ວັດສີມຸງຄຸນໄຊຍານາຣາມ ບ້ານພັດທະນາໂນນສະຫວ່າງ (ບັງເຢາະ) ຍິນດີຕ້ອນຮັບທຸກທ່ານ
Powered By Blogger

วันอังคารที่ 24 เมษายน พ.ศ. 2561

ຄາຖາຊີນະບັນຊອນ





ອານິສົງ ກໍຄືເປັນເມຕາມະຫານິຍົມ ປອງກັນໃດ້ທຸສາລະພັນຢາງ ເເລ້ວເເຕ່ຈະປຣາດຖະ ໜາເອົ້າ ເພາະວ່າເປັນຍອດເເຫ່ງຄາຖາ.(ຄວາມເຊື່ອສ່ວນບຸກຄົນ) 
- ປຸຕະກາໂມຣະເພປຸຕັງ ທະນະກາໂມຣະເພທະຕັງ ອັດຖິກາເຍຍະຍາຍະ ເວທະນັງ ປິຍະຕັງ ສູດຕະວາ ອິຕິປິໂສ ພະຄະວາ ຍະມະຣາຊາໂນ ທ້າວເວດສຸວັນໂນ ມະຣະນັງສຸຂັງ ອະຣະຫັງສຸຄະໂຕ ນະໂມພຖດທາຍະ 

1. ຊະຍາສະນາກະຕາ ພຸດທາ ເຊຕະວາ ມະຣັງ ສະວາຫະນັງຈະຕຸ ສັດຈາສະພັງ ຣະສັງເຢປິວິງສຸ ນະຣາສະພາ

2. ຕັນຫັງ ກະຣາ ທະໂຍ ພຸດທາ ອັດຖະວີສະຕິ ນາຍະກາ ສັບເພ ປະຕິຖິຕາ ໄມຫັງ ມັດຖະເກ ເຕ ມຸນິດສະຣາ


3. ສິເສ ປະຕິຖິໂຕ ໄມ່ຫັງ ພຸດໂທ ທັມໂມ ທະວີໂຣຈະເນ ສັງໂຄ ປະຕິຖິໂຕ ໄມ່ຫັງ ອຸເຣ ສັບພະຄຸນາກະໂຣ


4. ຫະທະເຍ ເມ ອະນຸຣຸດໂທ ສາຣິປຸໂຕ ຈະທັກຂິນເນ ໂກນທັນໂຍ ປິຖິ ພາຄັສະມິ ໂມຄະຣາໂນ ຈະວາມະເກ


5. ທັກຂິເນ ສະວະເນ ໄມ່ຫັງ ອາສຸງອານັນ ທະຣາຫຸລາ ກັດສະໂປ ຈະມະຫານາໂມ ອຸພາສຸງວາມະໂສ ຕະເກ


6. ເກສັນເຕ ປິຕິພາຄັສະມິງ ສຸຣິໂຍວະ ປະພັງກະໂຣ ນິສິນໂນ ສິຣິສັມປັນໂນ ໂສພິໂຕ ມຸນິ ປຸງຄະໂລ


7. ກຸມາຣະ ກັດສະໂປ ເຖໂຣ ມະເຫສີ ຈິຕະວາທະໂກໂສ ໄມ່ຫັງວະທະ ເນນິຈັງ ປະຕິຖາສິ ຄຸນາ ກະໂຣ


8. ປຸນໂຢ ອັງຄຸຣິມາໂລ ຈະອຸປາຣີ ນັນທະສີວະລີ ເຖຣາປັນຈະອິເມ ຊາຕາ ນະຣາເຕ ຕິຣະກາ ມະ ມະ


9. ເສສາ ສິຕິ ມະຫາເຖຣາ ວິຊິຕາ ຊິນະ ສາວະກາ ເອເຕສິຕິ ມະຫາເຖຣາ ຊິຕະວັນໂຕ ຊິໂນ ຣະສາ ຊະຣັນຕາ ສິລະເຕເຊນະ ອັງຄະ ມັງເຄສູ ສັນຖິຕາ 


10. ຣະຕະນັງ ປຸຣະໂຕ ອາສີ ທັກຂິເນ ເມຕະ ສຸດຕະກັງ ທະຊັກຄັງ ປັດສະໂຕ ອາສີ ວາເມ ອັງຄຸຣິມາລະກັງ 


11. ຂັນທະໂມ ຣະປະຣິດຕັນຈະ ອາຕານາຕິ ຍະສຸຕະກັງ ອາກາເສ ສັດທະນັງ ອາສີ ເສສາ ປາກາຣະ ສັນຖິຕາ


12. ຊິນນານາ ວະຣະສັງຢຸດຕາ ສັຕຕະປາລັງກະຕາ ວາຕະປິດຕາ ທິສັນຊາຕາ ພາຫິ ຣັດຊັດຕຸ ປັດທະວາ


13. ອະເສສາ ວິນະຍັງ ຍັນຕຸ ອະນັນຕະ ຊິນະ ເຕຊະອາ ວະສະໂຕ ເມສະກິເຈນະ ສະທາສັມພຸດທະ ປັນຊະເຣ


14. ຊິນະ ປັນຊະຣະ ມັດຊັມຫິ ວິຫະຣັນຕັງ ມະຮີ ຕະເລ ສະທາ ປະເລຕຸມັງ ສັບເພເຕມະຫາ ປຸຣິສາ ສະພາ


15. ອິເຈ ວະມັນໂຕ ສຸຄຸດໂຕ ສຸຣັກໂຂ ຊິນາ ນຸພາເວນະ ຊິຕຸປັດ ທະໂວ ທັມມາ ນຸພາເວນະ ຊິຕາຣິ ສັງໂຄ ສັງຄາ ນຸພາເວນະ

 ຊິຕັນ ຕະຣາໂຍ ສັດທັມມາ ນຸພາວະປະຣິໂຕ ຈະຣາມິ ຊິນະປັນຊະເຣຕິ.


 ພຣະຄາຖາຊິບັນຊອນຫຍໍ້


ຊິນນະປັນຊະຣະ ປະຣິຕັງມັງ ລັກຂັນຕຸສັບພະທາ


  ວິນຍານະສັມປັນໂນ ອິຕິປິໂສ ພະຄະວາ ນະໂມພຸທາ

ບົດເທດສະໜາ ອຸນຫັດສະວິໄຊ



ອຸນຫັດສະວິໄຊ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ ( 3 ເທຶ່ອ )
ນະໂມ ຕັດສັນຖູ
ເອກັດສະມິງ ກິຣະ ສະມະເຍ ສັດຖາ ຕາວະຕິງ 
ສະພະວະເນ ວິຫະຣັນໂຕ ປາຣິດສັດຕະກະມູລັມຫິ ປັນທຸກັມພະລະສິລາສະເນ ນິສິທິຕິ.
    ໂພ ສາທະໂວ ດູຣາສັປປຸຣິສະທັງຫຼາຍ ກິຣະດັ່ງໄດ້ຍິນມາ ເອກັສມິງ ສະມະເຍ ໃນສມັຍນຶ່ງ ສັດຖາອັນວ່າ ພຣະສັບພັນຍູເຈົ້າແຫ່ງເຮົາຕົນປະເສີດກວ່າຄົນແລະ ເທວະດາທັງຫຼາຍ ກໍສະເດັດປະທັບນັ່ງຢູ່ເໜືອຫິນບັນທຸກັມພະລະສີລາອາດ ແທບເຄົ້າໄມ້ປາຣິກະຊາດໃນສວັນຊັ້ນດາວະດິງ ຈິ່ງໄດ້ເທສນາພຣະອະພິທັມມາ ເຈັດຄັມພີແກ່ເທວະດາທັງຫຼາຍ ອັນມີສິຣິມະຫາມາຍາເທພະບຸດເປັນປະທານ ເພື່ອໃຫ້ບັນລຸທັມມະວິເສດ ເຊິ່ງມີມັກຜົນ ແລະນິບພານເປັນຕົ້ນ ອະຖະໃນກາລະເມື່ອນັ້ນ ຍັງມີເທວະບຸດຕົນນຶ່ງຊື່ວ່າ ສຸປະຕິດຖິຕະເທວະບຸດ ເປັນຜູ້ມີຣິດເຕຊະອານຸພາບຍິ່ງນັກ ໄດ້ສເວີຍທິພສົມບັດ ໃນວິມານຄໍາຫລັງນຶ່ງໃນສວັນຊັ້ນດາວະດິງທີ່ນັ້ນກໍມີແລ ສ່ວນວ່າ ສຸປະຕິດຖິຕະເທວະບຸດຕົນນັ້ນ ກໍບໍ່ຮູ້ສະພາວະ ອັນຈັກເຫມິດຈັກສ້ຽງຍຸແຫ່ງຕົນຫັ້ນແລ ອະຖະ ໂຂ ໃນກາລະຄັ້ງນັ້ນ ຍັງມີເທວະບຸດອີກຕົນໜຶ່ງຊື່ວ່າ ອາກາສະຈາຣິນິເທວະບຸດ ເປັນຜູ້ຮູ້ຈັກຍັງສະພາວະອັນຈັກເໝິດຈັກສ້ຽງອາຍຸ ແຫ່ງສຸປະຕິດຖິຕະເທວະບຸດດັ່ງນັ້ນ ຕິ່ງໄປບອກເຫດແກ່ ສຸປະຕິດຖິຕະເທວະບຸດ ວ່າດັ່ງນີ້ ໂພ ມາຣິສະ ດູຣາເຈົ້າຕົກຜູ້ຫາທຸກບໍ່ໄດ້ ໃນວັນຖ້ວນເຈັດນີ້ ເຈົ້າກູກໍຈັກຈຸດຕິຕາຍຈາກສວັນເທວະໂລກທີ່ນີ້ແລ້ວ ຈັກໄດ້ໄປເກິດໃນອະເວຈີນະຣົກ ໄດ້ສເວີຍທຸກໃນນະຣົກມາກກວ່າແສນປີນັ້ນແລ ດູຣາເທວະບຸດ ຄັນວ່າເຈົ້າກູຕາຍຈາກອະເວຈີນະຣົກນັ້ນແລ້ວຊໍ້າເລົ່າ ຈັກໄດ້ໄປເກິດເປັນສັດເດັຍຣະສານເຈັດຈໍາພວກ ໃນຊາດເປັນສັດນັ້ນແລສິ່ງຫ້າຮ້ອຍຊາດ ສ່ວນວ່າ ສຸປະຕິດຖິຕະເທວະບຸດ ເມື່ອຮູ້ເຫດອັນບໍ່ດີນັ້ນແລ້ວ ກໍມີຫົວໃຈອັນຫວັ່ນສັ່ນສາຍໄປມາ ແລ້ວກໍຊົບເຊົາເຫງົາຢູ່ດັງນັ້ນ ແລ້ວກໍຄະນິງໃນໃຈວ່າດັ່ງນີ້ ອຸບັດທະວະອົນຕາຍ ອັນມີສະພາວະປານນີ້ ເກິດມີແກ່ກູສັນນີ້ແລ້ວ ຈັກມີສິ່ງໃດອັນໃດ ແລະບຸກຄົນໃດຈັກເປັນທີ່ຈັ້ງທີ່ເພິ່ງແກ່ກູໄດ້ນີ້ຈາກນໍ ນ້ອຍບໍ່ນານທໍ່ໃດທ່ານກໍມາເຫັນບຸດພະນິມິດ ຫ້າ ປະການ ບັງເກິດມີແກ່ຕົນກ່າວຄືວ່າ: ຜ້າທິບເຄື່ອງຊົງກໍທມົ່ນໝອງເສັຍ ໜຶ່ງ ດອກໄມ້ທິບກໍເປັນອັນຫ່ຽວແຫ່ງເສັຍ ໜຶ່ງ ເຫື່ອແລະໄຄໃນເນື້ອຕົນກໍໄຫລອອກ ໜຶ່ງ ທີ່ຢູ່ທີ່ນອນກໍເປັນອັນຮ້ອນຍິ່ງນັກ ໜຶ່ງ ຄັນທະຣົງຜ້າສະໃບເຂົ້າ ກໍຍິ່ງຮ້ອນກະວົນກະວາຍ ໜຶ່ງເມື່ອບຸບພະນິມິດຫ້າປະການນີ້ ຜາກົດເກີດມີແກ່ເທວະບຸດ ແລເທວະດາອົງໃດເທວະບຸດ ແລເທວະດາອົງນັ້ນ ກໍຈະຕ້ອງຈຸດຕິຈາກສະວັນເທວະໂລກໂດຍທ່ຽງແທ້ບໍ່ຕ້ອງສົງສັຍ ສ່ວນວ່າ ສຸປະຕິຖິຕະເທວະບຸດ ໄດ້ຮູ້ເຫດດັ່ງນັ້ນແລ້ວ ບໍ່ຢາກໄປສເວີຍຜົນກັມອັນຊົ່ນຮ້າຍ ຈິ່ງເຂົ້າໄປສູ່ສໍານັກຂອງພຣະຍາອິນໄຫວ້ແລ້ວກໍນັ່ງຢູ່ທີ່ສົມຄວນແຫ່ງຕົນ ຈິ່ງຂາບທູນເຫດຮ້າຍຕ່າງໆໃຫ້ຮູ້ແລ້ວ ຂໍເຈົ້າກູຈົ່ງເປັນທີ່ຈັ້ງທີ່ເພິ່ງແກ່ຜູ້ຂ້າແດ່ກໍຂ້າເຖີ້ນ ສັກໂກ ອັນວ່າ ພຣະຍາອິນ  ຄັນໄດ້ຟັງຍັງຄໍາຂອງສຸປະຕິດຖິຕະເທວະບຸດນັ້ນແລ້ວ ຈິ່ງກ່າວວ່າ ຂຶ້ນຊື່ວ່າຄວາມຕາຍແລ້ວ ເຖິງເຮົາຜູ້ເປັນໃຫຍ່ໃນສວັນຊັ້ນດາວະດິງກໍຈິງຢູ່ ທຽນຍ່ອມແຕ່ບໍ່ອາດຈະຫ້າມ ແລະຕ້ານທານຄວາມຕາຍຂອງທ່ານໄດ້ແລ ທໍ່ເວັນໄວ້ແຕ່ພຣະສັບພັນຍູເຈົ້າອົງດຽວນັ້ນແລ ທີ່ຈະເປັນທີ່ຈັ້ງທີ່ເພິ່ງແກ່ສັດຕະວະໂລກທັງມວນໄດ້ບັດນີ້ ສັດຖາ ອັນວ່າ ພຣະສັບພັນຍູເຈົ້າກໍປະທັບຢູ່ເໜື່ອຫີນບັນທຸກັມພະສີລາອາດ ແທບເຄົ້າໄມປາຣິກະຊາດ ຖ້າທ່ານຢາກຈະຣະງັບໂພຍພັຍອົນຕາຍແລ້ວຈົງຈັດແຈງແຕ່ງເຄື່ອງກິຍາບູຊາມີດອກໄມ້ ທູບທຽນເປັນຕົ້ນ ເຮົາຈະພາໄປເຝົ້າພຣະພຸດທະເຈົ້າເພື່ອຈະໄດ້ທູນຖາມ ເຊິ່ງເຫດຮ້າຍຂອງທ່ານຕໍ່ພຣະອົງ ແລ້ວກໍຈັກໄດ້ເປັນທີ່ເພິ່ງໃນກາລະບັດນີ້ແລ່
ສ່ວນວ່າສຸປະຕິດຖິຕະເທວະບຸດ ຄັນໄດ້ຟັງຍັງຄໍາຂອງພຣະຍາອິນດັ່ງນັ້ນ ກໍຈິ່ງໄດ້ຈັດແຈງແຕ່ງເຄື່ອງກິຍາບູຊາ ຕາມຄໍາສັ່ງແລ້ວ ສັກໂກ ອັນວ່າ ພຣະຍາອິນ ກໍໄດ້ນໍາພາສຸປະຕິດຖິຕະເທວະບຸດໄປເຝົ້າພຣະພຸດທະເຈົ້າ ຄັນໄປເຖິງແລ້ວກໍໄດ້ຂາບໄຫວ້ ນັ່ງຢູ່ທີ່ຄວນສ່ວນຂ້າງໜຶ່ງແລ້ວ ຂາບທູນເຫດຮ້າຍທັງຫຼາຍໄຫວ້ພຣະພຸດທະເຈົ້າຮູ້ໂດຍຕລອດ ຄັນແລ້ວພຣະຍາອິນກໍໄດ້ຂາບທູນໃຫ້ພຣະພຸດທະເຈົ້າ ຊົງສໍາແດງຍັງປຸບພະກັມຂອງສຸປະຕິດຖິຕາເທວະບຸດ ພະຄະວາ ອັນວ່າພຣະພຸດທະເຈົ້າຕົນປະເສີດ ກໍໄດ້ສໍາແດງຍັງປຸບພະກັມຂອງສຸປະຕິດຖິຕະເທວະບຸດ ວ່າດັງນີ້ ມະຫາຣາຊະດູຣາມະຫາຣາດໃນກາລະເມື່ອກ່ອນ ສຸປະຕິດຖິຕະເທວະບຸດຕົນນີ້ ເປັນຜູ້ມີຄວາມປະມາດ ເຫັນຜິດເປັນນາຍພານເນື້ອ ໄດ້ລັກເອົາລູກນົກໜີຈາກພໍ່ແມ່ແລ ມີຈິດໃຈແຂງກະດ້າງຂ້າພໍ່ຕີແມ່ແລ ດ່າສະມະນະຊີພາມ ບໍ່ເຄົາຣົບຍໍາເກັງພຣະພິກຂຸສົງຜູ້ໄປຫາມາສູ່ກໍເຖິງເຫັນຢູ່ກໍເຮັດດັ່ງບໍ່ຮູ້ບໍ່ເຫັນຫັ້ນແລ ຍ້ອນຜົນກັມອັນນີ້ແລ ສຸປະຕິດຖິຕະເທວະບຸດ ຈິ່ງຈັກໄດ້ໄປບັງເກີດໃນນະຣົກ ສເວີຍຜົນກັມໃນນະຣົກປະມານແສນປີ ຄັນພົ້ນຈາກນະຣົກແລ້ວ ກໍຈັກໄດ້ໄປບັງເກີດເປັນສັດເດັຍລະສານເຈັດຈໍາພວກຄື: ເປັນຮຸ້ງ ເປັນແຮ້ງ ເປັນເຕົ່າ ເປັນໝູ ເປັນໝາ ເປັນຄົນຫູໜວກແລະຕາບອດ ແລສິ່ງແລຫ້າຮ້ອຍຊາດ ດ້ວຍວິກບາກແຫ່ງອະກຸສົນກັມທີ່ສຸປະຕິດຖິຕະເທວະບຸດ ໄດ້ກະທໍາມານີ້ແລ ມະຫາຣາຊະ ຂໍມະຫາຣາດຈົ່ງຮູ້ຜົນກັມຂອງສຸປະຕິດຖິຕະເທວະບຸດ ດັ່ງກ່າວມາດ້ວຍປະການດັ່ງນີ້ ສັກໂກ ອັນວ່າ
ພຣະຍາອິນ ເມື່ອໄດ້ຮູ້ຍັງປຸບພະກັມ ຂອງສຸປະຕິດຖິຕະເທວະບຸດດັ່ງນີ້ແລ້ວຈິ່ງຂາບທູນໄຫວ້ພຣະສັບພັນຍູເຈົ້າວ່າ ອັນໃດແລຈັກເປັນທີ່ເພິ່ງ ທີ່ຮັກສາ ໃຫ້ເທວະບຸດຕົນນີ້ມີອາຍຸໝັ້ນຍືນກໍຂ້າຈາ ພະຄະວາ ອັນວ່າພຣະສັບພັນຍູເຈົ້າກ່າວວ່າດັ່ງນີ້ ມະຫາຣາດຊະ ດູຣາມະຫາຣາດ ເອໂກ ທັມໂມ ຍັງມີທັມດວງໜຶ່ງ ອຸນຫັດສະວິໄຊໂຍນາມມະ ຊື່ວ່າ ອຸນຫັດສະວິໄຊ ເປັນທັມອັນອຸດົມຍິ່ງ ຈິ່ງໃຫ້ເທວະບຸດຕົນນີ້ ຮຽນເອົາທັມດວງນີ້ໃຫ້ໄດ້ຈໍາຈຶ່ໄວ ແລະ ປະຕິບັດດ້ວຍ ກາຍ ວາຈາ ແລະ ໃຈ ໃຫ້ບໍຣິສຸດເຖີ້ນກໍຈັກເປັນທີ່ຈັ້ງທີ່ເພິ່ງ ຫ້າມບໍ່ໃຫ້ຕາຍໃນວັນຖ້ວນເຈັດນັ້ນແລ ພະຄະວາ ອັນວ່າພຣະສັບພັນຍູເຈົ້າກໍສໍາແດງຍັງຄາຖາອຸນຫັດສະວິໄຊວ່າດັ່ງນີ້:

ອັດຖິ ອຸນຫັດສະວິຊະໂຍ  ທັມໂມ ໂລເກ ອະນຸດຕະໂຣ ສັບພະສັດຕະຫິຕັດຖາຍະ ຕັງ ຕະວັງຄັນຫາຫິ ເທວະເຕ ປະຣິວັດເຊ ຣາຊະທັນເດ ອະມະມຸດເສຫິ ປາວະເກ   ພະຍັກເຄ ນາເຄ ວິເສພູເຕ ອະກາລະມະຣະເນນະ ວາ ສັບພັສມາ ມະຣະນາມຸດໂຕ ຖະເປຕວາ ກາລະມາຣິຕັງ ຕັດເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ສຸດທະສີລັງ ສະມາທາຍະ ທັມມັງ ສຸຈະຣິຕັງ ຈະເຣ ຕັດເສວະ ອະນຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ລິກຂິດຕັງ ຈິນຕິຕັງ ປູຊັງ ທາຣະນັງ ວະຈະນັງ ຄະຣຸງ ເຕສັງ ເທສະນັງ ສຸຕວາຕັດສະ ອາຍຸ ປະວັດທະຕິຕິ ເທວະເຕ ດູຣາເທວະດາທັງຫຼາຍ ທັມອັນຊື່ວ່ອຸນຫັດສະວິໄຊນີ້ ເປັນຍອດແຫ່ງທັມທັງຫຼາຍ ລະ ເປັນປະໂຫຍດແກ່ສັດຕະວະໂລກທັງມວນ ທ່ານຈົ່ງຮຽນເອົາຍັງທັມອັນນີ້ແລ້ວ ສູດທຸກເຊົ້າຄໍ່າວັນຄືນຍ່ອມຫ້າມເສັຍໄດ້ ເຊິ່ງພັຍອັນຕະຣາຍທັງປວງອັນຈະເກີດຂຶ້ນ ແຕ່ພູດຜີປີສາດເສືອໂຄ່ງ ເສືອເຫລຶອງ ງູໃຫຍ່ ງູນ້ອຍ ແຮດ ຊ້າງ ໝູູ່ສັດພິດຮ້າຍແລ່ ທ່ານທັງຫຼາຍກໍຈະບໍ່ຕາຍຍ້ອນຢາພິດທຸກຊະນິດ ນອກຈາກຈະສ້ຽງອາຍຸແລ້ວກໍຈິ່ງຕາຍແທ້ແລ ສັກກັດຕະວາ ພຸດທະຣະຕະນັງ ໂອສະຖັງ ອຸດຕະມັງ ວະຣັງ ຫິຕັງ ເທວະມະນຸດສານັງ ພຸດທະເຕເຊນະ ໂສດຖິນານາ ນັດສັນຕຸປັດທະວາ ສັບເພ ທຸກຂາ ວູປະສະເມນຕຸ ເຕ ອັນໜຶ່ງ ຜູ້ໃດໄດ້ບູຊາພຣະຣັຕນະໄຕຣທັງ ສາມ ປະການຄື: ພຣະພຸດທເຈົ້າ ພຣະທັມມະເຈົ້າແລ ພຣະສັງຄະເຈົ້າ ຜູ້ນັ້ນຈະເປັນເໝືອນດັ່ງໄດ້ກິນຢາອັນປະເສີດມີອາຍຸໝັ້ນຍືນ ຈັກເປັນຜູ້ພົ້ນຈາກທຸກ ໂສກໂຣກພັຍອັນຕະຣາຍທັງປວງ ຍ້ອນອານຸພາບຂອງຄາຖາອຸນຫັດສະວິໄຊ ແລະ ຄຸນຂອງພຣະຣັດຕນະໄຕຣນີ້ ຈະຄຸ້ມຄອງປ້ອງກັນໃຫ້ຊີວິດຂອງທ່ານພົ້ນຈາກອັນຕະຣາຍ ມີອາຍຸໝັ້ນຍືນໄດ ຂໍໃຫ້ທ່ານທັງຫຼາຍຈົ່ງພາກັນປະຕິບັດຮັກສາໄວ້ຢ່າໃຫ້ຂາດເຖີ້ນ ເທສະນາປະຣິໂຍສາເນ ໃນເມື່ອແລ້ວຣົສທັມມະເທສນາ ເທວະຕາໂຍ ອັນວ່າ ເທວະດາທັງຫຼາຍອັນມີ ພຣະຍາອິນ ເປັນປະທານ ກໍໄດ້ເຖິງທັມມະວິເສດມີປະເພດກ່າວຄືວ່າ ມັກແລະຜົນເປັນອັນມາກແລ ສ່ວນວ່າສຸປະຕິດຖິຕະເທວະບຸດນັ້ນ ໄດ້ນ້ອມຈິດໃຈໄປໃນທັມມະວິເສດ ກໍໄດ້ກັບເພດເປັນອັນຕະພາບໃໝ່ ມີກາຍອັນຜ່ອງໃສແລະມີອາຍຸຍືນຍາວຕະລອດໄປຈົນເຖິງສມັຍຂອງພຣະພຸດທະເຈົ້າ ຊົງພຣະນາມວ່າ ພຣະສີອະຣິຍະເມດໄຕຣ ອົງຈະໄດ້ລົງມາຕັດຂ້າງໜ້ານັ້ນແລ ຈິ່ງຈະໄດ້ຈຸຕິລົງມາສູ່ມະນຸດສະໂລກ ກໍຈັກໄດ້ເປັນພຣະອະຣະຫັນຕະ ຂິນາສາວົກອົງໜຶ່ງກໍມີແລ່ ອຸນຫັດສະວິຊະຍະວັນນະນາກະຖາ ອັນວ່າ ກິຍາອັນກ່າວຍ້ອງຍໍຍັງ ອຸດຫັດສະວິໄຊ ນິດຖິຕາກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລ່

วันจันทร์ที่ 23 เมษายน พ.ศ. 2561

ການບວດ (The ordained )

ຄວາມຮູ້ເບື້ອງຕົ້ນກ່ຽວກັບ
                         ການບວດ (ບວຊ) ໃນພຸທສາສນາ                                                                                                                                                                                                                    

      ການບວດເປັນປະເພນີລາວທີ່ສືບເນື່ອງມາແຕ່ບູຮານກາລ ຜູ້ຊາຍລາວເມື່ອອາຍຸຄົບບວດ ຈະຕ້ອງບວດໃຫ້ໄດ້ຈັກ ຄັ້ງໜຶ່ງ ໃນຊີວິດ ເພື່ອການສຶກສາພຣະທັມຄຳສອນຂອງພຣະສັມມາສັມພຸທເຈົ້າແລະສືບທອດອາຍຸພຣະພຸທສາສນາ ສ້າງກຸສົລອັນ ຍິ່ງ ໃຫຍ່ ໃຫ້ແກ່ຕົວເອງ ແລະບິດາມານດາລວມທັງຍາຕິພີ່ນ້ອງ ຜູ້ທີ່ໄດ້ບວດ ຖືວ່າເປັນຜູ້ທີ່ມີບຸນຫລາຍ ເພາະຜູ້ທີ່ມາຢູ່ໃນ ເພດ ສະມະນະຕ້ອງໄດ້ສັ່ງສົມບຸນມາຂ້າມພົບ ຂ້າມຊາດ ເມື່ອບາຣະມີມາກຂຶ້ນກໍໂອກາດໄດ້ມາບວດໃນ ພຣະພຸທສາສນາເຊັ່ນ ໃນຄັ້ງ ພຸທກາລຜູ້ທີ່ຈະມາບວດບໍ່ແມ່ນສະເພາະຜູ້ດ້ອຍໂອກາດ ແຕ່ເປັນຜູ້ທີ່ມາຈາກຫລາຍຕະກູລທີ່ ປະສົບຄວາມສຳເລັດໃນຊີວິດ ຊຶ່ງໄດ້ເຫັນໂທດພັຍໃນການຄອງເຮືອນ ໃນວັຕຕະສົງສານ ຈຶ່ງອອກບວດ ຫລາຍທ່ານມາ ຈາກຕະກູລຂັຕຕິຍະກໍມີ ແພດຍ໌ກໍມີ ສູທຣກໍມີ ການທີ່ຕະກູລກະສັດ ພຣາມ ແລະມະຫາເສດຖີເຂົ້າມາບວດນັ້ນ ສະແດງ ວ່າການບວດບໍ່ແມ່ນເລື່ອງທຳມະດາ ແຕ່ເປັນເລື່ອງທີ່ສຳຄັນຢ່າງຍິ່ງ

      ການບວດຈະເປັນການຊ່ວຍທະນຸບຳຣຸງພຣະພຸທສາສນາ ແລະມີສ່ວນສຳຄັນທີ່ຈະທຳໃຫ້ປະເທດທີ່ເຮົາ ຢູ່ອາໃສເປັນ ດິນແດນ ແຫ່ງສັນຕິສຸຂ ອັນເກິດຈາກພຸທທັມແລະຍັງເປັນໂອກາດອັນດີທີ່ຜູ້ບວດຈະໄດ້ເຝິກຝົນອົບຮົມຕົນເອງ ເພື່ອ ໃຫ້ເປັນພຣະແທ້ ຕາມພຣະທັມວິນັຍ ມີສີລ ສະມາທິ ແລະປັນຍາ ຊຶ່ງຖືເປັນການໃຊ້ວັນເວລາຢ່າງມີຄ່າແລະມີ ຄວາມໝາຍ ຕໍ່ການເກິດມາເປັນ ມະນຸດຢ່າງຍິ່ງ ດັ່ງທີ່ພຣະສັມມາສັມພຸທເຈົ້າຕຣັສໄວ້ວ່າ  “ຊີວິດພຽງວັນດຽວຂອງຜູ້ມີສີລມີສະມາທິ ຍັງປະເສິດກວ່າຊີວິດຕັ້ງ ຮ້ອຍປີ ຂອງຜູ້ທຸສີລ ບໍ່ມີສະມາທິ”.


1. ຄວາມຫມາຍແລະຄວາມເປັນມາຂອງການບວຊ


      ຄຳວ່າ “ບວດ ຫລື ບວຊ” ເປັນພາສາລາວ ຊຶ່ງໄດ້ມາຈາກພາສາບາລີວ່າ  “ປັພພັຊຊາ” ຊຶ່ງມີຮາກສັບຄື “ປະ + ວະຊະ” ປະ ແປວ່າ ທົ່ວ ຫລືສິ້ນເຊິງ ວະຊະ ແປວ່າ ໄປຫລືເວັ້ນ ຄໍາວ່າ “ປັບພະຊາ ຫລື ບວດ ຫລື ບວຊ” ຈຶ່ງແປວ່າ ໄປໂດຍສິ້ນເຊິງ ຫລືການ ເວັ້ນໂດຍສິ້ນເຊິງ ນັ້ນໝາຍເຖິງ ໄປຈາກຄວາມເປັນຄະຣາວາສ ຄືອອກຈາກການຄອງເຮືອນໄປສູ່ຄວາມເປັນ ບັນພະສິດຫລື ບຸກຄົນຜູ້ທີ່ບໍ່ໄດ້ຄອງເຮືອນ ນັ້ນເອງ
      ຄະນະປັດຊະຍາສູນກາງພຸທສາສນາສໍາພັນລາວກ່າວ ວ່າ ປັບພະຊາ ໝາຍເອົາການບວດທົ່ວໄປ ລວມທັງອຸປະສົມບົທ ດ້ວຍກໍມີ ບວດເປັນສາມະເນນກໍມີ ໃນປັດຈຸບັນນີ້ ປັບພະຊາ ໝາຍເອົາການບວດເປັນສາມະເນນ ອຸປະສົມບົທ ໝາຍເອົາ ການບວດເປັນພຣະພິກຂຸ ແຕ່ກ່ອນຈະອຸປະສົມບົທກໍຕ້ອງປັບພະຊາເປັນສາມະເນນມາກ່ອນ ຈະອຸປະສົມບົທ ໄປເລີຍ ບໍ່ໄດ້[1]

      ມະຫາສິລາ ວີຣະວົງສ໌ ກ່າວວ່າ ບວດ ຄືການຖືເພດເປັນພິກຂຸສາມະເນນຫລືຣັດສີ ເປັນຕົ້ນ, ໝາຍເຖິງ ບຸກຄົນຜູ້ທີ່ ເວັ້ນຈາກຄອງ ຄະຣາວາສ[2]   ສ່ວນ ບຸນຖັນ ສີນະວົງສ໌ ກ່າວອີກວ່າ ບວດ ມາຈາກຄໍາສັບ ບັພພັຊຊາ ໂດຍຂຽນ ປ ແທນ ບ ແປວ່າ ອອກໄປໜ້າ ໝາຍເຖິງ ໜີຈາກເຮືອນອອກໄປບວຊ, ບວຊເປັນສາມະເນນກ່ອນແລ້ວຈຶ່ງບວຊເປັນພຣະ ເອິ້ນວ່າ ອຸປະສົມບົທ ເມື່ອບວຊແລ້ວຈະລາສິກຂາ ກໍໄດ້ແລະກັບຄືນບວຊໃໝ່ກໍໄດ້ ຊຶ່ງກົງກັບພາສາອັງກິດວ່າ to leave one’s home, ordination,  renunciation of the world[3]

      ກ່າວໂດຍສະຫລຸບ “ບວດ ຫລື ບວຊ” ໝາຍເຖິງ ການປະຕິບັດຕົນເພື່ອອອກຈາກຄວາມທຸກຂ໌ ແລະທໍາໃຫ້ແຈ້ງ ຊຶ່ງ ພຣະນິບພານ ຄືຄວາມດັບທຸກຂ໌ນັ້ນເອງ ຢ່າງໃດກໍຕາມ ການບວຊໄດ້ພຽງເວລາອັນສັ້ນກໍຍັງດີ ເພາະນອກຈາກການສືບຕໍ່    ອາຍຸ  ພຣະ ພຸທສາສນາແລ້ວ ຍັງເປັນເຫດໃຫ້ຜູ້ບວຊຮູ້ຈັກເຝິກຫັດຄວາມອົດທົນແລະຄວາມເສັຍສລະອີກດ້ວຍ ອາດທຳ     ໃຫ້ໄດ້ ຢູ່ໃກ້ພຣະທັມຄຳສອນ ຂອງອົງຄ໌ ສົມເດັດພຣະສັມມາສັມພຸທເຈົ້າ


      ໃນສມັຍບູຮານ ຄົນທີ່ອອກບວຊຍ່ອມບວຊເພາະຄວາມຊະຣາ ຄວາມເຈັບປ່ວຍ ບໍ່ມີຊັບສົມບັດ ບໍ່ມີຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສໍາຫລັບພຣະພຸທເຈົ້ານັ້ນພຣະອົງຄ໌ໄດ້ພິຈາຣະນາເຖິງຄວາມເກີດ ແກ່ ເຈັບ ຕາຍ ຈຶ່ງອອກບວຊ ສ່ວນຄົນທຸກວັນນີ້ບວຊຕາມປະເພນີ ເມື່ອອາຍຸຄົບຕາມກໍາໜົດກໍບວຊ ບວຊແກ້ບະດ້ວຍຄວາມເຈັບໄຂ້ໄດ້ປ່ວຍ ບວຊຕອບແທນບຸນຄຸນພໍ່ແມ່ ເປັນຕົ້ນ

  2. ປະເພດຂອງການບວຊ


     2.1 ການປັບພະຊາ (ບວດເປັນຈົວຫລືສາມະເນນ)

      ກຸລບຸດຜູ້ທີ່ຈະປັບພະຊາເປັນສາມະເນນຕ້ອງເປັນຜູ້ຊາຍ ມີອະໄວຍະວະຮ່າງກາຍສົມບູນແລະມີອາຍຸຄົບ 12 ປີຂື້ນໄປ ໂດຍໄດ້ຮັບ ອະນຸຍາດຈາກພໍ່ແມ່ຜູ້ປົກຄອງແລະສາຍໃຍການຈັດຕັ້ງ ຖ້າກຸລບຸດອາຍຸ 18 ປີຂຶ້ນໄປ ຕ້ອງໄດ້ຮັບ ໃບອະນຸຍາດຈາກ ອໍານາດການປົກຄອງ ທ້ອງຖີ່ນ ແລ້ວພໍ່ແມ່ຫລືຍາດພີ່ນ້ອງນໍາໄປມອບໃຫ້ຄະນະສົງຄ໌ທີ່ປົກຄອງຢູ່ໃນ ວັດນັ້ນໆ ເພື່ອຮໍ່າຮຽນ ຂັ້ນຕອນຂອງການ ປັບພະຊາແລະ ທັມວິນັຍຕາມຫລັກພຣະພຸທສາສນາ

      ການປັບພະຊານີ້ ຕ້ອງໃຫ້ເຮັດເປັນກິຈລັກສນະຄື ໃຫ້ພິກຂຸຜູ້ຢູ່ດ້ວຍກັນຮູ້ເຫັນ ຈະບວດຢູ່ໃນສິມຫລືສະຖານທີ່ ບ່ອນອື່ນ ກໍໄດ້ບໍ່ຈໍາກັດ ພິກຂຸຜູ້ໃຫ້ປັບພະຊາຕ້ອງເປັນຜູ້ມີພັນສາຄົບ 10 ແລ້ວ ສາມະເນນຜູ້ປັບພະຊາມາແຕ່ອາຍຸ ຍັງບໍ່ທັນຄົບກໍານົດ ອຸປະສົມບົທ ເມື່ອອາຍຸຄົບ ແລ້ວເພິ່ງໃຫ້ອຸປະສົມບົທ ບໍ່ຕ້ອງສິກອອກເຮັດພິທີອຸປະສົມບົທຕໍ່ໄປໄດ້ເລີຍ ແຕ່ຖ້າລະແວງສົງໄສຢູ່ ວ່າການຮັກສາສິກຂາບົທ 10 ຂໍ້ນັ້ນ (ສີລ 10) ອາດຈະບໍ່ບໍຣິສຸດ ແລ້ວເພິ່ງໃຫ້ຮັບສະຣະນະຄົມ ແລະສິກຂາບົທຊ້ໍາເຂົ້າອີກທໍ່ນັ້ນ[4]

      2.2 ການອຸປະສົມບົທ (ບວດເປັນພຣະພິກຂຸ)

     ການອຸປະສົມບົທເປັນພຣະພິກຂຸນັ້ນ ກລ່າວໂດຍປະເພດຕາມທີ່ມີຜາກົດໃນຕໍານານໂດຍຫຍໍ້ 3 ປະການ ໄດ້ແກ່

           2.2.1 ເອຫິພິກຂຸອຸປະສັມປະທາ ຄືການບວຊທີ່ພຣະພຸທເຈົ້າຊົງປະທານແກ່ກຸລບຸດຜູ້ຂໍບວຊດ້ວຍພຣະອົງຄ໌ເອງ ເປັນການອະນຸຍາດ ໃຫ້ມາເປັນພິກຂຸໂດຍການຕຣັສດ້ວຍພຣະວາຈາ ຊຶ່ງມີ 2 ແບບ ຄື

      ບຸກຄົນຜູ້ທີ່ຍັງເປັນປຸຖຸຊົນຂໍບວຊ ພຣະອົງຄ໌ກໍຈະຕຣັສຮຽກໃຫ້ເຂົ້າມາເປັນພິກຂຸວ່າ “ທ່ານຈົ່ງເປັນພິກຂຸມາເຖິດ ທັມເຮົາກ່າວດີແລ້ວ ທ່ານຈົ່ງປະພຶດພຣົມມະຈັນເພື່ອທຳທີ່ສຸດທຸກຂ໌ໂດຍຊອບເຖິດ”ການຕຣັສພຣະວາຈາພຽງເທົ່ານີ້ກໍສຳເລັດເປັນພິກຂຸໃນພຣະພຸທສາສນາແລ້ວ

      ບຸກຄົນຜູ້ທີ່ໄດ້ບັນລຸທັມວິເສດ ສາມາດກຳຈັດກິເລສໄດ້ແລ້ວພຣະອົງຄ໌ຈະຕຣັສພຣະວາຈາວ່າ“ ທ່ານຈົ່ງເປັນພິກຂຸມາເຖິດ ທັມເຮົາກລ່າວດີແລ້ວ ທ່ານຈົ່ງປະພຶດພຣົມມະຈັນເຖິດ” ເພາະຜູ້ທີ່ກໍາຈັດກິເລສຕັນຫາໄດ້ແລ້ວ ຈະບໍ່ມີຄວາມທຸກຂ໌ໂດຍສິ້ນເຊິງ

           2.2.2 ຕິສະຣະນະຄະມະນູປະສັມປະທາຄືການບວຊດ້ວຍວິທີໃຫ້ຜູ້ຂໍບວຊກາວຄໍາຮັບເອົາແລະເຂົ້າເຖິງພຣະຣັຕນະຕຣັຍວ່າເປັນທີ່ເພິ່ງ ເປັນທີ່ຣະນຶກ ຊຶ່ງ ພຣະພຸທເຈົ້າຊົງອະນຸຍາດໃຫ້ພຣະສາວົກເປັນອຸປັດຊາຍ໌ ບວຊໃຫ້ກຸລບຸດຜູ້ມີສັດທາໄດ້

           2.2.3 ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ໝາຍເຖິງການບວຊດ້ວຍການສູດຍັດຕິຊ້ໍາ 3 ເທື່ອ ລວມທັ້ງ ຄຳປະກາດ ນໍາເປັນເທື່ອທີ 4 ຊຶ່ງເປັນວິທີອຸປະສົມບົທທີ່ພຣະພຸທເຈົ້າຊົງອະນຸຍາດໃຫ້ສົງຄ໌ບວຊໃຫ້ແກ່ກຸລບຸດ ໂດຍໃຫ້ ຜູ້ບວຊນັ້ນເປັນ ສາມະເນນກ່ອນແລ້ວ ຈຶ່ງໃຫ້ຂໍ ອຸປະສົມບົທ ຈາກນັ້ນພຣະກັມມະວາຈາຈາຣຍ໌ສູດປະກາດນໍາເທື່ອທີ 1 ວ່າສົງຄ໌ຈະຮັບຜູ້ນັ້ນ ເປັນພິກຂຸຫລືບໍ່ ເມື່ອສົງຄ໌ຍັງນິ້ງຢູ່ກໍສູດ ປະກາດຊໍ້າອີກ 3 ເທື່ອ ຖ້າບໍ່ມີໃຜຄັດຄ້ານກໍ ຖືວ່າສໍາເລັດ ເປັນພຣະພິກຂຸ ວິທີອຸປະສົມບົທແບບນີ້ພຣະພຸທເຈົ້າຊົງໄດ້ກໍານົດຈຳນວນສົງຄ໌ໄວ້ 2 ປະການຄື (1) ໃນທ້ອງຖິ່ນກັນດານ ແລະຫ່າງໄກ ໃຫ້ມີສົງຄ໌ຈໍານວນ 5 ອົງຄ໌ໃນການທຳພິທີບວຊ (2) ໃນເມືອງອັນເປັນຖິ່ນທີ່ຫາ ພິກຂຸ ໄດ້ງ່າຍ ກໍານົດໃຫ້ ມີສົງຄ໌ຈໍານວນ 10 ອົງຄ໌

ພິກຂຸຈຳນວນ 5 ຫລື 10 ອົງຄ໌ນັ້ນ ໃຫ້ລວມກັນເປັນຄະນະແລ້ວໃຫ້ມີພຣະອຸປັດຊາຍ໌ 1 ອົງຄ໌ແລະພຣະຄູ່ສູດ 2 ອົງຄ໌ ສ່ວນພິກຂຸທີ່ເຫລືອ ໃຫ້ເປັນພຣະອັນດັບ ຫລັງຈາກການກໍານົດໃຊ້ການບວຊແບບນີ້ແລ້ວ ກໍຊົງຍົກເລິກການບວຊແບບ ເອຫິພິກຂຸອຸປະສັມປະທາແລະ ຕິສະຣະນະຄະມະນູປະສັມປະທາ

  
3. ບຸກຄົນທີ່ຊົງອະນຸຍາດແລະຫ້າມບວຊ

     ກຸລບຸດຜູ້ທີ່ຈະຂໍບວຊໃນພຸທສາສນາ ຈະຕ້ອງເປັນບຸກຄົນທີ່ມີຄວາມພ້ອມທາງດ້ານຮ່າງກາຍ ວຸດທິພາວະ ແລະມີອັດຖະ ບໍຣິຂານຄົບຕາມວິນັຍບັນຍັດ ໃນພຣະວິນັຍໄດ້ກຳໜົດຄຸນສົມບັດຂອງຜູ້ທີ່ຈະເຂົ້າບວຊໄວ້ຫລາຍປະການ ເພື່ອໃຫ້ໄດ້ບຸກຄົນ ທີ່ເໝາະສົມ ຊຶ່ງມີທັງຂໍ້ຫ້າມແລະຊົງອະນຸຍາດ ດັ່ງນີ້

      3.1 ບຸກຄົນທີ່ຊົງຫ້າມບວຊ

(1) ຄົນທີ່ມີອາຍຸບໍ່ຄົບ 20 ປີບໍຣິບູນ
(2) ບັນເດາະຫລືຄົນເທືອຍຫລືກະເທີຍຄື ຄົນທີ່ບໍ່ຜາກົດວ່າເປັນຍິງ ຫລືເປັນຊາຍຄັກແນ່ ຫລືເປັນກະເທີຍໂດຍກໍາເນີດ ແລະຄົນຕອນ
(3) ຄົນທີ່ມີສອງເພດຄື ເພດຊາຍແລະຍິງ (ອຸພະໂຕພະຍັນຊະນະກະ)
(4) ຄົນທີ່ໄດ້ທຳອະນັນຕະຣິຍະກັມ 5 ຢ່າງ
(5) ພິກຂຸທີ່ຕ້ອງປາຣາຊຶກ ຊຶ່ງຂາດຈາກຄວາມເປັນພິກຂຸແລ້ວ ບໍ່ອາດບວຊໃໝ່ໃນພຸທສາສນາໄດ້ອີກ
(6) ຄົນທີ່ມີໂຣກຮ້າຍແຮງເຊັ່ນ ໂຣກຂີ້ຫິດ ຂີ້ກາກ ໂຣກບ້າໝູ ເປັນຕົ້ນ
(7) ຄົນທີ່ມີອະໄວຍະວະບົກຜ່ອງເຊັ່ນ ມີຕີນກຸດຂາດຫລືມີນິ້ວມື ນິ້ວຕີນຕິດກັນເປັນແຜ່ນ
(8) ມີອະໄວຍະວະພິການຈົນບໍ່ສາມາດປະຕິບັດສາສນະກິດໄດ້ສະດວກເຊັ່ນ ຫລັງກ່ອມ ຕາບອດ ມືຕີນຄົດງໍ ເປັນຕົ້ນ
(9) ຄົນທຸພົລພາບເຊັ່ນ ຄົນມີແຮງນ້ອຍ ຄົນແກ່ຊະຣາ ຊຶ່ງບໍ່ສາມາດປະຕິບັດສາສນະກິດໄດ້
(10) ຄົນທີ່ມີພັນທະຜູກພັນເຊັ່ນ ຄົນທີ່ມີໜີ້ເຕັມຕົວ ຄົນທີ່ບິດາມານດາບໍ່ອະນຸຍາດໃຫ້ບວຊ
(11) ໂຈຣຜູ້ຮ້າຍທີ່ຄົນທົ່ວໄປຮູ້ຈັກຊື່ສຽງເຖິງຄວາມໂຫດຮ້າຍ ປ່າເຖື່ອນ  

      3.2 ບຸກຄົນທີ່ຊົງອະນຸຍາດບວຊ

      (1) ຜູ້ຊາຍທີ່ມີອາຍຸຄົບ 20 ປີຂຶ້ນໄປ (2) ຄົນທີ່ບໍ່ມີໂຣກຮ້າຍແຮງເຊັ່ນ ໂຣກຂີ້ຫິດ ຂີ້ກາກ ໂຣກບ້າໝູ ເປັນຕົ້ນ (3) ມີຄວາມ ປະພຶດດີ ບໍ່ຕິດຝິ່ນ ກັນຊາແລະສຸຣາ ເປັນຕົ້ນ (4) ຄົນທີ່ບໍ່ມີໜີ້ເຕັມຕົວແລະໄດ້ຮັບອະນຸຍາດຈາກບິດາມານດາໃຫ້ບວຊ (5) ບໍ່ມີປັບພະຊາໂທດ ແລະມີຮູບຮ່າງສົມບູນ ບໍ່ແກ່ຊະຣາ ທຸພົລພາບຫລືພິກົລພິການ (6) ມີອັດຖະບໍຣິຂານຄົບ (ບໍຣິຂານ 8) ໄດ້ແກ່ ບາຕ (ປັຕໂຕ), ຜ້ານຸ່ງຫລືຜ້າສະບົງ (ອັນຕະຣະວະສະໂກ), ຜ້າຄຸມຫລືຈີວອນ (ອຸຕຕະຣາສັງໂຄ), ຜ້າພາດບ່າຫລືສັງຄາ (ສັງຄາຕິ), ສາຍຮັດແອວຫລືຜ້າມັດແອວ, ຜ້າຕອງນ້ໍາ (ທະມະກະຣົກ), ມີດແຖ (ສໍາຫລັບໃຊ້ແຖຜົມ ແຖໜວດ) ແລະກັບຫລື ກ່ອງເຂັມພ້ອມດ້ວຍດ້າຍ (ສຳຫລັບຫຍິບ ດົ້ນຜ້າ)

  4. ຂັ້ນຕອນຂອງການບວຊ

      ຫລັງຈາກຜູ້ທີ່ຈະຂໍບວຊບໍ່ມີຄຸນສົມບັດຕ້ອງຫ້າມ ແລະມີຄຸນສົມບັດຂອງຜູ້ຈະບວຊຄົບຖ້ວນ ມີສັດທາອັນແຮງກ້າ ໃນການບວຊ ແຈ້ງຈຸດປະສົງຕໍ່ວັດທີ່ຈະບວຊ ກໍາໜົດວັນ ເວລາແລະສະຖານທີ່ ກຽມຕົວໃຫ້ພ້ອມແລະທ່ອງຄໍາ ປັບພະຊາອຸປະສົມບົທ ໃຫ້ຖຶກຕ້ອງຕາມຂັ້ນຕອນແລ້ວກໍພານາຄໄປວັດ ຕາມທຳນຽມມີການວຽນປະທັກສິນ (ວຽນຂວາ) ອ້ອມໂບສຖ໌ 3 ຮອບ ແລ້ວເຂົ້າໂບສຖ໌ເພື່ອທໍາພິທີປັບພະຊາອຸປະສົມບົທ ຊຶ່ງມີຂັ້ນຕອນ ດັ່ງນີ້

(1) ໃຫ້ນາຄປັບພະຊາເປັນສາມະເນນ
(2) ຂໍນິສັຍ (ຂໍໃຫ້ພຣະອຸປັດຊາຍ໌ເປັນທີ່ເພິ່ງຫລືເປັນແບບຢ່າງແຫ່ງຄວາມປະພຶດ)
(3) ຖືອຸປັດຊາຍ໌
(4) ຕັ້ງຊື່ພາສາບາລີໃຫ້ແກ່ຜູ້ອຸປະສົມບົທ ແລະບອກຊື່ພຣະອຸປັດຊາຍ໌ (ໃນລາວເຮົານິຍົມຕັ້ງຊື່ນາຄະ ແທນນາຄ ແລະບອກຊື່ຕິສສະເຖໂຣ ແທນຊື່ພຣະອຸປັດຊາຍ໌)
(5) ຂໍບາຕແລະຈີວອນໃຫ້ແກ່ຜູ້ຂໍອຸປະສົມບົທ
(6) ບອກໃຫ້ຜູ້ອຸປະສົມບົທອອກໄປຢືນນອກຫັຕຖະບາທສົງຄ໌ເພື່ອຕອບຄໍາຖາມ (ອັນຕະຣາຍິກະທັມ)
(7) ສົມມຸດໃຫ້ພິກຂຸອົງຄ໌ 1 ຫລື 2 ອົງຄ໌ ສອບຖາມອັນຕະຣາຍິກະທັມກັບຜູ້ຂໍອຸປະສົມບົທ
(8) ຜູ້ຂໍອຸປະສົມບົທມີຄຸນສົມບັດຄົບຖ້ວນ ກໍ່ຈະຖຶກຮຽກເຂົ້າມາໃນທ່າມກາງສົງຄ໌
(9) ຜູ້ອຸປະສົມບົທເປັ່ງວາຈາຂໍອຸປະສົມບົທ (ຂໍບວຊ)
(10) ສົມມຸດພິກຂຸອົງຄ໌ໃດອົງຄ໌ໜຶ່ງຫລືສອງອົງຄ໌ສອບຖາມອັນຕະຣາຍິກະທັມ
(11) ຂໍມະຕິຈາກສົງຄ໌ ເມື່ອໄດ້ຮັບມະຕິເປັນເອກະສັນ ການບວຊຈຶ່ງສາມາດດໍາເນິນຕໍ່ໄປ
(12) ເມື່ອພິທີບວຊສໍາເລັດແລ້ວ ພຣະອຸປັດຊາຍ໌ບອກອະນຸສາສນ໌ (ຄໍາສອນຫລືຄໍາຊີ້ແຈ່ງທີ່ພຣະອຸປັດຊາຍ໌ຫລືພຣະກັມມະວາຈາຈາຣຍ໌ບອກແກ່ພິກຂຸຜູ້ບວຊໃໝ່ຫລັງຈາກບວຊແລ້ວ ເພື່ອບໍ່ໃຫ້ທໍາຜິດພາດໃນສິ່ງທີ່ບໍ່ຮູ້ມາກ່ອນ) ເປັນອັນຈົບພິທີບວຊ

      ເມື່ອບວດແລ້ວ ພຣະພິກຂຸບວດໃໝ່ຈະຕ້ອງຖືນິສັຍຈາກອຸປັດຊາຍ໌ (ອາສັຍອຸປັດຊາຍ໌ເພື່ອຮຽນຮູ້ຈັກຣະບຽບການດໍາເນີນຊີວິດໃນເພດສະມະນະ) ເລີ່ມຕັ້ງແຕ່ການນຸ່ງຜ້າ ການຍ່າງ ຢືນ ນັ່ງ ນອນ ການບິນທະບາດ ການສັນ ການດື່ມ ການຄ້ຽວ ການໂອ້ລົມສົນທະນາ ການສໍາຣວມຣະມັດຣະວັງທາງຕາ ຫູ ດັງ ລີ້ນ ກາຍ ໃຈ ການໃຊ້ເສນາສະນະ ການຖ່າຍ ອຸດຈາຣະ ການຖ່າຍປັດສາວະ ການຖົ່ມນໍ້າລາຍ ການຮູ້ຈັກແລະຊົງຈໍາພຣະວິນັຍທັງ ທີ່ມາ ໃນພຣະປາຕິໂມກຂ໌ແລະພຣະວິນັຍທີ່ມານອກ ພຣະປາຕິໂມກຂ໌ ການຮຽນພຣະໄຕຣປິດົກທັງສ່ວນຂອງພຸທພົດຈ໌ແລະອັດຖະກະຖາ ເປັນຕົ້ນ ຖ້າພິກຂຸນັ້ນເປັນຜູ້ສລາດ ສາມາດຮໍ່າຮຽນ ແລະເຂົ້າໃຈໃນທັມວິນັຍໄດ້ດີ ເມື່ອກາຍພັນສາ 5 ແລ້ວ ກໍບໍ່ຈໍາເປັນຕ້ອງຖືນິສັຍອີກ ຮຽກວ່າຜູ້ພົ້ນຈາກການຖືນິສັຍ ເພາະສາມາດປົກຄອງ ຕົວເອງໄດ້ຕາມພຣະທັມວິນັຍແລ້ວ ແຕ່ຖ້າພຣະພິກຂຸເປັນຜູ້ບໍ່ສລາດ ບໍ່ມີຄວາມສາມາດໃນການສຶກສາ ບໍ່ເຂົ້າໃຈໃນຫລັກທັມວິນັຍ ພິກຂຸຜູ້ເຊັ່ນນີ້ກ່ໍຕ້ອງຖືນິສັຍຕໍ່ໄປ ເຖິງແມ່ນວ່າພັນສາຈະກາຍ 5 ແລ້ວກໍຕາມ

  
5. ການເອີ້ນຊື່ພຣະບວດໃໝ່ແລະການແຕ່ງຕັ້ງສະມະນະສັກ (ຍົດຂອງພຣະສົງຄ໌)


      ສໍາຫລັບການເອີ້ນຄໍານໍາໜ້າຊື່ພຣະບວດໃໝ່ ສາມາດເອີ້ນໄດ້ຫລາຍແບບ ຊຶ່ງອິງຕາມແຕ່ລະທ້ອງຖິ່ນທີ່ນິຍົມເອີ້ນກັນ ເຊັ່ນ ເອີ້ນພຣະ ບວດໃໝ່ວ່າ ພຣະ ໝ່ອມ ເຈົ້າຫົວໝ່ອມ ຕຸ ສາທຸ ຄູບາ ຍາຄູ ອາຈາຣຍ໌ ພຣະອາຈາຣຍ໌ ເປັນຕົ້ນ ນອກຈາກຄໍາສັບຕ່າງໆ ທີ່ໃຊ້ເອີ້ນພຣະບວດ ໃໝ່ແລ້ວຍັງມີຄໍາສັບອີກຈໍານວນໜຶ່ງທີ່ໃຊ້ເອີ້ນນໍາໜ້າຊື່ພຣະ ໃນພຸທສາສນາເຊັ່ນ ພຣະມະຫາ ຊຶ່ງເປັນຄໍາສັບສະມະນະສັກໃຊ້ນໍາໜ້າຊື່ ພຣະພິກຂຸທີ່ສອບເສັງພາສາບາລີໄດ້ຕັ້ງແຕ່ ປະຣຽນທັມ 3 ປະໂຫຍກຂຶ້ນໄປ ຄໍາວ່າ ມະຫາ ມາຈາກສັບໃນພາສາບາລີວ່າ ມະຫັນຕະ ຫຍ້ໍຮູບເປັນ ມະຫາໃຊ້ນໍາໜ້າພຣະເຖຣະຜູ້ມີຮ່າງກາຍສູງໃຫຍ່ໃນຄັ້ງພຸທກາລເຊັ່ນ ພຣະມະຫາກັດສະປະເຖຣະ ພຣະມະຫາໂມກຄັນລານະ ແລະຍັງໃຊ້ນໍາໜ້າ ຍົກຍ້ອງພຣະເຖຣະຜູ້ເປັນທີ່ໜ້າເຄົາລົບນັບຖືວ່າ ພຣະມະຫາເຖຣະ ແປວ່າ ພຣະເຖຣະຜຼ້ໃຫຍ່

ນອກຈາກນີ້ໃນສມັຍພຣະຣາຊະອານາຈັກລາວຍັງໄດ້ມີກົດໝາຍປົກຄອງຄະນະສົງຄ໌ຂຶ້ນຮຽກວ່າ ພຣະຣາຊະບັນຍັດ ຄະນະສົງຄ໌  ໃນພຣະຣາຊະ ບັນຍັດຄະນະສົງຄ໌ສະບັບປະກາດໃຊ້ເມື່ອວັນທີ 25 ພຶສພາ 2502 (ຄ.ສ.1959)  ໝວດທີ 1 ວ່າດ້ວຍສະມະນະສັກ ແລະຕໍາແໜ່ງສົງຄ໌ ມາຕາ 2 ຊັ້ນຍົດຂອງພຣະສົງຄ໌ໃນພຣະຣາຊະອານາຈັກລາວມີ 6 ຂັ້ນ ໄດ້ແກ່ (1) ພຣະຍອດແກ້ວ ຕໍາແໜ່ງສົມເດັດພຣະສັງຄະຣາຊ (ເປັນຕໍາແໜ່ງ ສູງສຸດຂອງການປົກຄອງຄະນະສົງຄ໌ລາວ) (2) ພຣະລູກແກ້ວ ຕໍາແໜ່ງ ຮອງສົມເດັດພຣະສັງຄະຣາຊ (3) ພຣະຫລັກຄໍາ ຕໍາແໜ່ງພຣະຣາຊາ ຄະນະ (4) ພຣະຄຣູ ພຣະທີ່ມີອາຍຸພັນສາ 10 ຂຶ້ນໄປ (5) ພຣະຊາ ພຣະທີ່ມີອາຍຸພັນສາ 5 ຂຶ້ນໄປ ແລະ (6) ສົມເດັດ (ສັມເລັດ) ພຣະທີ່ມີອາຍຸ ພັນສາຕ່ໍາກວ່າ 5[5] ແຕ່ໃນທັມມະນູນ ປົກຄອງສົງຄ໌ລາວ (ສະບັບປັບປຸງ) 2547 (ຄ.ສ.2004) ບໍ່ໄດ້ກ່າວເຖີງການແຕ່ງຕັ້ງແລະມອບສະມະນະສັກ ໃຫ້ແກ່ພຣະສົງຄ໌ ແຕ່ປະການໃດ ພຽງແຕ່ກ່າວເຖີງ ການຈັດຕັ້ງຂອງ ຄະນະບໍຣິຫານສົງຄ໌ ຊຶ່ງໃນໝວດທີ່ 4 ມາຕາ 13 ກ່າວເຖີງອົງການ ພຸທສາສນາສຳພັນລາວ ເປັນອົງການບໍຣິຫານຂັ້ນສູງສຸດ ຂອງພຣະສົງຄ໌ລາວ ຈັດຕັ້ງຂື້ນຕາມລະບົບການລວມສູນປະຊາທິປະໄຕ ນໍາພາເປັນຄະນະ ຮັບຜິດຊອບເປັນບຸກຄົນ ທຸກຄົນຂຶ້ນກັບການຈັດຕັ້ງສຽງສ່ວນນ້ອຍຂຶ້ນກັບສຽງສ່ວນຫລາຍ ຂັ້ນລຸ່ມຂຶ້ນກັບ ຂັ້ນເທິງ ທັງໝົດຂຶ້ນກັບກອງ ປະຊຸມໃຫຍ່ ແລະມາຕາ14 ໄດ້ກ່າວເຖີງສາຍໃຍການຈັດຕັ້ງຂອງອົງການພຸທສາສນາສຳພັນລາວມີ 4 ຂັ້ນຄື (1) ຂັ້ນສູນກາງ (2) ຂັ້ນແຂວງ ນະຄອນຫລວງແລະເຂດພິເສດ (3) ຂັ້ນເມືອງ ແລະ (4) ຂັ້ນວັດ[6]

ນອກຈາກຄໍາສັບຕ່າງໆ ສະມະນະສັກ ຕໍາແໜ່ງຂອງພຣະສົງຄ໌ທີ່ໄດ້ກລ່າວມາຂ້າງຕົ້ນນັ້ນ ຍັງມີຄໍາສັບອີກຈໍານວນຫນຶ່ງ ທີ່ມັກ ເອີ້ນຄໍາ ນໍາຫນ້າ ພຣະເຊັ່ນ ສາທຸພໍ່ ຍາພໍ່ ຍາປູ່ ຊຶ່ງຄໍາດັ່ງກ່າວໜ້າຈະເປັນຄໍາສັບທີ່ເອີ້ນນໍາໜ້າພຣະສົງຄ໌ ທີ່ເຄີຍສ້າງຄອບຄົວ ມີລູກຫລານ ແລ້ວເຂົ້າບວດ ເປັນພຣະໃນພຸທສາສນາ ສ່ວນຄໍາວ່າ “ຍາທ່ານ” ເປັນຄໍາສັບທີ່ຄົນລາວພາກໃຕ້ແລະພາກກາງ ຕອນໃຕ້ໃຊ້ເອີ້ນ ຄໍານໍາໜ້າ ພຣະສົງຄ໌ ທີ່ມີອາຍຸ ພັນສາ 20 ຂຶ້ນໄປ ຊຶ່ງພຣະສົງຄ໌ອົງນັ້ນເປັນຜູ້ປະພຶດດີປະຕິບັດຊອບ ມີຄວາມຕັ້ງໝັ້ນຢູ່ໃນສະມະນະເພດ ທໍາໃຫ້ຊາວບ້ານເກີດຄວາມເຄົາລົບ ສັດທາໃນຕົວທ່ານຢ່າງແທ້ຈິງ

6. ອານິສົງສ໌ຂອງການບວຊ

      (1) ເປັນຜູ້ຮູ້ຈັກບໍຣິຫານເວລາ ຄືເປັນຜູ້ຮູ້ກາລ ເຖິງວ່າຊ່ວງເວລາໃນການບວຊຈະສັ້ນ ແຕ່ຖ້າຕັ້ງໃຈປະຕິບັດຢ່າງແທ້ຈິງ ກໍ່ຈະໄດ້ຮັບ ຄວາມສຸຂສງົບຈາກການບໍາເພັນສະມະນະທັມ

      (2) ມີໂອກາດໄດ້ສຶກສາຫລັກທັມ ໄດ້ເຝິກວິນັຍ ແລະເຂົ້າໃຈວັທນະທັມໃນການຢູ່ຮ່ວມກັນເປັນໝູ່ຄະນະ ຖ້າຕັ້ງໃຈເຝິກຝົນອົບຮົມຕົນເອງ ຢ່າງແທ້ຈິງ ຕໍ່ໄປຈະເປັນຄົນມີຣະບຽບວິນັຍ

      (3) ໄດ້ຝິກສະມາທິ ທໍາຈິຕໃຫ້ສງົບ ຊຶ່ງຈະເປັນຜົລດີຕໍ່ການຮຽນແລະການທໍາງານຕ່າງໆ

      (4) ທໍາໃຫ້ມີຄວາມອົດທົນ ບໍ່ຫວັ່ນໄຫວຕໍ່ອຸປະສັກໃດໆ ທໍາໃຫ້ຮູ້ຈັກຕົນເອງຄື ຮູ້ວ່າຕົນເອງມີຄວາມຮູ້ ຄວາມສາມາດແລະຄຸນນະທັມເທົ່າໃດ ເພື່ອຈະໄດ້ປັບປຸງ ພັດທະນາຕົນເອງໃຫ້ດີຍິ່ງຂຶ້ນ

      (5) ໄດ້ຊື່ວ່າເປັນຜູ້ເລີ້ມຖາກຖາງຫົນທາງໄປພຣະນິບພານ ເພາະຜູ້ບວຊຍ່ອມໄດ້ໂອກາດໃນການສັ່ງສົມ ເນກຂັມມະບາຣະມີ (ບາຣະມີທີ່ເກິດຈາກການອອກບວຊ) ຕາມຮອຍບາທຂອງພຣະພຸທເຈົ້າ

      (6) ຜູ້ບວຊຍ່ອມໄດ້ບຸນໃຫຍ່ທີ່ຈະຊ່ວຍປິດອະບາຍ ເປິດຫົນທາງສວັນຄ໌ແລະພຣະນິບພານ ຕິດຕົວໄປຍາວນານເຖິງ 64 ກັລປ໌

      (7) ຜູ້ບວຊແລະຜູ້ສນັບສນຸນການບວຊ (ເຈົ້າສັທທາບວຊ) ຍ່ອມໄດ້ອານິສົງສ໌ (ຜົລທີ່ໄດ້ຈາກການທໍາຄວາມດີ) ຄື ເປັນຜູ້ມີປັນຍາ ສັມມາທິຖິ ສົມບູນດ້ວຍໂພຄະຊັພຍ໌ ແລະອະຣິຍະຊັພຍ໌ ຈະໄດ້ເກິດໃນດິນແດນ ທີ່ມີພຣະພຸທສາສນາ ຈະເຣິນຮຸ່ງເຮືອງໄປນັບພົບນັບຊາດບໍ່ຖ້ວນ

      (8) ສ້າງຜູ້ນໍາທາງສີລທັມໃຫ້ເກິດຂຶ້ນໃນປະເທດຊາດແລະສັງຄົມ ຈະໄດ້ຊ່ວຍກັນສືບທອດອາຍຸພຣະພຸທສາສນາໃຫ້ຢູ່ຄູ່ປະເທດຊາດແລະສັງຄົມຕລອດໄປ

      (9) ສ້າງຄວາມຮັກ ຄວາມສາມັກຄີໃຫ້ເກິດຂຶ້ນແກ່ພຸທບໍຣິສັດ 4 ເພື່ອໃຫ້ທຸກພາກສ່ວນມີບົດບາດ ໃນການຟື້ນຟູ ສີລທັມ ແລະພັດທະນາສັງຄົມໄດ້ຢ່າງຍືນຍົງຕໍ່ໄປ

วันจันทร์ที่ 19 มีนาคม พ.ศ. 2561

ສຸພາສິດສອນໃຈ ແລະ ຄຳພັງເພີຍ 333


1.     ເຄາະມື້ຜີປັນ ເຄາະວັນຜີແຕ່ງ.
2.     ຫລົມແຄ່ງຫາ ຫລົມຂາສອດ.
3.     ຜູ້ດີຕາຍ ຫ້າລາຍຍັງ.
4.     ຮ້າຍບໍ່ມີ ຫາດີບໍ່ໄດ້.
5.     ໄມ້ແກ່ກວ່າຫລົວ ຈົວແກ່ກວ່າພຣະ.
6.     ນ້ຳຍ້ອຍ ຫອຍໄຕ່.
7.     ອັດລີ້ນປີ່ ຫລິ້ນແຄນ.
8.     ແຮ້ງຄາບມາ ກາຄາບໜີ.
9.     ຜູ້ກິນໆພໍຮາກ ຜູ້ຢາກໆພໍຕາຍ.
10.    ໜີບໍ່ມົ້ມ ກົ້ມບໍ່ຫວິດ.
11.    ກິນເຂົ້າໂຕ ຢ່າໂສຄວາມເພິ່ນ.
12.    ກິນຫຼາຍທ້ອງແຕກ ແບກຫລາຍຫລັງຫັກ.
13.    ກິນສົມຢາກ ປາກສົມຄຽດ.
14.    ກິນມຳໆ ບໍ່ຄະລຳເບິ່ງທ້ອງ.
15.    ອຶດຈັ່ງຍອມ ຜອມຈັ່ງປົວ.
16.    ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າ ມັນຫລົງມັນລືມ.
17.    ງົວຄວາຍ ເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ຢູ່ແກ່ກິນ.
18.    ເຈົ້າເຮືອນພາເວົ້າ ເຈົ້າເຫລົ້າພາກິນ.
19.    ນ້ຳຂຶ້ນປາກິນມົດ ນ້ຳລົດ ມົດກິນປາ.
20.    ບໍ່ກິນຜັກ ບໍ່ມີເຫຍື່ອທ້ອງ ບໍ່ເອົາພີ່ນ້ອງເສຍໜໍ່ເສຍແນວກ
21.    ປາໃຫຍ່ກິນປານ້ອຍ ປາສ້ອຍກິນປາຊິວ.
22.    ໝາຫລາຍເຈົ້າກິນເຂົ້າຫລາຍເຮືອນ.
23.    ຍາມກິນບໍ່ຮຽກ ຍາມວຽກແລ້ວໃຊ້.
24.    ແລ່ນໄວໄດ້ສາມເລົ່າ ແລ່ນເຕົ່າໄດ້ສາມໜອງ.
25.    ສົມພໍກັນຈັງມັນພໍກິນ.
26.    ໜູກັດຫູກຈຶ່ງຮູ້ຄຸນແມວ ລູກແຂນແອວຈຶ່ງຮູ້ຄຸນແມ່.
27.    ເຫັນຂອງກິນຢາກບວດ ເຫັນຂອງສວດຢາກສິກ.
28.    ຢາກກິນຫຼາຍໄດ້ກິນທໍ່ກ້ອຍ ຢາກກິນໜ້ອຍ ໄດ້ກິນທໍ່ໂປ້ມື.
29.    ເອີ້ນກິນແລ່ນໃສ ເອີ້ນໃຊ້ແລ້ວໜີ.
30.    ຢູ່ໃຫ້ເກືອກິນດັ່ງ ຢູ່ໃກ້ຄັ່ງຍ້ອມຜ້າບໍ່ແດງ.
31.    ຢາກກິນເຂົ້າ ຢ່າຫຸງຫລາຍ ອຶດນອນນານຕາຍ.
32.    ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ.
33.    ເຮັດດີຜີປັນນາໃຫ້.
34.    ທຸກໃຫ້ລ້ຽງມ້າ ກຳພາໃຫ້ລ້ຽງໝູ.
35.    ມີເງິນເວົ້າໄດ້ ມີໄມ້ ເຮັດເຮືອນງາມ.
36.    ມີເງິນໃຫ້ເພິ່ນກູ້ ມີຊູ້ໃຫ້ເພິ່ນຫລອນ.
37.    ມີເປັນຄົນ ຈົນເປັນໝາ.
38.    ຢາກທຸກໃຫ້ເປັນນາຍຄົນ ຖ້າຢາກສົນລະວົນໃຫ້ເອົາເມັຍນ້ອຍ.
39.    ຢາກຈົນໃຫ້ຂີ້ຖີ່ ຢາກມີໃຫ້ທຳທານ.
40.    ຢາກທຸກໃຫ້ເປັນນາຍຄົນ ຢາກສະບາຍໃຫ້ເປັນແຫລ້ງ.
41.    ຢາກທຸກໃຫ້ຄ້າຄວາຍ ຢາກລ້ຳລວຍໃຫ້ຄ້າໃຫ້ຄ້າໂຄກຄ້າເບ້ຍ.
42.    ຢາກມີຫລາຍມັນໄຮ້ ຢາກໄດ້ຫລາຍມັນຕາຍ.
43.    ຢາກມີໃຫ້ຢືມເພິ່ນໄປຄ້າ ຢາກຂຶ້ນຊັ້ນຟ້າໃຫ້ຂ້າເຈົ້າເອົາຂອງ.
44.    ເພິ່ນຊັງໂຕຢາຊັງຕອບ.
45.   ວ່າໂຕກະດັກ ເພິ່ນພັດແຮງກະດໍ້ ວ່າໂຕນັ່ງກໍ້ຈໍ້ ເຂົາພັດຂຶ້ນນັ່ງຕໍ
46.   ຢຳກົກໃຫ້ຢຳເຫງົ້າ ຢຳເງົາໃຫ້ຢຳງ່າ.
47.   ຢ່າເຊື່ອໃຈທາງ ຢ່າວາງໃຈຄົນ ມັນຊິຈົນໃຈໂຕ.
48.   ຄົນຫລັກຄ້າໃກ້ ຄົນໃບຄ້າໄກ.
49.   ຄົນຕ່າງຄົນ ຂົນກົ້ນຕ່າງກັນ.
50.   ຄວາຍຕູ້ມັກຮານ ຄົນພານມັກຄວາມ.
51.   ຄວາຍຕູ້ມັກຊົນ ຄົນຈົນມັກເວົ້າ.
52.   ຄົນຕ່າງບ້ານ ຫວ້ານຕ່າງສວນ.
53.   ຄົນດີບ້ານນອກ ບໍ່ທໍ່ຂີ້ຄອກໃນເມືອງ.
54.   ງາມແຕ່ຮູບ ຈູບບໍ່ຫອມ.
55.   ໂງ່ຄົນຢູ່ໃຕ້ ໂງໄມ້ຢູ່ເທິງ.
56.   ຊົ່ວເຈັດທີ ດີເຈັດເທື່ອ.
57.   ບວດສາມທີ ຊີສາມເທື່ອ.
58.   ໄປບໍ່ດີແພ້ຮ່າງ ຍ່າງບໍ່ດີ ແພ້ຄີງ.
59.   ຜູ້ຕື່ນເດີກຂີ້ໃກ້ ຜູ້ຕື່ນສວາຍຂີ້ໄກ.
60.   ຜີທຽວທາງບົນ ຄົນທຽວທາງລ່າງ.
61.   ຜູ້ຕາຍຂາຍຜູ້ຍັງ.
62.   ຝົນຕົກຂີ້ໝາໄຫຼ ຄົນຈັ່ງໄຮພໍ້ກັນ.
63.   ເລື້ອກຜັກໄດ້ກິນບົ້ງ ເລືອກຂາຈົ່ງໄດ້ກິນຂາມະເຮັງ.
64.   ຫົວດຳໄປກ່ອນ ຫົວດ່ອນນຳຫລັງ.
65.   ຢ່າໃຫ້ເຂົາຕັດຕີນສິນມື.
66.   ເອົາເມຍສາວ ປານໄດ້ງົວຊາວແມ່-
ເອົາເມຍແກ່ປານໄດ້ແມ່ຊົວຄົນ.

67.    ຮ້າຍສາມທີດີສາມເທື່ອ.
68.    ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ.
69.    ກຳຂີ້ດີກວ່າກຳຕົດ.
70.    ງານຫຼວງຢ່າໃຫ້ຂາດ ງານລາດຢ່າໃຫ້ໄລ.
71.    ຊ່າງເຫຼັກຖືພ້າຂໍ ຊ່າງໝໍ້ໃຊ້ໝໍ້ແຕກ.
72.    ຊ່າງມືມັນຍາກ ຊ່າງປາກມັນງ່າຍ.
73.    ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ.
74.    ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າຂີ່ຂອນ.
75.    ຕາຊິບອດມັນແດງ ຂອງຊິແພງມັນຖືກ.
76.    ນັ່ງໃຫ້ເບິ່ງທີ່ ໜີໃຫ້ເບິ່ງບ່ອນ.
77.    ຢູ່ໃຫ້ປູກມອນ ໜີໃຫ້ຊອນຮົ້ວ.
78.    ນາແລ້ວຂ້າຄວາຍເຖິກ ເສິກແລ້ວຂ້າຄົນຫານ.
79.    ໜັກຢ່າເຊົາ ເບົາຢ່າແລ່ນ.
80.    ໜັກເອົາເບົາສູ້.
81.    ບ່ອນຕ່ຳໃຫ້ຄູນ ບ່ອນນູນໃຫ້ຖາກ
82.    ບ່ອນຍ້ອມບໍ່ແດງ ບ່ອນແປງບໍ່ໃຫມ່.
83.    ເບິ່ງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ.
84.    ໄປເສິກໄປຂ້າ ໄປຄ້າໄປຕົວະ.
85.    ໄປປ່າຢ່າມາດາຍ ຫາຟືນຕາຍມາແກ້ງກົ້ນໝໍ້.
86.    ເພິ່ນຂີ້ຈັ່ງຫາຂອນ ເພິ່ນນອນຈັ່ງຫາບ່່ອນ.
87.    ມື້ແລງກວດເຂົ້າ ມື້ເຊົ້າກວດອອກ.
88.    ໝັ່ນຫລັງດ້ານ ຂີ້ຄ້ານຫຼັງຫັກ.
89.    ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ.
90.    ຮັກຜູ້ແຮງໃຫ້ແພງຜູ້ໃຊ້.
91.    ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່.
92.    ຫາບດີກວ່າຄອນ ນອນດີກວ່ານັ່ງ.
93.    ຢ່າເອົາເສິກມາໃສ່ບ້ານ ຢ່າເອົາຫວ້ານມາໃສ່ສວນ.
94.    ຢູ່ບ້ານເພິ່ນຢ່ານັ່ງດູດາຍ ປັ້ນຮູບງົວຮູບຄວາຍ-
ໃຫ້ລູກເພິ່ນຫລິ້ນ
95.    ຢາກຮອດໄວໃຫ້ຄານ ຢາກຮອດນານໃຫ້ແລ່ນ.
96.    ເບິ່ງວັດໃຫ້ເບິ່ງຖານ ເບິ່ງສົມພານໃຫ້ເບິ່ງຈົວນ້ອຍ.
97.    ເຮັດນາວ່າປີໜ້າ ໄປຄ້າວ່າປີຮື.
98.    ຫາບຝຸ່ນໃສ່ນາຂຸມ
99.    ເຮັດໃຫ້ສົມຕົ້ມໃຫ້ສຸກ.
100.  ເຮັດນາບໍ່ເສຍໄຮ່ ລ້ຽງໄກ່ບໍ່ເສຍຮັງ.
101.  ເຮັດໃຫ້ເປັນ ເຂັນໃຫ້ຂາດ.
102. ກາງຄືນເປັນນົກເຕັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ
103. ໄດ້ໃຫມ່ລືມເກົ່າ ໄດ້ເຕົ່າລືມໝາ.
104. ຕັກແຕນບໍ່ສົມພໍດີດກະດີດ ນົກປີກບໍ່ສົມພໍບິນກະບິນ.
105. ໄຟໄໝ້ປ່າຈັ່ງເຫັນໜ້າໜູ ນ້ຳຖ້ວມຮູ ຈັ່ງເຫັນໜ້າຈີຫລໍ່.
106. ໄມ້ອ່ອນບໍ່ຫ່ອນຫັກ.
107. ຍາມຍາກຄິດເຫັນນາຍ ຍາມຕາຍຄິດຮອດພຣະ.
108.  ເຮືອຫລົ້ມບາດຈອດ ຕາບອດບາດເຖົ້າ.
109.  ໄວຫຼາຍຖືກມອງ ວອງຫຼາຍຖືກຂ່າຍ.
110.  ເວົ້າຈອດໆ ບໍ່ບອດກະຫ່ານ.
111.  ສະໜຸກຢ່ານອນ ເມຍວອນຢ່າຍິນ.
112.  ໃຫຍ່ຍ້ອນກິນເຂົ້າ ເຖົ້າຍອນເກີດຫຼາຍປີ.
113.  ຢູ່ປ່າຢ່າທ້າເສືອ ຂີ່ເຮືອຢ່າທ້າເງື້ອກ.
114.  ຕຶກແຫໄດ້ປາໄຂ່ ເອົາເມຍໃຫມ່ໄດ້ລູກພ້ອມ ບຸນສ້າງແຕ່ຫຼັງ.
115.  ບຸນຫລົ່ນທັບ ຊັບຫລົ່ນເຕັງ.
116.  ບຸນໃຫ້ຫາບ ບາບໃຫ້ຫິ້ວ.
117.  ໄປຫາພຣະເອົາຂອງໄປຖວາຍ ໄປຫານາຍເອົາຂອງໄປຕ້ອນ.
118.  ເຮັດບຸນເອົາຫນ້າ ພາວັນນາເອົາລາບ.
119.  ແກ້ວບໍ່ຜັດ ສາມປີເປັນແຮ່ ພີ່ນ້ອງບໍ່ແວ່ ສາມປີເປັນອື່ນ.
120.  ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ.
121.  ຄໍາທໍ່ຫົວໝາ ບໍ່ທໍ່ນານອກບ້ານ.
122.  ເງິນເຕັມພາບໍ່ທໍ່ຜະຫຍາເຕັມພຸງ.
123.  ເຖົ້າສາມຂາ ມີປັນຍາຫາໄວ້ໃຊ້.
124.  ເບິງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່.
125.  ບ່າວໃດດີໃຫ້ໄຫວ້ ນາຍໃດໃຊ້ໃຫ້ຕຶກຕອງ.
126.  ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ວຍ-
ຖ້າຢາກຊ່ວຍແທ້ໆ ໃຫ້ພິຈາລະນາ.
127.  ມີຜົວ-ເມຍໃຫ້ຊ່າງຍ້ອງ ມີນ້ອງໃຫ້ຊ່າງອອຍ.
128.  ສິບຮູ້ບໍ່ທໍ່ເຄີຍ ສິບລູກເຂີຍບໍ່ທໍ່ພໍ່ເຖົ້າ.
129.  ຢ່າຟັງຄວາມເບົາ ຢ່າເອົາຄວາມງ່າຍ.
130.  ຫມົກປາແດກຍັງມີຄູ ຈີປູຍັງມີວາດ.
131.  ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ.
132.  ຮຽນໃຫ້ສຸດ ຂຸດໃຫ້ເຖິງ ເບິ່ງໃຫ້ເປັນ.
133.  ໄກ່ສາມເດືອນພໍຂ້າ ມ້າສາມປີພໍຂີ່.
134.  ຂ້ອຍບໍ່ມີເຈົ້າ ບ່າວບໍ່ມີນາຍ.
135.  ເຂົ້າໜີນາ ປາໜີນ້ຳ.
136.  ຂອງດີມີຄ່າ ຢາດີມີຄຸນ.
137.  ຊ້າງດີຢູ່ງາ ປາດີຢູ່ເນື້ອ ເສືອດີຢູ່ຊື່.
138.  ຊ້າງຊິຕາຍທາວເຄືອ ເສືອຊິຕາຍທາວເລົ່າ.
139.  ຊື່ທໍ່ຊ້າງ ຮ່າງທໍ່ແມວ.
140.  ຊ້າເປັນການນານເປັນຄຸນ.
141.  ເຊື່ອໃຈປາກມັນຍາກພິ່ນ້ອງ ເຊື່ອໃຈທ້ອງມັນແກ່ມຖົງເງິນ.
142.  ຍິງງາມແພ້ຜົວ ງົວດີແພ້ປ່າ.
143.  ໄດ້ຢ່າຍ້າມ ບໍ່ໄດ້ຢ່າຫລາບ.
144.  ແດດອອກ ໝອກຫາຍ.
145.  ບໍ່ເສຍບໍ່ມີບ່ອນໄດ້ ກິ່ນບໍ່ໃຊ້ເປັນໜີ້ເທົ້າຕາຍ.
146.  ຕົ້ນໄມ້ໃບດົກນົກແກ່ນ.
147.  ຕາຍໃຫ້ຝັງ ຍັງໃຫ້ລ້ຽງ.
148.  ຕາຍເປັນຜີ ໜີເປັນເພິ່ນ.
149.  ຕັດຫວາຍຢ່າໄວ້ໜໍ່ ຕັດພໍ່ຢ່າໄວ້ລູກ.
150.  ຕົກໄມ້ ຕົກເສຍ ຕົກເມຍ ຕົກໄດ້.
151.  ຕາດີໄດ້ ຕາໃບ້ເສຍ.
152.  ຖີ່ລອດຕາຊ້າງ ຫ່າງລອດຕາເຂັມ.
153.  ທຸກໃຫ້ລ້ຽງ ປາກຖຽງໃຫ້ໄລ່ໜີ.
154.  ເຮັດອັນໃດ ໃສ່ໃຈອັນນັ້ນ.
155.  ນາດີຖາມຫາເຂົ້າປູກ ລູກດີ ຖາມຫາພໍ່ແມ່.
156.  ນອນບໍ່ຫຼັບໃຫ້ໄປທ່ຽວ ມີສ່ຽວໃຫ້ໄປຢາມ.
157.  ນອນຂວັມໃຫ້ເບິ່ງເຊືອກຄວາຍ ນອນຫງາຍໃຫ້ເບິ່ງໄພຫຍ້າ.
158.  ນ້ຳເຢັນປາຂ້ອນ ນ້ຳຮ້ອນປາຜ່າຍ.
159.  ນາສອງເໝືອງ ເມືອງສອງເຈົ້າ ຢ້າວສອງເຂີຍ (ຄະລຳ).
160.  ນຸ່ງຜ້າລາຍໝາເຫົ່າ ເວົ້າຄວາມເກົ່າມັນຜິດກັນ.
161.  ນ້ຳໄດ້ຮູ ປູໄດ້ຮອຍ.
162.  ແນວມັນມີໝາກເຂືອຫຳມ້າ ບໍ່ໄດ້ກ້າມັນຫາກເກີດມາເອງ.
163.  ນອນສູງໃຫ້ນອນຂວັມ ນອນຕ່ຳໃຫ້ນອນຫງາຍ.
164.  ນ້ຳຂຶ້ນບົວລອຍ ນ້ຳຍ້ອຍຫອຍໄຕ່.
165.  ນອນຫລັບບໍ່ຮູ້ ນອນຄູ້ບໍ່ຝັນ.
166.  ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ.
167.  ບ້ານໃກ້ບໍ່ອຶດເກືອ ໄປທາງເຮືອບໍ່ອຶດນ້ຳ.
168.  ບ້ານໃກ້ທ່າບໍ່ໄດ້ຢູ່ເຮືອນແພ ບ້ານໃກ້ເຊບໍ່ໄດ້ກິນປາແດກ.
169.  ບ່ອນເຂັດໃຫ້ຢຳ ບ່ອນຄະລຳໃຫ້ຢ້ານ.
170.  ບຸນສອນບໍ່ທໍ່ບຸນເກີດ.
171.  ບໍ່ມີຝອຍຫມາບໍ່ຫ່ອນຂີ້ ບໍ່ມີໜີ້ເຂົາບໍ່ຫ່ອນຖາມ.
172.  ບໍ່ມີເມຍບໍ່ອຶດລູກໃຊ້ ບໍ່ມີໄມ້ ບໍ່ອຶດເຮືອນນອນ.
173.  ບໍ່ມີຄວາມຮູ້ຢ່າເວົ້າການເມືອງ ບໍ່ນຸ່ງຜ້າເຫຼືອງຢ່າເວົ້າການວັດ.
174.  ບ້ານສູນເສົ້າ ມີເຖົ້າຫລາຍຄົນ.
175.  ເປັນຂ້ອຍໃຫ້ເປັນຂ້ອຍພະຍາ ເປັນຫມາໃຫ້ເປັນໝາວັດ.
176.  ໄປໃຫ້ລາ ມາໃຫ້ຄອບ.
177.  ປາໂຕດຽວເໜົ່າໝົດຂ້ອງ.
178.  ປ່າເພິ່ງເສືອ ເຮືອເພິ່ງພາຍ ນາຍເພິ່ງບ່າວ ເຈົ້າເພິ່ງຂ້ອຍ.
179. ປຸກເຮືອນຜິດ ຄິດຈົນເຮືອນວາຍ ເອົາເມຍຜິດຄິດຈົນຮອດວັນຕາຍ.
180. ປຸກເຮືອນຕາມໃຈຜູ້ຢູ່ ຜູກອູ່ຕາມໃຈຜູ້ນອນ.
181. ເປັນນາຍໃຫ້ຮັກໝູ່ ເປັນປູ່ໃຫ້ຮັກຫລານ.
182. ປາກກ່ອນຄວາມ ຂານກ່ອນເຈົ້າ.
183. ເປັນຄົນໃຫ້ເຂົາໃຊ້ ເປັນໄມ້ໃຫ້ເຂົາຟັນ.
184. ປາອອກແຫປາໂຕໃຫຍ່ ໄມ້ຢູ່ໄຮ່ ໄມ້ລຳງາມ.
185. ຜ້າຮ້າຍຫໍ່ຄຳແດງ.
186. ຜູ້ຂາຫັກຈາໄລ່ຈັບຊ້າງ ຂີ້ແພ້ອ້າງຄຳຫານ.
187. ຜີເຮືອນບໍ່ດີ ຜີປ່າແຊກ.
188. ພາຍເໜືອເພື່ອຕົກໃຕ້ ໄຫລລົງໄປຖ້ຳພົງແມ່ນ.
189. ຜົວເມຍຮ້າຍຍາມດຽວເປັນເພິ່ນ ພີ່ນ້ອງຮ້າຍຄືຂີ້ບໍ່ເໝັນ.
190. ຜູກຄວາຍໃສ່ຫິນລາດ ເຄົາບ່າຂາດ ຄວາຍກະຕາຍ.
191. ໂຜດເຕົ່າໃຫ້ເຖິງໜອງ.
192. ຜົມບໍ່ຫຼາຍໃຫ້ຕື່ມຊ້ອງ ພີ່ນ້ອງບໍ່ຫຼາຍໃຫ້ຕື່ມສ່ຽວຕື່ມເກີ.
193. ຝົນຊິຕົກຢ່າເຊື່ອດາວ ມີລູກສາວຢ່າເຊື່ອໃຈ.
194. ຝົນຊິຕົກ ຟ້າຂາວດາວແຈ້ງ ຝົນຊິແລ້ງຟ້າມືດຟ້າມົວ.
195. ຮັກສາສາມປາຍ ຈັງຫາຍສາມໂທດ.
196. ສະໝຸກຢູ່ເຮືອນເພິ່ນ ບໍ່ທໍ່ທຸກຢູ່ເຮືອນໂຕ.
197. ເຂົ້າປາຢ່າເສຍເໝືອງ ເຂົ້າເມືອງຢ່າເສຍຂຸມ.
198. ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫວີ.
199. ຂ້າລັກໜີ ຊີລັກບວດ.
200. ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບແຜ່ນດິນ.
201. ຄວາມບໍ່ມີຫາໃສ່ ໄມ້ບໍ່ໃຫຍ່ຫາອືບມາແຖມ.
202. ຄວາຍຊົນກົ້ນແພ້ຫຍ້າແພດ ແດດອອກແພ້ພູເຂົາ.
203. ຄວາມດີຝັງໄວ້ເທົ້າສອກ ຄວາມຊົ່ວຊັກອອກເທົ້າວາ.
204. ເງິນຫົວຂວັນເຈົ້າ ເຂົ້າຫົວຂວັນໝາ.
205. ງາມແຕ່ເຂົ້າ ເຮັດນາແຖມເມືອງ ງາມແຕ່ເມືອງ ມີເຈົ້າຜູ້ໜຶ່ງ.
206. ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກ້ອຍຫົວໃຫຍ່.
207. ຈັບໃຫ້ໝັ້ນ ຄັ້ນໃຫ້ຕາຍ.
208. ເຈັດມື້ລ້ຽງລູກ ມື້ແປດປູກໂພ.
209. ໃຈຮ້າຍເປັນຜີ ໃຈດີເປັນພຣະເຈົ້າ.
210. ເຈົ້ານາຍດີບໍ່ເຫັນແກ່ເງິນແສນໄກ່ ເຫັນແກ່ໄຜ່ແສນເມືອງ.
211. ຊິຖີ້ມກະເສຍດາຍ ຊິບາຍກະຂີ້ດຽດ.
212. ມີຊື່ບໍ່ປະກົດ ມີຍົດບໍ່ລືຊາ.
213. ຟັງຄວາມເມຍ ເສຍພີ່ນ້ອງ. ຟັງຄວາມທ້ອງ ແກ່ມຂອງເຮືອນ
214. ມ້ອນນອນຢ່າເກືອ ເສືອນອນຢ່າປຸກ.
215. ຄົບຄົນພານ ພາໄປຫາຜິດ. ຄົບບັນດິດ ບິດໄປຫາຜົນ.
216. ຕິນຊ້າງຢຽບປາກນົກ.
217. ນົກເຄົ້າທ້ວງຕາແມ່.
218. ຫມາກັດໜັງຊິຍັງຄົນເທື່ອ ເບື່ອພີ່ນ້ອງຍັງຍ້ອງເພິ່ນດີ.
219. ມັກງ່າຍໄດ້ຍາກ ມັກລຳບາກໄດ້ດີ.
220. ຍາມດີບໍ່ໄດ້ເຫັນ ຍາມເໝັນຈັ່ງໄດ້ພໍ້.
221. ຍາມຊື້ຢາກຊື້ພໍຕາຍ ຍາມຂາຍຢາກຂາຍພໍໃຫ້.
222. ຍ່າງນຳກົ້ນຜູ້ເຖົ້າ ຜີເປົ້າບໍ່ກິນ.
223. ລູກແທນພໍ່ ໜໍ່ແທນລຳ.
224. ລູກເວົ້າຍາກພໍ່ແມ່ປາກປຽກ ລູກໂຄຍສຽກພໍ່ແມ່ຢາກອາຍ.
225. ລັກເມື່ອນອນ ຫລອນເມື່ອຫລັບ.
226. ເວົ້າໃຫ້ນົວ ຫົວໃຫ້ມ່ວນ.
227. ເວົ້ານຳໝາໆເລຍປາກ ເວົ້ານຳສາກໆຕີຫົວ.
228. ເຈົ້າແຫກບ້ານມັນບໍ່ມີເມືອງ ເຈົ້າແຫກເມືອງມັນເປັນສູນເສົ້າ
229. ສາມປາກຄິ້ວກວ່າມໍ.
230. ສິບພໍ່ຄ້າ ມາໄຫວ້ພໍ່ນາ ສິບພໍ່ນາບໍ່ທໍ່ອາດຍາລ້ຽງ.
231. ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ.
232. ເຫັນເຂົາທຸກຢ່າຖາມ ເຫັນເຂົ້າງາມຢ່າທ້ວງ.
233. ໝົດໂຄດຍັງເຫລົ່າ ໝົດເຖົ້າເກົ່າຍັງລູກຍັງຫລານ.
234. ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ.
235.  ພິກແຜ່ນດິນ ປີ້ນແຜ່ນຜ້າ ຢາກເຫັນໝ້າໃຫ້ເບິ່ງຫຼັງ.
236.  ບ່າວເສັ້ນເລັ້ນຖືກຕາແສ້ຕາສາວຄວາຍເຂົາຍາວຖືກຕາຂ້າ.
237.  ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງ ເວົ້າໂກງກໍໄດ້.
238.  ໝາຍໄຮ່ໃຫ້ສຸດຕາ ໝາຍນາໃຫ້ສຸດສຽງຮ້ອງ.
239.  ຢາກຮອດໄວໃຫ້ຄານ ຢາກນານໃຫ້ແລ່ນ.
240.  ບ່ອນເຄີຍກິນຢ່າມັກ ບ່ອນເຄີຍຮັກຢ່າເຮັດໃຫ້ເສຍໃຈ.
241.  ຂອງຕ່ຳຢ່າເອົາໄວ້ສູງ ຂອງສູງຢ່າເອົາໄວ້ຕ່ຳ.
242.  ຢ່າຄົ້ນຄວາມເກົ່າ ຢ່າເລົ່າຄວາມຫຼັງ ຢ່າຄົ້ນຜີລຸກ ຢ່າປຸກຜີຕື່ນ.
243.  ພະຍາຊ້າງ ເຖິງແມ່ນວ່າຢູ່ຕໍ່ໝ້າ ສົງຄາມ ກໍບໍ່ປະທ່າທາງ  
ອັ້ນອົງອາດ.
244.  ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ.
245.  ຢ່າຜູກຄວາຍໄກ້ກ້າ ຢ່າຜູກມ້າໄກ້ເຂົ້າ
246.  ສັງສາລະວັດກໍຍາວນານຫຼາຍ ສຳຫຼັບຄົນຜູ້ບໍ່ຮູ້ພຣະສັຈທັມ.
247.  ລາຕີໝຶ່ງຍາວນານ ສຳລັບຄົນທີ່ຕື່ນຢູ່.
248.  ເຮັດບໍ່ເຊົາ ຫາບ່ອນເອົາບໍ່ມີ
249.  ຢ່າຕີເຫຼັກ ຕໍ່ໝ້າຊ່າງ,ຢ່າສອນແຂ້ລອຍນໍ້າ
250.  ຕີນຊ້າງ ຢຽບປາກນົກ ຕີນຄົກ ຢຽບປາກສາກ.
251.  ຢຳຜີເຖົ້າ ຢຳເຈົ້າຍືນ.
252.  ຝາບັງໝ້າຢ່າ ເວົ້າຄວາມລັບ
253.  ນາດີຖາມຫາເຂົ້າປູກ  ລູກດີຖາມຫາພໍ່ຫາແມ່.
254.  ຜູ້ຊາຍນີ້ ຫາກທຽມໄປດັ່ງແມ່ຕໍ່ ຍິງໃດໄປລໍ້ໃກ້ ໄລຊິດັ້ນ
ບໍ່ປະສົງແທ້ດາຍ.
255.  ຢ່າເຮັດ ຕໍ່ໝ້າແລ້ວສັນລະເສີນ ລັບຫຼັງແລ້ວນິນທາ.
256.  ລາຍຄົນ ລາຍນອກ ລາຍເສືອ ລາຍໃນ.
257.  ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ຜູ້ອື່ນ.
258.  ພ້າກ້າຖືກຫີນຊາ ຄົນພາລາຖືກເຄາະຮ້າຍ.
259.  ຢ່າສຸກ ກ່ອນເຫີ່ມ ຈົ່ງເຫີ່ມ ກ່ອນສຸກ
260.  ຢ່າເວົ້າໂວ້ໆ ຍົກໂຕຂົ່ມເພິ່ນ ເພິ່ນບໍ່ຍ້ອງ ຢ່າຍໍຂຶ້ນແຕ່ໂຕ.
261.  ເຫັນເພິ່ນທຸກຢ່າຟ້າວທານ ເຫັນເພິ່ນມານຢ່າຟ້າວທ້ອງ.
262. ຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກ. 4 ຢ່າງນີ້ ຢ່າໄດ້
ໄວ້ໃຈ ຈົນເກີນໄປ.
263. ຜູ້ຮັກທໍ່ຜືນດິນ ຜູ້ຊັງທໍ່ຜືນສາດ.
264. ຂໍເລືອດນຳກະປູ ຕີງູໃຫ້ກາກິນ.
265. ຊິເອົາເມຍໃຫ້ຖາມ 4ແຈບ້ານຊິຖາມຊູ້ໃຫ້ຖາມ 4ແຈເຮືອນ.
266. ສອງຮັກຈຶ່ງເປັນດອງ ສອງປ່ອງຈຶ່ງເປັນຊູ້  ສອງຮູ້ຈຶ່ງເປັນ
ຜົວເປັນເມຍ.
267. ຟັງຄວາມສັບເສຍນ້ຳທ່າບໍ່ ຟັງຄວາມສໍ່ເສຍນ້ຳທ່າເວີນ ຟັງ
ຄວາມສັນເສີນເສຍວັງທ່າ ກວ້າງ.
268. ຟັງຄວາມສັບເສຍນ້ຳທ່າບໍ່ ຟັງຄວາມສໍ່ເສຍມິ່ງຄີງຂວັນ
269. ຄິດຕໍ່ພີ່ເປັນຮີ່ມຮີ່ ຄິດຕໍ່ນ້ອງເປັນລ້ອງຄ້ອງ ຄິດຕໍ່ໂຕ ຈຶ່ງ
ໂປໂລ ພົ້ນເພິ່ນ.
270. ໄຮ້ຊັບ ອັບປັນຍາ ຊັບມາປັນຍາເກີດ.
271. ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມພຸງ ( ເຕັມປູມ )
272.        ຄົນໂງ່ ອວດສະຫຼາດ ຄົນຂີ້ຂາດ ອວດດີ ເສດຖີ ອວດຈົນ.
273.        ເສືອເພິ່ງດົງ ດົງເພິ່ງເສືອ ຫຍ້າເພິ່ງດິນ ດິນເພິ່ງຫຍ້າ.
274.        ເສືອມີເພາະປ່າຮົກ ຫຍ້າດົກເພາະດິນດີ ດິນດີເພາະຫຍ້າ
ປົກ ປ່າຮົກເພາະເສືອມີ
275.        ຄົນເຄີຍລຳສະຫຼາດເວົ້າ ຄວາຍເຖົ້າສະຫລາດຊົນ.
276.        ຄົນເຄີຍຫຼິ້ນ  ບໍ່ຫຼິ້ນມັນວອນ. ຄົນເຄີຍເມົາ ບໍ່ເມົາມັນແງ້ນ.
277.        ສຳນຽງບອກພາສາ ກິລິຍາ ບອກສະກຸນ.
278.        ປາກເປັນເອກ ເລກເປັນໂທ ໝັງສືເປັນຕີ (ຄໍາປະພັນຂຽນວ່າ)
ປາກເປັນອາວຸດກ້າ                ແຂງຍິ່ງຄົນຢຳ
ປາກທຳໃຫ້ຄົນເປັນຄົນດີ       ຊົ່ວຊາມກໍ່ພອຍໄດ້.
ປາກໃຫ້ຄົນຍໍຍ້ອງ                 ພອງໂຕກ້ຳເກິ່ງ
ປາກດີມີຜູ້ຮ້ອງ              ຍໍຂຶ້ນຮຸ່ງເຮືອງແທ້ນາ.
279. ທຸກບໍ່ມີເສື້ອຜ້າ ມີຝາເຮືອນພໍລີ້ຢູ່. ທຸກບໍ່ມີເຂົ້າຢູ່ທ້ອງຊິ
ນອນລີ້ຢູ່ບໍ່ເປັນ.
280. ຜູ້ມີເຮັດຊັກໄຊ້. ຜູ້ໄຮ້ເຮັດຊຸຍຊາຍ.
281. ຂີ້ຖີ່ຂໍດົນ ບໍ່ທົນຄວາມໄດ້. ດຸແລ້ວດີ ຊູຊີແລ້ວໄດ້.
282. ໝັ່ນເທື່ອດຽວ ຫຼັງຫານ ຄ້ານເທື່ອດຽວ ຫຼັງຫັກ.
283. ຢ່າຕີຫົວປາ ໃຫ້ສະເນືອນຫົວນາກ.
284.        ແອບລູກໃຫ້ແອບເມື່ອຍັງນ້ອຍ ແອບຂ້ອຍໃຫ້ແອບເມື່ອມາໃໝ່.
285.        ເງິນຄຳຂອງຫາໄດ້ ນຳໃຈຂອງຫາຍາກ.
286.        ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ.
287.        ຢ່າໄວ້ໃຈທາງ ຢ່າວາງໃຈຄົນ ມັນຊິຈົນໃຈໂຕ.
288.        ຢ່າເປັນນົກເຄົ້າ ທ້ວງຕາແມ່ ຜີຊິແກ່ ລົງນາລົກ.
289.        ນ້ຳສະໝຸດເລິກ ແລະ ກວ້າງເຊືອກຢັ່ງກໍ່ຍັງເຖິງ ບາດວ່າ
ຫົວໃຈຄົນຢັ່ງບໍ່ເຖິງຖ່ອງໄດ້.
290.        ທຸກເພິ່ນບໍ່ວ່າດີ ມີເພິ່ນວ່າພີ່ນ້ອງ ລຸງປ້າຈຶ່ງວ່າຫຼານ.
291.        ເຫັນເພິ່ນຫາມໝູ ຢ່າເອົາຄານໄປສອດ.
292.        ຢາກເບິ່ງຍາດພີ່ນ້ອງ ແລະ ມິດສະຫາຍວ່າດີ ຫຼື ບໍ່ດີນັ້ນ
ໃຫ້ເບິ່ງໃນເວລາມີໄພ  ອັນຕະລາຍມາເຖິງຕົນ.
293.        ຜົມບໍ່ຫຼາຍ ໃຫ້ຕື່ມຊ້ອງ. ພີ່ນ້ອງບໍ່ຫຼາຍ ໃຫ້ຕື່ມມິດຕື່ມ
ສະຫາຍໃສ່ອີກ.
294.        ຢ່າກິນເຂົ້າເຂາະແລງ ຢ່າກິນແກງເຂາະຖ້ວຍ.
295.        ເຮືອນຮົ່ວມາແຕ່ຫຼົບ ລູກບໍ່ຈົບບໍ່ດີເປັນນຳພໍ່ນຳແມ່.
296.        ໂຜດເຕົ່າໃຫ້ເຖິງໝອງ ຕີກອງໃຫ້ມັນມ່ວນ.
297.        ແລນໄວໄດ້ສາມເລົ່າ ເຕົ່າຊ້າໄດ້ສາມໝອງ.
298. ຂອງກິນບໍ່ກິນມັນເໜົ່າ ຂອງເກົ່າບໍ່ເລົ່າມັນລືມ.
299. ສະໝຸກຢູ່ເຮືອນເພິ່ນ ບໍ່ທໍ່ທຸກຢູ່ເຮືອນໂຕ.
300. ຢູ່ກະຕູບຂອງໂຕເອງ ກໍ່ດີກວ່າຢູ່ຫໍຜາສາດຂອງຄົນອື່ນ.
301. ຢ່າໄດ້ຫວັງສຸກ ຍ້ອນບຸນໃຜມາເຫຼື່ອມ. ສຸກກໍ່ສຸກເພິ່ນພຸ້ນ
ບໍ່ມີກຸ້ມຮອດເຮົາດອກນາ.
302. ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ.
303. ຢູ່ໃຫ້ປູກມອນ ໝີໃຫ້ຊອນຮົ້ວ,
304. ສິບສະຫຼຶງຢູ່ຟາກນ້ຳ ຢ່າໄດ້ອ່າວຄະນິງຫາ, ສອງສະຫຼຶງ
ແລ່ນມາມືໃຫ້ຮີບກຳເອົາໄວ້.
305. ນອນຫຼາຍເປັນໄຂ້ ໃຫ້ຫຼາຍເປັນໄອ.
306. ຜົວເມຍຮ້າຍ ຫຼາຍທີເປັນຄົນອື່ນ, ພີ່ນ້ອງຮ້າຍ ແສນຊັ້ນ
ບໍ່ຂາດກັນ.
307. ຕາບອດຢ່າຖຽງຜູ້ຈູງ, ຄົນຕາຟາງຢ່າເດີນທາງປ່າ.
308. ເວົ້າດີຂໍເຂົ້າ ເວົ້າຮ້າຍຂໍເກືອ, ມື້ເຊົ້າຂໍແກງ ມື້ແລງຂໍເຂົ້າ.
309.        ໄມ້ໃກ້ທາງເພິ່ນມັກຖາງມັກຖາກ.ຄົນເຫັນກັນ ໝັນປາກໝັ້ນຖາມ.
310.        ຢ່າໄດ້ຄິດໂລບລຽ້ວ ເປັນກຽ່ວຫຼາຍຄົມ. ຈົ່ງຄິດເປັນຄົມ 
ດຽວ ຕໍ່ສັນກັບດ້າມ.
311.        ຢ່າໄດ້ຍິນດີຫຼິ້ນການພະນັນໂບ້ຍໂບກ ລາງເທື່ອໂຊກບໍ່ໃຫ້   
ພາຍທ້າຍ ຊິໜ່າຍແໝ່ງ
312.        ຢ່າໄດ້ຂຶງຂັງໝ້າ ວາຈາເວົ້າອວດອົ່ງ. ຝູງພີ່ນ້ອງພົງເຊື້ອ ຊິບໍ່ມີ.
313.        ເກີດເປັນຄົນ ໃຫ້ຮຽນຄວາມຮູ້. ເປັນຄົນປູ້ເຂົາບໍ່ຢຳ. ບໍ່ຮູ້
ຂາວຮູ້ດຳ ເຂົາບໍ່ເກງບໍ່ຢ້ານ.
314.        ໄປທຽ່ວບ້ານໃຫ້ເບິ່ງຫົນທາງ  ເຫັນຄົນຕາຟາງໃຫ້ຫຼີ້ກເຂົາ
ກ່ອນ. ບ່ອນຜູ້ໃຫຍ່ຢ່າໄດ້ໄປແທນ  ຂອງຫວງແຫນຢ່າໄດ້ໄປຕ້ອງ.
315.        ຍິງເກີດມາເພື່ອສືບສາຍ. ຊາຍເກີດມາເພື່ອສືບຊາດ.
ຢ່ຄິດເວວາດ ໄປທາງບໍ່ດີ.
316.        ມີວິຊາຄວາມຮູ້ ຖ້າບໍ່ມີສົມບັດຜູ້ດີ ກໍ່ຈະໃຊ້ບໍ່ໄດ້.
317.        ຢາກຮູ້ໃຫ້ໝັ່ນຖາມ ຢາກງາມໃຫ້ໝັ່ນແຕ່ງ.
318.        ການເວົ້າການຂຽນພາສາທີ່ຖືກຕ້ອງດີ ເປັນເຄື່ອງໝາຍ
ຂອງຜູ້ມີວັດທະນະທຳສູງ.
319.        ຢ່າເອົາແຂ້ເຂົ້າເຮືອ ຢ່າເອົາເສືອເຂົ້າບ້ານ.
320.        ຖົ່ມນ້ຳລາຍໃຫ້ຫຼຽວເບິ່ງປ່ອງ ນັ່ງຢ່ອງຢໍ້ ໃຫ້ຫຼຽວເບິ່ງຫວ່າງຂາ.
321.        ນ້ຳກວ້າງຕື້ນ ຢ່າໄດ້ຫື່ນໃຈສະ ນ້ຳເລິກຮອມ ໃຫ້ເຈົ້າຫອມໃຈໃສ່.
322.        ແສງສະຫວ່າງແຈ້ງ ພົ້ນພຸ່ງໃນນະພາ. ຍັງບໍ່ທໍ່ປັນຍາ ຂອງ
ຄົນຜູ້ສະຫຼາດຮູ້.
323.        ເຮັດນຳຜູ້ຕ່ຳເຂົາຈ່ອງລົງ ເຮັດນຳຜູ້ສູງເຂົາຈູງຂຶ້ນ.
324.        ຊາຕາບໍ່ຄາດແຫ້ງ ຝົນຕົກແຮງຫາກຊິຊຸ່ມ. ຊາຕາບໍ່ຄາດ
ລົ້ມ ຫຍຸມຫຍ້າຫາກຊິທັນ.
325.        ຄາດໄດ້ບໍ່ຫ່ອນເສຍ ຄາດເປັນເມຍບໍ່ຫ່ອນຮ້າງ. ຄາດຊິໄດ້
ເຫັນໜ້າຍ່າງມາຫາ.
326.        ເຮັດນາໃກ້ຫ້ວຍ ປີໃດລວຍໄດ້ເອົາອອງກະປູແກ່. ປີໃດບໍ່
ໄດ້ເຫຼືອເລົ້າ ຖອກໃສ່ເຍຍ.
327.        ເຮືອນບໍ່ມີສີໜ້າ ກາບິນມາມັນຊິລ່ວງ  ເຮືອນບໍ່ມີພໍ່ຢ້າວ
ໂຈນຊິເຂົ້າລັກຂອງ.ຊາດທີ່ງູເຫົ່າຫ້ອມ ຕົວຊື່ສໍລະພິດ   ໃຜຈັກພໍ່າພຽນສອນ ສັ່ງມັນບໍ່ມີໄດ້.
328.        ຄົບຄົນພານ ພາໄປຫາຜິດ. ຄົບບັນດິດ ບິດໄປຫາຜົນ.
329.        ກິນບໍ່ຊ່າງກິນມັນໄຮ້ ໄດ້ບໍ່ຊ່າງໄດ້ມັນເສຍ.
330.        ອັດສະຈັນໃຈໂອ້ ເຂົ້າສານໃນໂອຍໍຄໍຂຶ້ນຕອດໄກ່, ໄມ້ໄຜ່ຢູ່
ກໍ ຍໍຄໍຂຶ້ນຕອດຊ້າງ, ປາຢ້າງຢູ່ຫິ້ງທະຍານເຕັ້ນຄາບແມວ, ແມວເສຍໃຈ ແຖຫົວອອກບວດ, ໜູຕາສວດເປັນແມ່ອອກຄ້ຳ ນຳເຂົ້າສົ່ງຈັ່ງຫັນ.
331.        ເສືອສາງຫາວອນໄຫວ້ ເອົາເສືອສາງເປັນໝູ່. ອຸບາດເປັນ
ສິ່ງນີ້ ເມືອງບ້ານຊິຫຼົ່ມຫຼວງ,ໝູ່ກວາງຫາວອນໄຫວ້ ເອົາໝູ່ກວາງເປັນໝູ່,ຢ້ານແຕ່ເຂົ້າຢູ່ທ້ອງເປັນໝ້ຽງພວກໝູ່ມັນບໍ່ຮູ້.
332.        ປາຈັກໝີຈາກນ້ຳ ເພາະນ້ຳນັ້ນບໍ່ມີຕົມ, ຊ້າງຈັກໝີຈາກດົງ
ເພາະດົງນັ້ນບໍມີໄມ້ໄລ່ ແລະ ໄມ້ບົງ. ຣາຊະຫົງ ຈັກໝີຈາກສະ ເພາະສະນັ້ນ ບໍ່ມີດອກບົວ ອັນງາມຕະການ, ລູກສິດຈັກໝີຈາກອາຈານ ເພາະອາຈານນັ້ນບໍ່ມີຄວາມສອນສັ່ງ.
333.        ຢ່າໄດ້ອາສາລ້ຽງ ແນວຊະນີຮູບຮ່າງ ມັນບໍ່ຫ່າງຈາກກໍ
ມັນບໍ່ງໍຈາກເຄົ້າ ຫາກຄືເຫງົ້າດັ່ງເດີມນັ້ນແລ້ວ.