ວັດສີມຸງຄຸນໄຊຍານາຣາມ ບ້ານພັດທະນາໂນນສະຫວ່າງ (ບັງເຢາະ) ຍິນດີຕ້ອນຮັບທຸກທ່ານ
Powered By Blogger

วันอังคารที่ 13 มีนาคม พ.ศ. 2561

ອານິສົງການສ້າງປື້ມເປັນທັມມະທານ


ອານິສົງການສ້າງປື້ມເປັນທັມມະທານ




    ທ່ານທີ່ໄດ້ຖວາຍປື້ມທັມມະ ຫຼືພີມປື້ມທັມມະແຈກເປັນທັມມະທານຂໍໃຫ້ທ່ານຈົ່ງເກີດຄວາມພາກພູມໃຈເຖີດວ່າ ທ່ານໄດ້ທຳສິ່ງທີ່ມີຄຸນຄ່າ 9 ມົງຄຸນ ດັ່ງຕໍ່ໄປນີ້

1.       ໄດ້ຊື່ວ່າເປັນຜູ້ມີສ່ວນຮ່ວມໃນການຮັກສາພຣະພຸດທະສາສະໜາໃຫ້ມີຄວາມຍັ່ງຍືນ ວັດທະນາຖາວອນ
2.       ໄດ້ຊື່ວ່າເປັນຜູ້ບຳເພັນທານບາລະມີທີ່ຍອດຢ່ຽມຄື ທັມມະທານບາລະມີ
3.       ໄດ້ຊື່ວ່າເປັນຜູ້ມີສ່ວນຮ່ວມໃນການເຜຍແພ່ຫຼັກທັມຄຳສອນຂອງພຣະພຸດທະເຈົ້າ
4.       ໄດ້ຊື່ວ່າເປັນຜູ້ມີສ່ວນຮ່ວມໃນການສ້າງຄວາມເຫັນທີ່ຖືກຕ້ອງ (ສັມມາທິດຖິ)
5.       ໄດ້ຊື່ວ່າເປັນຜູ້ມີສ່ວນຮ່ວມໃນການສົ່ງເສີມໃນການປະບັດທັມກັມມະຖານ
6.       ໄດ້ຊື່ວ່າເປັນຜູ້ມີສ່ວນຮ່ວມໃນການເສີມສ້າງສັນຕິພາບ ແລະສັນຕິສຸກແກ່ຊາວໂລກ
7.       ໄດ້ຊື່ວ່າເປັນຜູ້ມີສ່ວນຮ່ວມໃນການສົ່ງເສີມແລະພັດທະນາຄຸນນະທັມຈະຣິຍະທັມອັນທີ່ດີງາມ
8.       ໄດ້ຊື່ວ່າເປັນຜູ້ສົ່ງເສີມໃນການເລືອກສັນສິ່ງທີ່ດີໃຫ້ແກ່ຜູ້ຮັບ (ເປັນຜູ້ໃຫ້ທີ່ດີ)
9.       ໄດ້ຊື່ວ່າເປັນຜູ້ສະແດງອອກເຖິ່ງນ້ຳໃຈອັນດີງາມຂອງກັນລະຍານິມິດ (ເປັນມິດທີ່ດີ)
ທ່ານທີ່ໄດ້ບຳເພັນທັມມະທານບາລະມີດັ່ງກວ່າມາແລ້ວ ຍ່ອມປະສົບແຕ່ຄວາມສຸກ ຄວາມຈະເລີນຮຸ່ງເຮືອງ ທັງໃນຊາດນີ້ແລະຊາດໜ້າ ແລະເປັນຜູ້ປາສະຈາກທຸກ ໂສກ
ໂຣກພັຍ ທັງປວງ

ອັກຂະຣາ ເອກັງ ເອກັນຈະ ພຸທທະຣູປັງ ສະມັງ ສີຍາ
ສ້າງອັກສອນທັມໜຶ່ງອັກສອນ ເທົ່າກັບສ້າງພຣະພຸດທະຮູບໜຶ່ງອົງ

ไม่มีความคิดเห็น:

แสดงความคิดเห็น