ປະເທດລາວເຮົາສ່ວນສ່ວນຫຼາຍແມ່ນເປັນຊາວພຸດ ເປັນສ່ວນໃຫຍ່ ເຊິ່ງກວມເອົາ 70 ເປີເຊັນຂອງປະຊາກອນລາວ ຊຶ່ງໃນແຕ່ລະເດືອນຂອງປີ ຊາວພຸດຂອງເຮົາກໍ່ຈະມີກິດຈະກຳ ຫຼື ງານບຸນ, ອິກຢ່າງໜຶ່ງເພິ່ນເອີ້ນວ່າ ຮີດ 12 ຄອງ 14 ທີ່ຄົນລາວຊາວພຸດຂອງເຮົ້າໄດ້ປະຕິບັດສືບທອດກັນມາຕັ້ງແຕ່ບູຮານນະການ ຊຶ່ງພໍ່ແມ່ປູ່ຍ່າຕາຍາຍຂອງເຮົາໄດ້ພາກັນສືບສານມາຈົນເຖິງເທົ້າທຸກວັນນີ້ ແລະ ເຮົາກໍ່ຈະພາກັນສານຕໍ່ໄປໃນພາຍພາກໜ້າ. ເຖິງແມ່ນວ່າປະເທດເຮົາເຄີຍຕົກເປັນຫົວເມືອງຂຶ້ນຂອງ ຈັກກະພັດ ກໍ່ຕາມ ແຕ່ວ່າວັດທະນະທັມຮີດຄອງປະເພນີອັນດີງາມຂອງເຮົາກະບໍ່ໄດ້ເສື່ອມສູນຫາຍໄປໃສ ມັນຍັງຕິດຢູ່ໃນໃຈຂອງຄົນລາວເຮົາມາຕະຫຼອດ ກໍ່ຍ້ອນວ່າຄົນລາວເຮົາບໍ່ເຄີຍລະຖິ້ມຮິດຄອງປະເພນີ ເວົ້າສະເພາະກໍ່ຄື ຊາວພຸດຂອງເຮົານັ້ນເອງ. ໃນນີ້ຈະມາເວົ້າເຖິງເລື່ອງ ບຸນສົງການ ແມ່ນຈັດຢູ່ໃນຮີດທີ່ 5 ຂອງຮີດ 12 .
ສົງການ ເປັນປະເພ ນີຂອງລາວ, ໄທ, ກັມປູເຈຍ, ພະມ້າ ຊົນກຸ່ມນ້ອຍຊາວ ໄຕ ແຖບຫວຽດນາມ ແລະ ມົນທົນຢູ່ນານຂອງຈີນ ສີລັງກາ ແລະ ທາງຕາເວັນອອກຂອງປະເທດອິນເດັຍ ສັນນີຖານວ່າສົງການ ໄດ້ຮັບອິດທິພົນມາຈາກເທດສະການ ໂຮລີ (होली) ໃນອິນເດັຍ ແຕ່ເທດການໂຮລີ ຈະແຕກຕ່າງຈາກບ້ານເຮົາ ເຂົາເຈົ້າຈະໃຊ້ສີຫົດກັນ ແທນນ້ຳ, ແຕ່ບ້ານເຮົາແມ່ນຫົດສົງນ້ຳ. ເລີ່ມໃນແຮມ 1 ຄຳ່ເດື່ອນ 4 ຄື ໃນເດືອນ ມີນາ ນັ້ນເອງ.
ຄຳວ່າ ສົງການ ມາຈາກຄຳ ສັນສະກິດ ວ່າ: ສฦ-กรานต ແປວ່າ ກ້າວຂຶ້ນ, ຍ່າງຂຶ້ນ, ການຍ້າຍທີ່, ການເຄື່ອນຍ້າຍ ຊຶ່ງເປັນການອຸປະມາເຖິງການເຄື່ອນຍ້າຍຂອງຣາສີ ຄືການເຄື່ອນຂຶ້ນປີໃຫມ່ໃນຄວາມເຊື່ອຂອງລາວ ແລະ ບາງປະເທດໃນ ອາຊີຕາເວັນອອກສ່ຽງໃຕ້.
ປະເພນີບຸນສົງການຂອງລາວ ທີ່ສືບທອດກັນມາຕັ້ງແຕ່ດົນນານ
ໂດຍການນັບ ໄລຍະເວລາທີ່ເສັ້ນທາງຂອງດວງອາທິດໂຄຈອນເຂົາສູ່ຣາສີໃຫມ່ ໝາຍເຖິງວັນຂຶ້ນປີໃຫມ່ເຊິ່ງຈະຖືກຢູ່ໃນວັນທີ່ 14-15-16 ເດືອນເມສາ ຂອງທຸກປີ ແຕ່ວັນສົງການນັ້ນຄື ວັນທີ່ 14 ເມສາ ເອີ້ນວ່າວັນມະຫາສົງການ ວັນທີ່ 15 ເປັນວັນເນົາ ວັນທີ່ 16 ເປັນວັນສັງຂານຂຶ້ນ
ຕາມຄວາມເປັນຈິງແລ້ວ ແຕ່ດຶກດຳບັນແລ້ວ ລາວເຮົາບໍໄດ້ຕັ້ງຖິ່ນຖານ ຢູ່ບ່ອນເມືອງລາວເຮົາປະຈຸບັນນີ້ ເຮົາໄດ້ມີພູມຖິ່ນຖານເດີມ ຢູ່ໃນເຂດແດນຂອງຈີນ ຕໍ່ມາເຮົາໄດ້ອົບພະຍົບ ລົງມາຕັ້ງຖິ່ນຖານໃໝ່ ໃນດິນແດນສຸວັນນະພູມນີ້. ເມື່ອເຮົາລົງມາຢູ່ໃນດິນແດນ ສຸວັນນະພູມ ເຮົາຈິ່ງໄດ້ນຳເອົາວັດທະນະທຳຂອງພວກມອນ ພະມ້າ ແລະຂະເມນມາໃຊ້ ຊື່ຂອງວັນເດືອນປີ ແລະ ສັກກະຣາຊ ກໍ່ເອົາຂອງເຂົາ ຈົນຕະຫຼອດ ເດືອນປີໃໝ່ກໍຄືກັນ ດັ່ງນັ້ນ ວັນປີໃໝ່ຂອງລາວເຮົາ ຈຶ່ງຕົກມາໃນເດືອນ 5 ແຕ່ອອກໃໝ່ 6 ຄ່ຳໄປເຖິງເດືອນ 6 ຂຶ້ນ 5 ຄ່ຳ ຕາມແບບພະມ້າ ແລະມອນຊຶ່ງພວກນີ້ກໍ່ໄດ້ມາຈາກ ຊາວອິນເດຍບູຮານ ອີກຕໍ່ໜຶ່ງ. ເຫດໃດ ເພິ່ນຈິ່ງກຳນົດເອົາເດືອນ 5 ຕໍ່ເດືອນ 6 ເປັນວັນຂຶ້ນປີໃໝ່?ໃນເລື່ອງນີ້ມີຄຳອະທິບາຍໄວ້ວ່າ ຣະຍະເວລາກາງເວັນ ກັບກາງຄືນມີທໍ່ກັນນັ້ນ ມີຢູ່ 2 ໄລຍະຄື ໄລຍະເດືອນ 5 (ເມສາ) ກັບເດືອນ 11(ຕຸລາ) ໃນໄລຍະ ສອງເດືອນນີ້ ເວລາກາງຄືນກັບກາງເວັນ ມີ 12 ຊົ່ວໂມງທໍ່ກັນ ນັບແຕ່ເດືອນເມສາໄປ ເວລາກາງເວັນຈະຍາວຂຶ້ນສະເໝີ ຈົນເຖິງເດືອນ 8(ກໍຣະກະດາ) ເປັນເວລາກາງເວັນຍາວທີ່ສຸດ ຄືມີ 14 ຊົ່ວໂມງ ກັບອີກ 14 ນາທີ. ພວກນັກປຣາຊ ຊາວອິນເດຍແຕ່ປາງບູຮານ ຖືວ່າເວລາແລກຕັ້ງມື້ກາງເວັນມີເວລາຍາວຂຶ້ນນັ້ນ ເປັນເວລາພະອາທິດ ປິ່ນຂຶ້ນທາງເໜືອ ເປັນເວລາຟ້າຝົນຕັ້ງຕົ້ນອຸດົມສົມບູນ ແລະມະນຸສສາມາດປະກອບກິດຈະການ ອັນໃຫ້ພືດຜົນສຳລັບລ້ຽງຊີວິດໄດ້ດີກວ່າຣະດູອື່ນ ຈຶ່ງກຳນົດເອົາ ເວລາຕັ້ງຕົ້ນຍາມກາງເວັນມີຫຼາຍກວ່າກາງຄືນ ຄືມີຫຼາຍກວ່າ 12 ຊົ່ວໂມງ ເປັນວັນຂຶ້ນປີໃໝ່ ຊຶ່ງຕາມທຳມະດາ ມັນຕົກຢູ່ໃນເດືອນ 5 ລະຫວ່າງວັນທີ 14-15 ແລະ 16 ເມສາ ມະເໝີ... ແຕ່ການຈະໃຫ້ຮູ້ລະອຽດ ດີວ່າມັນຈະຕົກມື້ໃດແທ້ ກໍ່ຕ້ອງຄໍານວນ ຕາມວິທີເລກ ໂຫລາສາດ ທີ່ແບ່ງປະຣິມົນທົນຂອງຟ້າອອກເປັນ 12ເດືອນ ຫຼື 12 ຣາສີ, ຣາສີລະ 30 ອົງສາ ໂຮມທັງຫມົດມີ 360 ອົງສາ, ໂດຍກຳນົດເດືອນ ພຶສພາ (ຣາສີພຶສພາ) ເປັນຣາສີິທີ 1 ວຽນໄປຈົນມາເຖິງຣາສີ ເມສ ຫຼືເດືອນເມສາ ເປັນຣາສີທີ 12 ແຕ່ຮຽກວ່າຣາສີ 0 ແລະອົງສາ ກໍ່ນັບ 1 ມາແຕ່ຣາສີເມສ (0) ຈົນເຖິງ ຣາສີມິນ ໂຮມທັງເໝິດກໍ່ໄດ້ 360 ອົງສາ. ວັນຄົບຮອບ 360 ອົງສານີ້ ແລະ ເປັນວັນສັງຂານຂຶ້ນ ຂີດຂັ້ນເໝືອນຈຸດ ຣະຫວ່າງກາງ ຂອງ 360 ອົງສາ ກັບ 1 ອົງສາ ຈັດໃຫ້ເປັນວັນເນົາ ສະນັ້ນ ໃນປະຕິທິນລາວ ເພິ່ນຈິ່ງບອກວັນທັງສາມ ນີ້ໄວ້ທຸກໆປີວ່າ. 1. ວັນສັງຂານລວ່ງ (ຄົບ 360 ອົງສາ) ກົງກັບວັນທີທໍ່ນັ້ນ. ສ່ວນຫຼາຍແມ່ນວັນທີ່ 14 ເມສາ) ເດືອນນັ້ນຂຶ້ນແຮມ ທໍ່ນັ້ນໆ(ຕົກຣະຫວ່າງ ແຕ່ເດືອນ 5 ຂຶ້ນ 6 ຄໍ່າ ໄປເຖິງ ເດືອນ 6 ຂຶ້ນ 5 ຄໍ່າ). 2. ວັນເນົາ (ຈຸດກາງຣະຫວ່າງ 360 ອົງສາ ກັບ 1 ອົງສາ ຄືວັນຂຶ້ນຣະຫວ່າງປີເກົ່າກັບປີໃໝ່) ກົງກັບວັນທີທໍ່ນັ້ນໆ ສ່ວນຫລາຍຈະແມ່ນວັນທີ 14 ແລະວັນເນົາບາງປີກໍມີສອງມື້ ຍ້ອນວ່າອົງສາຄາບກ່ຽວກັນ ຣະຫວ່າງສອງມື້. 3. ວັນສັງຂານຂຶ້ນ (ຄືວັນຕັ້ງຕົ້ນ ນັບ 1 ອົງສາໃໝ່) ກົງກັບວັນທໍ່ນັ້ນໆ (ສ່ວນຫຼາຍ ຈະແມ່ນວັນທີ 15) ຕາມຮູບຂອງ 12 ຣາສີ (360 ອົງສາ ເປັນດັ່ງນີ້) ອະທິບາຍພາບຣາສີ 12 ຣາສີເມສ 6. ຣາສີຕຸລາ 1. ຣາສີພຶສພາ 7.ຣາສີພຶສຈິກາ 2. ຣາສີມິຖຸນາ 8. ຣາສີທັນວາ 3. ຣາສີກໍຣະກະດາ 9. ຣາສີມະກະຣາ 4. ຣາສີສິງຫ໌ 10. ຣາສີກຸມພາ 5. ຣາສິກັນຍ໌ 11. ຣາສີມີນາ. ມື້ທີ 1 ສັງຂານໄປ (ລວ່ງ) - ປັດກວາດ ເຊັດຖູເຮືອນຊານບ້ານຊ່ອງ ປະດັບປະດາດວ້ຍດອກໄມ້. - ປັດກວາດ ເຊັດຖູທຳຄວາມສະອາດວັດວາອາຮາມ ພຣະພຸດທະຮູບ ແລະ ທາດຂອງຜູ້ຕາຍ. - ຊັກເຄື່ອງນຸ່ງຫົ່ມຕ່າງໆ. ການລ້າງຊັກ ແມ່ນລ້າງຄວາມເປິະເປື້ອນ ຂອງປີເກົ່າອອກຖິ້ມໄປ. ມື້ທີ 2 ມື້ເນົາ (ພາສາຂະເມນ ມອນ ແປວ່າຢູ່) ບໍ່ເຮັດວຽກ - ມ່ວນຊື່ນ ຫົດນໍ້າກັນ ຟ້ອນລໍາ ແລະດື່ມຢ່າງມ່ວນຊື່ນ. - ຜູ້ເຖົ້າເຂົ້າວັດຟັງທັມ (ຜູ້ໜຸ່ມກໍ່ເຂົ້າໄດ້ຄືກັ) ການຫົດສົງຜູ້ເຖົ້າ ຜູ້ແກ່ ແລະພຣະສົງອົງຄະເຈົ້າ ແລະ ພຣະພຸດທະຮູບ. ມື້ທີ 3 ມືຶ້ສັງຂານຂຶ້ນ ມື້ປີໃໝ່ - ຕັກບາດຢາດນ້ຳ ຖວາຍອາຫານແກ່ ພຣະພິກຂຸສົງ. - ກິນລ້ຽງ ຟ້ອນລຳມ່ວນຊື່ນ. - ຫົດນ້ຳກັນ - ບາສີສູ່ຂວັນ. - ນະມັສການ ຜູ້ທີ່ລວ່ງລັບໄປແລ້ວ. ກ່ຽວກັບການສູດມຸງຄຸນ ຢູ່ທີ່ວັດບາງບ່ອນ ກໍສູດສາມມື້ນັບຕັ້ງແຕ່ວັນສັງຂານລວ່ງ ວັນເນົາ ແລະວັນຂຶ້ນປີໃໝ່ ແລະມື້ຕໍ່ໄປຫຼືມື້ທີ່ສີ່ເປັນມື້ຕັກບາດກໍມີ.
ເຫດຜົນ ແລະ ຄວາມເປັນມາຂອງບຸນປີໃຫມ່ລາວ (ບຸນຕຸດສົງການລາວ)
ແມ່ນອີງໃສ່ນິທານພື້ນເມືອງ
ແຕ່ກ່ອນຍັງມີຊາຍຄົນຫນຶ່ງຊື່ວ່າ: ທຳມະບານກຸມມານ (ຄຳປາລີ = ທຳມະປະລະ) ເປັນລູກຊາຍຂອງມະຫາເສດຖີຢູ່ເມືອງຫນຶ່ງ (ບໍ່ຊາບຊື່) ມີຜາສາດເຈັດຊັ້ນ, ຕັ້ງຢູ່ແຄມແມ່ນ້ຳ, ທຳມະບານການກຸມມານຮຽນຈົບໄຕເພັດ (ມະນຸດ, ສັດ, ສັງຄົມສາດ) ເປັນຄົນຮອບຮູ້ສະຫລາດເປັນນັກປາດອາຈານເກ່ງກ້າ ຊື່ສຽງລືນາມປາກົດໄປທົ່ວພົມມະໂລກ, ເທວະໂລກ, ມະນຸດສະໂລກຈົນສົ່ງຜົນສະທ້ອນຮອດກະບິນລະພົມຜູ້ເປັນເຈົ້າພົມມະ ໂລກ ເຊິ່ງມີຄວາມເກ່ງກ້າສາມາດມີຊື່ສຽງຮຽງນາມເຫມືອນກັນເມື່ອໄດ້ຍິນ ແນວນັ້ນ ກະບິນລະພົມ ບໍ່ຍອມເສຍປຽບໃຫ້ໃຜມາກ່ອນຈິ່ງເກີດມີຄວາມສົນໃຈຢາກລົງມາພົບ ແລະ ທົດສະຫມອງລອງປັນຍາກັບທຳມະບານກຸມມານນັ້ນເບິ່ງ,ມີມື້ ຫນຶ່ງກະບິນລະພົມ ກໍ່ໄດ້ມີໂອກາດ ບິນແອ່ນລົງມາສູ່ມະນຸດສາໂລກ ແລ້ວກໍ່ເຂົ້າພົບທຳມະບານກຸມມານຢູ່ທີ່ຜາສາດເຈັດຊັ້ນນັ້ນໂລດ. ກະບິນລະພົມກໍ່ໄດ້ທັກທາຍປາໄສກັບທຳມະບານກຸມມານແບບກົງໄປກົງ ມາອັນສຳຄັນແມ່ນມາທົດລອງຖາມຕອບບັນຫາກັນເຖາະ! ບັນຫາທີ່ກະບິນລະພົມຕັ້ງໃຫ້ທຳ ມະບານກຸມມານ ເປັນຜູ້ຕອບມີຢູ່ສາມຂໍ້ຄື: 1. ຕອນເຊົ້າ ລາສີ (ສີລິ) ຂອງຄົນຢູ່ໃສ?, 2. ຕອນທ່ຽງ ລາສີ (ສີລິ) ຂອງຄົນຢູ່ໃສ?, 3. ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ ໃສ?. ຖ້າທຳມະບານກຸມມານຕອບໄດ້ໃຫ້ຕັດຄໍກະບິນລະພົມ ໂລດ, ແຕ່ຖ້າຕອບບໍ່ໄດ້ກາບິນລະພົມຈະລົງມາຕັດຄໍທຳມະບານກຸມມານເຫມືອນກັນ,ນັດກັນພາຍໃນເຈັດວັນ. ຈາກນັ້ນ, ກາບິນລະພົມ ກໍ່ໄດ້ບິນແອ່ນສະເດັດຂຶ້ນເມືອສູ່ພົມມະໂລກ, ສ່ວນທຳມະບານກຸມມານກໍ່ຍັງຢູ່ຫໍຜາສາດເຈັດຊັ້ນນັ້ນ. ແຕ່ລະວັນກໍ່ມີແຕ່ຄິດຫາກບໍ່ເຂົ້າບໍ່ອອກຍ້ອນບໍ່ຮູ້, ນອກກໍ່ບໍ່ຫລັບກິນບໍ່ໄດ້, ເກີດເປັນມື້ເປັນວັນມາມີແຕ່ຄິດຕອບບັນຫາຂອງ ກະບິນລະພົມ ຈົນຮ່າງກາຍຈ່ອຍຈົນຜອມ. ຈົນຮອດມື້ທີຫົກຈິ່ງອອກຈາກຜາສາດເພື່ອຈະຂ້າໂຕເອງຕາຍ, ບໍ່ຍອມໃຫ້ ກະບິນລະພົມຕັດຄໍຕົນ, ໄປຕາມໄປກໍ່ເລີຍໄປຮອດທົ່ງນາທົ່ງຫນຶ່ງຢູ່ຫົວນາທົ່ງນັ້ນມີ ກົກຕານໃຫຍ່ 2 ກົກ, ທຳມະບານກຸມມານ ໄດ້ໄປລີ້ຊົ້ນຢູ່ກ້ອງກົກຕານຫວັງຈະໃຫ້ຕາຍຢູ່ທີ່ນັ້ນ. ພໍຮອດຫົວແລງຂອງມື້ນັ້ນໄດ້ມີແຮ້ງເຖົ້າຜົວເມຍຄູ່ຫນຶ່ງບິນມາ ເຊົາຢູ່ເທິງກົກຕານນັ້ນ, ເດິກມາແຮ້ງເຖົ້າຜົວເມຍຄູ່ນັ້ນລົມກັນວ່າ: “ມື້ອື່ນນີ້ເຮົາຈະກິນຫຍັງ? ຊາກງົວຊາກຄວາຍຕາຍກໍ່ຫມົດແລ້ວ“ ໂຕເມຍຖາມ, ໂຕຜົວຕອບວ່າ: “ບໍ່ຍາກດ໋ອກ ມື້ອື່ນນີ້ເຮົາຈະໄດ້ກິນຊີ້ນຄົນເພາະວ່າມື້ອື່ນເປັນມື້ຖ້ວນ ເຈັດວັນຂອງການນັດກັນລະຫວ່າງກະບິນລະພົມກັບທຳມະບານກຸມ ມານເພື່ອຕອບບັນຫາກັນ. ແຕ່ຖ້າທຳມະບານກຸມມານຕອບບັນຫາກະບິນລະພົມບໍ່ໄດ້ຈະຖືກຕັດ ຄໍແທ້ໆ.,” ໂຕເມຍຖາມຕໍ່ໄປວ່າ:“ບັນຫາທີ່ກະບິນລະພົມຖາມນັ້ນມີຫຍັງແດ່? “ໂຕຜົວເວົ້າວ່າ: “ຕອນເຊົ້າລາສີ (ສີລິ) ຂອງຄົນ ຢູ່ໃສ?, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ໃສ?, ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ໃສ, ຂ້ອຍຄິດວ່າ ທຳມະບານກຸມມານຕອບບໍ່ໄດ້ດອກ ເພາະມັນຍາກໂພດ”. ໂຕເມຍຖາມຕໍ່ໄປອີກວ່າ: “ຄັນຈັ່ງຊັ້ນເຈົ້າຮູ້ຄຳຕອບສາມບັນຫານັ້ນບໍ ແມ່ນຫຍັງກັນແທ້?”. ໂຕຜົວ ຈິ່ງເວົ້າວ່າ: “ມັນຊິຍາກຫຍັງ!, ຕອນເຊົ້າລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຫນ້າ ເພາະວ່າຕື່ນເຊົ້າມາຄົນຕ້ອງໄດ້ລ້າງຫນ້າຂອງຕົນເພື່ອຄວາມຊຸ່ມເຢັນ ແລະ ສວຍງາມ, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ທີ່ເອິກ ເພາະວ່າເມື່ອຮ້ອນມາຄົນຈະມັກເອົານ້ຳມາລູບເອິກ ເພື່ອ ຜ່ອນຄວາມຮ້ອນ ແລະ ການຫົນຫວຍກະວົນກະວາຍ, ຕອນຄ່ຳ ລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຕີນເພາະວ່າກ່ອນຈະເຂົ້າບ່ອນນອນຄົນຈະລ້າງຕີນໃຫ້ ສະອາດເສຍກ່ອນ”. ພໍແຕ່ທຳມະບານກຸມມານໄດ້ຍິນ ແລະ ເຂົ້າໃຈດີແລ້ວກໍ່ຜຸດລຸກຂຶ້ນແລ້ວຮີບແລ່ນເມືອຫາຜາສາດເຈັດຊັ້ນ ຂອງຕົນ ເພື່ອລໍຖ້າກະບິນລະພົມຈະສະເດັດລົງມາພົບເພາະຮອດມື້ນັດຫມາຍ ຕອບບັນຫາ. ຮອດມື້ນັດຫມາຍ ກະບິນລະພົມ ກໍ່ສະເດັດລົງມາແທ້, ແລ້ວກໍ່ເຂົ້າໄປພົບ ທຳມະບານກຸມມານຢູ່ຫໍຜາສາດເຈັດຊັ້ນຕາມນັດຫມາຍແລ້ວ ທຳມະບານກຸມມານ ກໍ່ໄດ້ຕອບບັນຫາທັງສາມຂໍ້ຂອງ ກະບິນລະພົມນັ້ນຖືກຫມົດ ບໍ່ມີຜິດຈັກຫນ້ອຍເລີຍ. ກະບິນລະພົມ ຍອມ ຮັບຄວາມພ່າຍແພ້ຂອງຕົນແລ້ວຕົກລົງໃຫ້ ທຳມະບານກຸມມານ ຕັດຄໍຕົນຕາມສັນຍາ. ກ່ອນຈະຖືກຕັດຄໍກະບິນລະພົມໄດ້ເອີ້ນລູກສາວທັງເຈັດມາພົບແລ້ວໃຫ້ ເອົາຂັນຮອງຄໍພໍ່ເພື່ອບໍ່ໃຫ້ຫົວຕົກລົງໄປທົ່ວທີບຈະເປັນ ເຫດຮ້າຍຕໍ່ມະນຸດໂລກ ເພາະວ່າຖ້າ ຫົວພໍ່ຕົກລົງດິນ ດິນຈະຖືກແຫ້ງແລ້ງເກີດໄຟໄຫມ້ເຜົາ, ຖ້າຕົກໃສ່ມະຫາສະຫມຸດກໍ່ຈະບົກແຫ້ງກາຍເປັນພູຜາປ່າໄມ້, ຖ້າຕົກຢູ່ສະ ຫວັນຊັ້ນຟ້າກໍ່ຈະກາຍເປັນພະຍຸລົມແດງ, ຝົນຕົກ ແລະ ມີຫິມະກ້າມຕະຫລອດໄປ.
ຈາກນັ້ນລູກສາວທັງເຈັດກໍ່ໄດ້ເອົາພາຂັນມາຮອງຄໍພໍ່ຕົນ ແລ້ວໃຫ້ທຳມະບານກຸມມານຕັດຄໍລົງໃສ່ພາຂັນນັ້ນ ແລ້ວລູກສາວໄດ້ ເອົາໄປແຫ່ອ້ອມເສົາສະເຫມນສາມຮອບ ແລ້ວຈິ່ງເອົາໄປໄວ້ພູເຂົາໄກລາດຢູ່ແດນໄກ. ພໍເຖິງຂອບປີ (ເດືອນຫ້າລາວ) ມາຮອດແລ້ວລູກສາວທັງເຈັດກໍ່ຜັດປ່ຽນກັນໂຈມພາຂັນອອກມາລ້າງສ່ວຍໃຫ້ ຊຸ່ມເຢັນ ແລະ ສະອາດເປັນປະຈຳ. ແຕ່ນັ້ນມາບ່າວໄພ່ລາດສະດອນເຫັນວ່າຈົບງາມດີແທ້ຈິ່ງຈັດຕັ້ງກັນ ເອົານ້ຳອົບນ້ຳຫອມ ຫລື ນ້ຳສະອາດມາຫົດສົງກັນ (ເອີ້ນວ່າ: ບຸນຫົດນ້ຳ) ຈົນເທົ່າທຸກວັນນີ້. ສ່ວນວ່ານາງສັງຂານ ຫລື ການແຫ່ສັງຂານນັ້ນກໍ່ແມ່ນແຫ່ລູກສາວທັງເຈັດຂອງກະບິນລະພົມ ທີ່ຜັດປ່ຽນກັນອອກມາໃນແຕ່ລະປີນັ້ນດ້ວຍ.
ພິທີຈັດງານບຸນປີໃຫມ່ລາວ, ຂຶ້ນ 13 ຄ່ຳເດືອນ 5 ກົງກັບວັນທີ 13 ເມສາ ແມ່ນວັນສົ່ງທ້າຍປີເກົ່າ. ໃນວັນນີ້ ແຕ່ລະຄອບຄົວ, ທຸກໆສະຖານທີ່ພາຍໃນວັດ, ໂຮງຮຽນ, ສຳນັກງານຫ້ອງການຈະມີການຮ່ວມຈິດຮ່ວມໃຈກັນເຮັດອະນາໄມລວມ ຫມູ່ໃຫ້ສະຖານທີ່ຕ່າງໆສະອາດງາມຕາ ແລະ ຢູ່ຕາມບ້ານເຮືອນຈະມີການຫ້າງຫາກະກຽມດອກໄມ້ທູບທຽນນ້ຳອົບນ້ຳຫອມ ເພື່ີອຫົດສົງພະພຸດທະຮູບ. ຢູ່ວັດຈະມີການເຮັດຮ້ານພະ ພໍເມື່ອຮອດສາມໂມງແລງພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມ ກັນຢູ່ວັດ ແລ້ວທຳພິທີໄຫວ້ພະຮັບສິນ, ຟັງເທດ, ຄາລະວະສົມມາສວດໄຊຢັນໂຕ, ຊິດນ້ຳພຸດທະມົນ, ນິມົນພະພຸດທະຮູບລົງຈາກແທ່ນບູຊາ ເພື່ອໃຫ້ຊາວບ້ານໄດ້ຫົດສົງ.
ຂຶ້ນ 14 ຄ່ຳ ເດືອນ 5 ກົງກັບວັນທີ 14 ເມສາ ແມ່ນວັນເນົາ ຊາວບ້ານທຸກໆຄົນທຸກໆຄອບຄົວຈະຢຸດງານບໍ່ກະທຳກິດຈະການໃດໆພັກຜ່ອນ ທ໋ຽວຫລິ້ນ ແລະ ໄປຢ້ຽມຢາມພີ່ນ້ອງຕະຫລອດມື້, ຕອນແລງເວລາ 4 ໂມງ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມກັນຢູ່ທີ່ວັດ ເພື່ອໄປເກັບດອກໄມ້ມາບູຊາພະ ແລະ ຕົກຕອນຄ່ຳມາພໍກິນເຂົ້າແລງແລ້ວ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວ ບ້ານມາໂຮມກັນຢູ່ທີ່ວັດ ເພື່ອແຫ່ດອກໄມ້ທູບທຽນ, ມີການທຳພິທີທາງສາສະຫນາຟັງເທດ ແລະ ການລະຫລີ້ນແບບພື້ນ ເມືອງຕ່າງໆຂອງບ່າວສາວໄວຄະນອງ, ໄດ້ເວລາສົມຄວນຈິ່ງເລີກລາເມືອ. ຂຶ້ນ 15 ຄ່ຳ ເດືອນ 5 ກົງກັບວັນທີ 15 ເມສາ ແມ່ນມື້ໃຫມ່ຂອງປີໃຫມ່ຕອນເຊົ້າຢູ່ວັດຈະມີການຕັກບາດຖວາຍ ບາສີສູ່ຂວັນແກ່ພະສົງສາມະເນນ ແລະ ອວຍພອນໃຫ້ເຊິ່ງກັນ ແລະ ກັນ. ນອກຈາກນີ້ ຢູ່ແຕ່ລະຄອບຄົວຍັງມີການສູດມົງຄຸນ, ຕັກບາດບາສີສູ່ຂວັນຢູ່ເຮືອນໃຜເຮືອນລາວ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃຫມ່. ພໍຮອດຕອນແລງ ແລະ ຕອນຄ່ຳກໍ່ຈະໄປເອົາດອກໄມ້ແຫ່ວຽນທຽນໃນແຕ່ລະມື້ຈົນຮອດເດືອນ 6 ເພັງຈິ່ງລາເລີກກັນກໍ່ມີ ນີ້ແມ່ນຄວາມນິຍົມປະພຶດຂອງບາງບ້ານ.
ກິດຈະກຳຕ່າງໆໃນງານບຸນປີໃຫມ່ລາວ.
1. ບາສີສູ່ຂວັນພະສົງສາມະເນນ, ສົງພະພຸດທະຮູບ, ສູດມົງຄຸນຕັກບາດເຮືອນ, ບາສີສູ່ຂວັນອວຍພອນເຊິ່ງກັນ

ແລະ ກັນ. ສະເພາະມື້ສູ່ຂວັນພະສົງສາມະເນນສຳເລັດແລ້ວ ກໍ່ກັບຄືນເມືອສູ່ຂວັນຢູ່ເຮືອນໃຜເຮືອນລາວ ເມື່ອ
ເຖິງຕອນບ່າຍ 1ໂມງ ຫາ 2 ໂມງ ຊາວບ້ານອອກຕົນຍາດໂຍມຈະພາກັນໄປຂົນເອົາຊາຍມາກອງໄວ້ ເພື່ອຕົບ
ເປັນເຈດີຊາຍໄວ້ຮອດ 4ໂມງ ພວກອອກຕົນຍາດໂຍມກໍ່ໄປນຳເອົາດອກໄມ້. ຕອນຄ່ຳເວນກອງຊາຍ ແລະ ແຫ່
ດອກກໄມ້ແລ້ວຈິ່ງ’ກັບເຮືອນໃຜເຮືອນລາວ.
2. ສົງນ້ຳທ່ານຜູ້ໃ້ຫຍ່, ຜູ້ຊົງຄຸນນະວຸດ, ພໍ່ແມ່ເຖົ້າແກ່ອາວຸໂສເຮັດບຸນກິນທານແດ່ພໍ່ແມ່ຍາດຕິພົງພັນທີ່ ລ່ວງ
2. ສົງນ້ຳທ່ານຜູ້ໃ້ຫຍ່, ຜູ້ຊົງຄຸນນະວຸດ, ພໍ່ແມ່ເຖົ້າແກ່ອາວຸໂສເຮັດບຸນກິນທານແດ່ພໍ່ແມ່ຍາດຕິພົງພັນທີ່ ລ່ວງ
ລັບໄປແລ້ວ.
3. ຕົບເຈດີພະທາຍຫລືກໍ່ເຈດີຊາຍຢູ່ຕາມວັດ ແລະ ສະຖານທີ່ຕ່າງໆ.
4. ປ່ອຍສັດ, ໂຜດສັດໃຫ້ພົ້ນອອກຈາກຄວາມທຸກ, ພົ້ນຈາກສະຖານທີ່ຄຸມຂັງ, ພົ້ນຈາກຄວາມຕາຍໃຫ້ມີ
3. ຕົບເຈດີພະທາຍຫລືກໍ່ເຈດີຊາຍຢູ່ຕາມວັດ ແລະ ສະຖານທີ່ຕ່າງໆ.
4. ປ່ອຍສັດ, ໂຜດສັດໃຫ້ພົ້ນອອກຈາກຄວາມທຸກ, ພົ້ນຈາກສະຖານທີ່ຄຸມຂັງ, ພົ້ນຈາກຄວາມຕາຍໃຫ້ມີ
ຄວາມເປັນອິດສະຫລະ ໃນມື້ຕອນແລງຂອງມື້ 15 ຄ່ຳ.
ບາງທ້ອງຖິ່ນການສົງນ້ຳພະພຸດທະຮູບຖືກແກ່ຍາວໄປແຕ່ຂຶ້ນ 13 ຄ່ຳ ເດືອນ 5 ຈົນເຖິງຂຶ້ນ 15 ຄ່ຳ ເດືອນ 6
ບາງທ້ອງຖິ່ນການສົງນ້ຳພະພຸດທະຮູບຖືກແກ່ຍາວໄປແຕ່ຂຶ້ນ 13 ຄ່ຳ ເດືອນ 5 ຈົນເຖິງຂຶ້ນ 15 ຄ່ຳ ເດືອນ 6
ເພັງ ຈິ່ງສິ້ນສຸດລົງ. ການສົງນ້ຳພະນັ້ນ, ນອກຈາກຈະສົງຢູ່ຕາມຫົວວັດຕ່າງໆແລ້ວ ເພິ່ນຍັງນິຍົມຈັດຕັ້ງກັນ
ທັງຝ່າຍພະສົງສາມະເນນ ແລະ ຝ່າຍບ້ານເມືອງໄປສົງນ້ຳພະຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ຖ້ຳ, ຫ້ວຍ, ພູ, ວັດ
ຮ້າງ ແລະ ສະຖານທີ່ອື່ນໆທີ່ມີພະພຸດທະຮູບນັ້ນອີກ
ไม่มีความคิดเห็น:
แสดงความคิดเห็น