍົກໂຕຂົ່ມເພິ່ນ ເພິ່ນບໍ່ຍ້ອງ ຢ່າຍໍຂຶ້ນແຕ່ໂຕ.
261. ເຫັນເພິ່ນທຸກຢ່າຟ້າວທານ ເຫັນເພິ່ນມານຢ່າຟ້າວທ້ອງ.
262. ຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກ. 4 ຢ່າງນີ້ ຢ່າໄດ້
ໄວ້ໃຈ ຈົນເກີນໄປ.
263. ຜູ້ຮັກທໍ່ຜືນດິນ ຜູ້ຊັງທໍ່ຜືນສາດ.
264. ຂໍເລືອດນຳກະປູ ຕີງູໃຫ້ກາກິນ.
265. ຊິເອົາເມຍໃຫ້ຖາມ 4ແຈບ້ານຊິຖາມຊູ້ໃຫ້ຖາມ 4ແຈເຮືອນ.
266. ສອງຮັກຈຶ່ງເປັນດອງ ສອງປ່ອງຈຶ່ງເປັນຊູ້ ສອງຮູ້ຈຶ່ງເປັນ
ຜົວເປັນເມຍ.
267. ຟັງຄວາມສັບເສຍນ້ຳທ່າບໍ່ ຟັງຄວາມສໍ່ເສຍນ້ຳທ່າເວີນ ຟັງ
ຄວາມສັນເສີນເສຍວັງທ່າ ກວ້າງ.
268. ຟັງຄວາມສັບເສຍນ້ຳທ່າບໍ່ ຟັງຄວາມສໍ່ເສຍມິ່ງຄີງຂວັນ
269. ຄິດຕໍ່ພີ່ເປັນຮີ່ມຮີ່ ຄິດຕໍ່ນ້ອງເປັນລ້ອງຄ້ອງ ຄິດຕໍ່ໂຕ
ຈຶ່ງ
ໂປໂລ ພົ້ນເພິ່ນ.
270. ໄຮ້ຊັບ ອັບປັນຍາ ຊັບມາປັນຍາເກີດ.
271. ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມພຸງ ( ເຕັມປູມ )
272.
ຄົນໂງ່ ອວດສະຫຼາດ
ຄົນຂີ້ຂາດ ອວດດີ ເສດຖີ ອວດຈົນ.
273.
ເສືອເພິ່ງດົງ
ດົງເພິ່ງເສືອ ຫຍ້າເພິ່ງດິນ ດິນເພິ່ງຫຍ້າ.
274.
ເສືອມີເພາະປ່າຮົກ
ຫຍ້າດົກເພາະດິນດີ ດິນດີເພາະຫຍ້າ
ປົກ ປ່າຮົກເພາະເສືອມີ
275.
ຄົນເຄີຍລຳສະຫຼາດເວົ້າ
ຄວາຍເຖົ້າສະຫລາດຊົນ.
276.
ຄົນເຄີຍຫຼິ້ນ ບໍ່ຫຼິ້ນມັນວອນ. ຄົນເຄີຍເມົາ ບໍ່ເມົາມັນແງ້ນ.
277.
ສຳນຽງບອກພາສາ ກິລິຍາ
ບອກສະກຸນ.
278.
ປາກເປັນເອກ
ເລກເປັນໂທ ໝັງສືເປັນຕີ (ຄໍາປະພັນຂຽນວ່າ)
ປາກເປັນອາວຸດກ້າ
ແຂງຍິ່ງຄົນຢຳ
ປາກທຳໃຫ້ຄົນເປັນຄົນດີ ຊົ່ວຊາມກໍ່ພອຍໄດ້.
ປາກໃຫ້ຄົນຍໍຍ້ອງ ພອງໂຕກ້ຳເກິ່ງ
ປາກດີມີຜູ້ຮ້ອງ ຍໍຂຶ້ນຮຸ່ງເຮືອງແທ້ນາ.
279. ທຸກບໍ່ມີເສື້ອຜ້າ ມີຝາເຮືອນພໍລີ້ຢູ່.
ທຸກບໍ່ມີເຂົ້າຢູ່ທ້ອງຊິ
ນອນລີ້ຢູ່ບໍ່ເປັນ.
280. ຜູ້ມີເຮັດຊັກໄຊ້. ຜູ້ໄຮ້ເຮັດຊຸຍຊາຍ.
281. ຂີ້ຖີ່ຂໍດົນ ບໍ່ທົນຄວາມໄດ້. ດຸແລ້ວດີ ຊູຊີແລ້ວໄດ້.
282. ໝັ່ນເທື່ອດຽວ ຫຼັງຫານ ຄ້ານເທື່ອດຽວ ຫຼັງຫັກ.
283. ຢ່າຕີຫົວປາ ໃຫ້ສະເນືອນຫົວນາກ.
284.
ແອບລູກໃຫ້ແອບເມື່ອຍັງນ້ອຍ
ແອບຂ້ອຍໃຫ້ແອບເມື່ອມາໃໝ່.
285.
ເງິນຄຳຂອງຫາໄດ້
ນຳໃຈຂອງຫາຍາກ.
286.
ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ.
287.
ຢ່າໄວ້ໃຈທາງ ຢ່າວາງໃຈຄົນ
ມັນຊິຈົນໃຈໂຕ.
288.
ຢ່າເປັນນົກເຄົ້າ
ທ້ວງຕາແມ່ ຜີຊິແກ່ ລົງນາລົກ.
289.
ນ້ຳສະໝຸດເລິກ ແລະ
ກວ້າງເຊືອກຢັ່ງກໍ່ຍັງເຖິງ ບາດວ່າ
ຫົວໃຈຄົນຢັ່ງບໍ່ເຖິງຖ່ອງໄດ້.
290.
ທຸກເພິ່ນບໍ່ວ່າດີ
ມີເພິ່ນວ່າພີ່ນ້ອງ ລຸງປ້າຈຶ່ງວ່າຫຼານ.
291.
ເຫັນເພິ່ນຫາມໝູ
ຢ່າເອົາຄານໄປສອດ.
292.
ຢາກເບິ່ງຍາດພີ່ນ້ອງ
ແລະ ມິດສະຫາຍວ່າດີ ຫຼື ບໍ່ດີນັ້ນ
ໃຫ້ເບິ່ງໃນເວລາມີໄພ ອັນຕະລາຍມາເຖິງຕົນ.
293.
ຜົມບໍ່ຫຼາຍ
ໃຫ້ຕື່ມຊ້ອງ. ພີ່ນ້ອງບໍ່ຫຼາຍ ໃຫ້ຕື່ມມິດຕື່ມ
ສະຫາຍໃສ່ອີກ.
294.
ຢ່າກິນເຂົ້າເຂາະແລງ
ຢ່າກິນແກງເຂາະຖ້ວຍ.
295.
ເຮືອນຮົ່ວມາແຕ່ຫຼົບ
ລູກບໍ່ຈົບບໍ່ດີເປັນນຳພໍ່ນຳແມ່.
296.
ໂຜດເຕົ່າໃຫ້ເຖິງໝອງ
ຕີກອງໃຫ້ມັນມ່ວນ.
297.
ແລນໄວໄດ້ສາມເລົ່າ
ເຕົ່າຊ້າໄດ້ສາມໝອງ.
298. ຂອງກິນບໍ່ກິນມັນເໜົ່າ ຂອງເກົ່າບໍ່ເລົ່າມັນລືມ.
299. ສະໝຸກຢູ່ເຮືອນເພິ່ນ ບໍ່ທໍ່ທຸກຢູ່ເຮືອນໂຕ.
300. ຢູ່ກະຕູບຂອງໂຕເອງ ກໍ່ດີກວ່າຢູ່ຫໍຜາສາດຂອງຄົນອື່ນ.
301. ຢ່າໄດ້ຫວັງສຸກ ຍ້ອນບຸນໃຜມາເຫຼື່ອມ. ສຸກກໍ່ສຸກເພິ່ນພຸ້ນ
ບໍ່ມີກຸ້ມຮອດເຮົາດອກນາ.
302. ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ.
303. ຢູ່ໃຫ້ປູກມອນ ໝີໃຫ້ຊອນຮົ້ວ,
304. ສິບສະຫຼຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄະນິງຫາ, ສອງສະຫຼຶງ
ແລ່ນມາມືໃຫ້ຮີບກຳເອົາໄວ້.
305. ນອນຫຼາຍເປັນໄຂ້ ໃຫ້ຫຼາຍເປັນໄອ.
306. ຜົວເມຍຮ້າຍ ຫຼາຍທີເປັນຄົນອື່ນ, ພີ່ນ້ອງຮ້າຍ ແສນຊັ້ນ
ບໍ່ຂາດກັນ.
307. ຕາບອດຢ່າຖຽງຜູ້ຈູງ, ຄົນຕາຟາງຢ່າເດີນທາງປ່າ.
308. ເວົ້າດີຂໍເຂົ້າ ເວົ້າຮ້າຍຂໍເກືອ, ມື້ເຊົ້າຂໍແກງ
ມື້ແລງຂໍເຂົ້າ.
309.
ໄມ້ໃກ້ທາງເພິ່ນມັກຖາງມັກຖາກ.ຄົນເຫັນກັນ
ໝັນປາກໝັ້ນຖາມ.
310.
ຢ່າໄດ້ຄິດໂລບລຽ້ວ
ເປັນກຽ່ວຫຼາຍຄົມ. ຈົ່ງຄິດເປັນຄົມ
ດຽວ ຕໍ່ສັນກັບດ້າມ.
311.
ຢ່າໄດ້ຍິນດີຫຼິ້ນການພະນັນໂບ້ຍໂບກ
ລາງເທື່ອໂຊກບໍ່ໃຫ້
ພາຍທ້າຍ ຊິໜ່າຍແໝ່ງ
312.
ຢ່າໄດ້ຂຶງຂັງໝ້າ ວາຈາເວົ້າອວດອົ່ງ.
ຝູງພີ່ນ້ອງພົງເຊື້ອ ຊິບໍ່ມີ.
313.
ເກີດເປັນຄົນ
ໃຫ້ຮຽນຄວາມຮູ້. ເປັນຄົນປູ້ເຂົາບໍ່ຢຳ. ບໍ່ຮູ້
ຂາວຮູ້ດຳ ເຂົາບໍ່ເກງບໍ່ຢ້ານ.
314.
ໄປທຽ່ວບ້ານໃຫ້ເບິ່ງຫົນທາງ ເຫັນຄົນຕາຟາງໃຫ້ຫຼີ້ກເຂົາ
ກ່ອນ. ບ່ອນຜູ້ໃຫຍ່ຢ່າໄດ້ໄປແທນ ຂອງຫວງແຫນຢ່າໄດ້ໄປຕ້ອງ.
315.
ຍິງເກີດມາເພື່ອສືບສາຍ.
ຊາຍເກີດມາເພື່ອສືບຊາດ.
ຢ່າຄິດເວວາດ ໄປທາງບໍ່ດີ.
316.
ມີວິຊາຄວາມຮູ້
ຖ້າບໍ່ມີສົມບັດຜູ້ດີ ກໍ່ຈະໃຊ້ບໍ່ໄດ້.
317.
ຢາກຮູ້ໃຫ້ໝັ່ນຖາມ
ຢາກງາມໃຫ້ໝັ່ນແຕ່ງ.
318.
ການເວົ້າການຂຽນພາສາທີ່ຖືກຕ້ອງດີ
ເປັນເຄື່ອງໝາຍ
ຂອງຜູ້ມີວັດທະນະທຳສູງ.
319.
ຢ່າເອົາແຂ້ເຂົ້າເຮືອ
ຢ່າເອົາເສືອເຂົ້າບ້ານ.
320.
ຖົ່ມນ້ຳລາຍໃຫ້ຫຼຽວເບິ່ງປ່ອງ
ນັ່ງຢ່ອງຢໍ້ ໃຫ້ຫຼຽວເບິ່ງຫວ່າງຂາ.
321.
ນ້ຳກວ້າງຕື້ນ
ຢ່າໄດ້ຫື່ນໃຈສະ ນ້ຳເລິກຮອມ ໃຫ້ເຈົ້າຫອມໃຈໃສ່.
322.
ແສງສະຫວ່າງແຈ້ງ ພົ້ນພຸ່ງໃນນະພາ.
ຍັງບໍ່ທໍ່ປັນຍາ ຂອງ
ຄົນຜູ້ສະຫຼາດຮູ້.
323.
ເຮັດນຳຜູ້ຕ່ຳເຂົາຈ່ອງລົງ
ເຮັດນຳຜູ້ສູງເຂົາຈູງຂຶ້ນ.
324.
ຊາຕາບໍ່ຄາດແຫ້ງ
ຝົນຕົກແຮງຫາກຊິຊຸ່ມ. ຊາຕາບໍ່ຄາດ
ລົ້ມ ຫຍຸມຫຍ້າຫາກຊິທັນ.
325.
ຄາດໄດ້ບໍ່ຫ່ອນເສຍ
ຄາດເປັນເມຍບໍ່ຫ່ອນຮ້າງ. ຄາດຊິໄດ້
ເຫັນໜ້າຍ່າງມາຫາ.
326.
ເຮັດນາໃກ້ຫ້ວຍ
ປີໃດລວຍໄດ້ເອົາອອງກະປູແກ່. ປີໃດບໍ່
ໄດ້ເຫຼືອເລົ້າ ຖອກໃສ່ເຍຍ.
327.
ເຮືອນບໍ່ມີສີໜ້າ
ກາບິນມາມັນຊິລ່ວງ ເຮືອນບໍ່ມີພໍ່ຢ້າວ
ໂຈນຊິເຂົ້າລັກຂອງ.ຊາດທີ່ງູເຫົ່າຫ້ອມ ຕົວຊື່ສໍລະພິດ ໃຜຈັກພໍ່າພຽນສອນ ສັ່ງມັນບໍ່ມີໄດ້.
328.
ຄົບຄົນພານ ພາໄປຫາຜິດ.
ຄົບບັນດິດ ບິດໄປຫາຜົນ.
329.
ກິນບໍ່ຊ່າງກິນມັນໄຮ້
ໄດ້ບໍ່ຊ່າງໄດ້ມັນເສຍ.
330.
ອັດສະຈັນໃຈໂອ້
ເຂົ້າສານໃນໂອຍໍຄໍຂຶ້ນຕອດໄກ່, ໄມ້ໄຜ່ຢູ່
ກໍ ຍໍຄໍຂຶ້ນຕອດຊ້າງ, ປາຢ້າງຢູ່ຫິ້ງທະຍານເຕັ້ນຄາບແມວ,
ແມວເສຍໃຈ ແຖຫົວອອກບວດ, ໜູຕາສວດເປັນແມ່ອອກຄ້ຳ ນຳເຂົ້າສົ່ງຈັ່ງຫັນ.
331.
ເສືອສາງຫາວອນໄຫວ້
ເອົາເສືອສາງເປັນໝູ່. ອຸບາດເປັນ
ສິ່ງນີ້ ເມືອງບ້ານຊິຫຼົ່ມຫຼວງ,ໝູ່ກວາງຫາວອນໄຫວ້ ເອົາໝູ່ກວາງເປັນໝູ່,ຢ້ານແຕ່ເຂົ້າຢູ່ທ້ອງເປັນໝ້ຽງພວກໝູ່ມັນບໍ່ຮູ້.
332.
ປາຈັກໝີຈາກນ້ຳ ເພາະນ້ຳນັ້ນບໍ່ມີຕົມ,
ຊ້າງຈັກໝີຈາກດົງ
ເພາະດົງນັ້ນບໍມີໄມ້ໄລ່ ແລະ ໄມ້ບົງ. ຣາຊະຫົງ ຈັກໝີຈາກສະ
ເພາະສະນັ້ນ ບໍ່ມີດອກບົວ ອັນງາມຕະການ, ລູກສິດຈັກໝີຈາກອາຈານ
ເພາະອາຈານນັ້ນບໍ່ມີຄວາມສອນສັ່ງ.
333.
ຢ່າໄດ້ອາສາລ້ຽງ ແນວຊະນີຮູບຮ່າງ
ມັນບໍ່ຫ່າງຈາກກໍ
ມັນບໍ່ງໍຈາກເຄົ້າ ຫາກຄືເຫງົ້າດັ່ງເດີມນັ້ນແລ້ວ.
ไม่มีความคิดเห็น:
แสดงความคิดเห็น